ນວ ຈະສຸມໃສ່ພັດທະນາສະຖານທີ່ທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວ ບໍ່ໃຫ້ຫຼຸດ 2 ລ້ານຄົນຕໍ່ປີ

04/04/2025

ນວ ຈະສຸມໃສ່ພັດທະນາສະຖານທີ່ທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວ ບໍ່ໃຫ້ຫຼຸດ 2 ລ້ານຄົນຕໍ່ປີ

ນວ ຈະສຸມໃສ່ພັດທະນາສະຖານທີ່ທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວ
ບໍ່ໃຫ້ຫຼຸດ 2 ລ້ານຄົນຕໍ່ປີ
...............................................
ໃນ 5 ຕໍ່ໜ້ານະຄອນຫຼວງວຽງຈັນຈະສືບຕໍ່ສຸມໃສ່ປັບປຸງການບໍລິການ ແລະ ການຄຸ້ມຄອງທຸລະກິດການທ່ອງທ່ຽວໃຫ້ມີຄວາມເຂັ້ມແຂງ ພາຍຫຼັງທີ່ໄດ້ຮັບຜົນກະທົບຈາກຄວາມຫຍຸ້ງຍາກທາງດ້ານເສດຖະກິດໃຫ້ເຂົ້າສູ່ລະບຽບກົດໝາຍ ແລະ ຫັນໄປສູ່ທັນສະໄໝໄດ້ມາດຖານອາຊຽນ.
ໃນກອງປະຊຸມໃຫຍ່ຄັ້ງທີ IV ສະມາຊິກພັກຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ສະຫາຍ ຄຳຄູນ ໃບລາຕຣີ ຮອງເລຂາຄະນະພັກຮາກຖານ ພະແນກ ຖວທ ນວ ໄດ້ຜ່ານຮ່າງບົດສະຫຼຸບແຜນພັດທະນາ 5 ແລະ ທິດທາງແຜນການ 5 ປີຕໍ່ໜ້າໃຫ້ຮູ້ວ່າ ໃນຕໍ່ໜ້າຈະສືບຕໍ່ສົ່ງເສີມ ແລະ ຮຽກການລົງທຶນພັດທະນາການທ່ອງທ່ຽວ ທຳມະຊາດໃຫ້ບັນລຸ 5 ໂຄງການ (ໃນບັນດາໂຄງການ 12 ໂຄງການ) ຕິດພັນກັບແຫຼ່ງທ່ອງທ່ຽວເສດຖະກິດໃໝ່ເຊັ່ນ: ພູເຂົາຄວາຍ-ນໍ້າງື່ມ ພູພະນັງ-ຫ້ວຍຊອນ-ຫ້ວຍ
ຊ້ວາ ໜອງແປນ ບຶງທາດຫຼວງ ແລະ ດອນກາງຂອງ-ປາກຕອນ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວນະຄອນຫຼວງວຽງຈັນ ບໍ່ໃຫ້ຫຼຸດ 2 ລ້ານຄົນຕໍ່ປີ ພັດທະນາບຸກຄະລາກອນໃນຂະແໜງການທ່ອງທ່ຽວໃຫ້ມີຄຸນນະພາບ ສາມາດຕອບສະໜອງການບໍລິການທີ່ປະທັບໃຈແກ່ນັກທ່ອງທ່ຽວ ແລະ ສາມາດເຊື່ອມໂຍ່ງກັບພາກພື້ນເທື່ອລະກ້າວ ພັດທະນາລະບົບໂປຼແກມເສັ້ນທາງການທ່ອງທ່ຽວ ສະຖານທີ່ທ່ອງທ່ຽວສໍາຄັນທາງປະຫວັດສາດ ວັດທະນະທຳ ແລະ ທຳມະຊາດລົງສື່ອອນລາຍ ເພື່ອອຳນວຍການຄວາມໃຫ້ແກ່ນັກທ່ອງທ່ຽວທີ່ມາທ່ຽວຊົມ ນວ ເອົາໃຈໃສ່ພັດທະນາພື້ນຖານສິ່ງຮອງຮັບດ້ານການທ່ອງທ່ຽວ ແລະ ຍົກສູງຄຸນນະພາບຜະລິດຕະພັນກໍຄືດ້ານການບໍລິການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ.
ນອກຈາກນີ້ກໍຈະສຸມໃສ່ບັນດາໂຄງການລົງທຶນຂອງລັດ ໂຄງການຮ່ວມ ໂຄງການລົງທຶນຂອງພາກເອກະຊົນ ເປັນຕົ້ນການພັດທະນາສົ່ງເສີມ ແລະ ຮຽກການລົງທຶນພັດທະນາການທ່ອງທ່ຽວທຳມະຊາດໃຫ້ບັນລຸ 6 ໂຄງການ (ໃນ 12 ໂຄງການ) ສືບຕໍ່ດຶງດູດການລົງທຶນທີ່ຍັງເຫຼືອ 6 ໂຄງການຕິດພັນກັບແຫຼ່ງທ່ອງທ່ຽວເສດຖະກິດໃໝ່.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ