ວຽກງານຂົງເຂດ ຖວທ ຢູ່ເມືອງຫາດຊາຍຟອງ ໄດ້ຮັບຂະຫຍາຍຕົວຢ່າງພົ້ນເດັ່ນ
16/06/2025
ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນ ຫຼວງວຽງຈັນ (ຖວທ ນວ) ພ້ອມຄະນະ ລົງພົບປະ ແລະ ເຮັດວຽກຮ່ວມກັບ ຖວທ ເມືອງ ເພື່ອຕີລາຄາຄືນການ ຈັດຕັ້ງປະຕິບັດວຽກງານຂົງເຂດ ຖວທ ໃນເມືອງຫາດຊາຍຟອງໃນໄລຍະຜ່ານມາ.
ກອງປະຊຸມພົບປະດັ່ງກ່າວ ຈັດຂຶ້ນໃນວັນມີ 13 ມິຖຸນາ 2025 ທີ່ຫ້ອງການ ຖວທ ເມືອງກັ່ງກ່າວ ໂດຍມີ ທ່ານ ຄໍາປະສົງ ສະເໜ ຫາ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງ ທ່ຽວ ເມືອງຫາດຊາຍຟອງ ແລະ ພະນັກງານວິຊາການຂອງ ຖວທ ເຂົ້າຮ່ວມ.
ຈຸດປະສົງກໍເພື່ອພົບປະປຶກສາຫາລືຮັບຟັງສະພາບການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ຮັບຟັງຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີໃນການພັດທະນາວຽກງານໃນຂົງເຂດ ຖວທ.
ທ່ານຫົວໜ້າຫ້ອງການ ຖວທ ເມືອງຫາດຊາຍຟອງ ໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານໃນໄລຍະ ຜ່ານມາ ເຊິ່ງເຫັນໄດ້ວ່າໄດ້ຜົນສໍາເລັດຫຼາຍດ້ານ ພ້ອມນັ້ນທ່ານຫົວໜ້າຫ້ອງການ ຖວທ ຍັງໄດ້ລາຍງານເຖິງ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານ ເຊັ່ນ: ການແກ້ໄຂບັນຫາປ້າຍ ບັນຫາສຽງເນືອງນັນ ການແກ້ໄຂການສວຍໃຊ້ເປີດຮ້ານ ບັນຫາທີ່ດິນ ແລະ ອື່ນໆ.ກອງພົບປະຄັ້ງນີ້ ບັນດາຂະແໜງການ ກອງວິຊາການ ໄດ້ປະກອບຄໍາເຫັນໃສ່ວຽກງານຕ່າງໆ ເຊັ່ນ: ວຽກງານຖະ ແຫຼງຂ່າວ ການສະໜອງຂໍ້ມູນຂ່າວສານເພື່ອອອກສື່ ວຽກງານ ວັດທະນະທໍາ ການປະເມີນບ້ານວັດທະນະທໍາ ການສ້າງບ້ານວັດທະນະທໍາຕົວແບບ ວຽກງານທ່ອງທ່ຽວ ລວມເຖິງການແກ້ໄຂປະກົດການຫຍໍ້ທໍ້ ສຽງເນືອງນັນ.
ໃນໂອກາດດັ່ງກ່າວ ທ່ານ ນາງ ວຽງພອນ ແກ້ວຄູນສີ ໄດ້ສະແດງຄວາມຊົມເຊີຍ ໄດ້ສະແດງຄວາມຊົມເຊີຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາທີ່ມີຫຼາຍດ້ານພົ້ນເດັ່ນ ພ້ອມນັ້ນທ່ານຍັງໄດ້ຊີ້ນໍາໃຫ້ຫ້ອງການ ຖວທ ສືບຕໍ່ຈັດຕັ້ງປະຕິບັດບັນດາວຽກງານຂົງເຂດ ຖວທ ໃນເມືອງຫາດຊາຍຟອງໃຫ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍທ່ານໄດ້ຊີ້ນໍາໃຫ້ເອົາໃຈໃສ່ດ້ານວຽກງານວິຊາສະເພາະ ເຊັ່ນ: ວຽກງານຖະແຫຼງຂ່າວ ສືບຕໍ່ໃຫ້ສະໜອງຂໍ້ມູນຂ່າວສານໃຫ້ສື່ ລົງຕິດຕາມກວດກາເກັບກໍາຂໍ້ມູນໂທລະໂຄ່ງ ເພື່ອສົ່ງໃຫ້ສູນກາງ ວຽກງານສ້າງບ້ານວັດທະນະທໍາ ໃຫ້ລົງປະເມີນຜົນບ້ານວັດທະນະທໍາຄືນ ໃຫ້ຖືກຕ້ອງຕາມມາດຖານເງື່ອນໄຂ ໄປພ້ອມໆກັບການສ້າງບ້ານວັດທະນະທໍາຕົວແບບ ກ່ອນກ້າວສູ່ສໍານັກງານ ອົງການ ເພື່ອສ້າງຕັ້ງເປັນຕົວແບບດ້ານວັດທະນະທໍາ ການສໍາຫຼວດໃຫ້ຂຶ້ນບັນຊີສະຖານບູຮານ ໃນເຂດເມືອງ ເພື່ອເປັນແຫຼ່ງທ່ອງທ່ຽວທາງດ້ານພຸດທະສາສະໜາ ແລະ ວັດທະນະທໍາ ກໍານົດເຂດ ແຜນວຽກຢ່າງຈະແຈ້ງ ວຽກງານທ່ອງທ່ຽວ ເຫັນດີເປັນເອກະພາບກັບເມືອງຂຶ້ນສະຖິຕິ ບັນທຶກຂໍ້ມູນຄັກແນ່ ເກັບກໍາຂໍ້ມູນເບື້ອງຕົ້ນ ຂຶ້ນທະບຽນແຫຼ່ງທ່ອງທ່ຽວທົ່ວເມືອງເພື່ອດຶງດູດນັກທ່ອງທ່ຽວເຂົ້າມາໃຫ້ຫຼາຍຂຶ້ນ ຂຶ້ນທະບຽນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ທາງດ້ານນາມມະທໍາ ພ້ອມນັ້ນກໍຕ້ອງເອົາໃຈໃສ່ໃນການຍົກລະດັບໃຫ້ກັບວິຊາການ ແລະ ອື່ນໆ.ໃນຕອນທ້າຍ ທາງພະແນກ ຖວທ ນວ ຍັງໄດ້ມອບຄອມພິວເຕີ 1 ຊຸດ ໃຫ້ຫ້ອງຫ້ອງການ ຖວທ ເມືອງຫາດຊາຍຟອງ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ.

