ທ່ານຫົວໜ້າພະແນກ ຖວທ ນວ ລົງພົບປະ ເຮັດວຽກຮ່ວມກັບ ຖວທ ເມືອງໄຊເສດຖາ
16/06/2025
ວັນທີ 13 ມິຖຸນາ 2025 ທີ່ຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງໄຊເສດຖາ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າ ພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ລົງພົບປະ ແລະ ເຮັດວຽກກັບຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງໄຊເສດຖາ.
ທ່ານ ນາງ ວັນວິໄລ ບຸດດາຮ່າວ ຫົວໜ້າຫ້ອງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງໄຊເສດຖາ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາເຊິ່ງເຫັນໄດ້ວ່າວຽກງານດ້ານຕ່າງໆໄດ້ຮັບການຈັດຕັ້ງປະຕິບັດສໍາເລັດໂດຍພື້ນຖານ ຄຽງຄູ່ກັນນັ້ນກໍຍັງມີບາງຂໍ້ຄົງຄ້າງທີ່ເປັນສິ່ງທ້າທາຍໃນການຈັດຕັ້ງວຽກງານຂົງເຂດ ຖວທ ຢູ່ເມືອງໄຊເສດຖາ.
ພ້ອມນັ້ນຍັງໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດການແກ້ໄຂບັນຫາສຽງເນືອງນັນ ແລະ ປະກົດການຫຍໍ້ທໍ້ພາຍໃນເມືອງ ເຊິ່ງທາງເມືອງໄດ້ປະສານສົມທົບກັບອໍານາດການປົກຄອງບ້ານລົງກວດກາຕິດຕາມ ແລະ ໄດ້ສຶກສາອົບຮົມ ສ່ວນຫາງສຽງຮ້ອງຟ້ອງຈາກປະຊາຊົນ ປະກອບມີສຽງຈາກຫົວໜ່ວຍທຸລະກິດ ແລະ ສຽງເນືອງນັນຈາກເຮືອນຊານປະຊາຊົນເອງຈາກການຈັດກິດຈະກໍາຕ່າງໆ ຜ່ານມາກໍໄດ້ມີການສຶກສາອົບຮົມ ແລະ ອີກບັນຫາໜຶ່ງທິ່ພົບພໍ້ໃນຂົງເຂດບໍລິການແມ່ນບັນຫາສາວ PR ທີ່ທາງ ເມືອງສະເໜີໃຫ້ພະແນກ ຖວທ ນວ ເພື່ອຊອກຫາວິທີທາງໃນການແກ້ໄຂ.ການພົບປະຄັ້ງນີ້ບັນດາຂະແໜງການໄດ້ປະກອບຄໍາເຫັນໃສ່ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາໂດຍລວມກໍໄດ້ ຮັບການຊົມເຊີຍທີ່ທາງ ຫ້ອງການ ຖວທ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ໄປພ້ອມກັນນັ້ນແຕ່ລະຂະແໜງການກໍໄດ້ຮຽກຮ້ອງໃຫ້ຫ້ອງການ ຖວທ ສືບຕໍ່ເອົາໃຈໃສ່ປະຕິບັດວຽກງານໃນແຕ່ລະຂົງເຂດໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນຂຶ້ນຕື່ມ.
ໃນໂອກາດດັ່ງກ່າວ ທ່ານ ນາງ ວຽງພອນ ແກ້ວຄູນສີ ໄດ້ສະແດງຄວາມຊົມເຊີຍຕໍ່ການຈັດຕັ້ງປະຕິບັດວຽກງານຂົງເຂດ ຖວທ ພາຍໃນເມືອງໃນໄລຍະຜ່ານມາມີຫຼາຍອັນພົ້ນເດັ່ນ ເພື່ອເປັນທິດທາງໃນການເຄື່ອນໄຫວວຽກງານ ໃນຕໍ່ໜ້າຂໍສະເໜີຄໍາເຫັນເພື່ອບັນຈຸເຂົ້າໃນແຜນຕໍ່ໜ້າ ໂດຍເອົາໃຈໃສ່ສືບຕໍ່ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະເຊັ່ນ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມນັ້ນກໍຕ້ອງເອົາໃຈວຽກງານເສນາທິການ ແລະ ເປັນເຈົ້າການໃນການແກ້ໄຂປະກົດການຫຍໍ້ທໍ້ ທັງນີ້ກໍເພື່ອ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂົງເຂດ ຖວທ ເມືອງໄຊເສດຖາ ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

