ນວ ແຈ້ງໂຈະ ການບໍລິການຊົ່​ວ​ຄາວ ຮ້ານບັນເທີງ ຄາຣາໂອເກະ

01/04/2025

ນວ ແຈ້ງໂຈະ ການບໍລິການຊົ່​ວ​ຄາວ ຮ້ານບັນເທີງ ຄາຣາໂອເກະ

ນວ ແຈ້ງໂຈະ ການບໍລິການຊົ່​ວ​ຄາວ ຮ້ານບັນເທີງ ຄາຣາໂອເກະ
...............................................................
ອີງຕາມແຈ້ງການສະບັບເລກທີ 504/ຖວທ ນວ ເລື່ອງໃຫ້ໂຈະການບໍລິການຊົ່ວຄາວ ລະຫວ່າງ ວັນທີ 3-7 ເມສາ 2025 ເຊິ່ງແຈ້ງການສະບັບດັ່ງກ່າວບາງຕອນລະບຸວ່າ: ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຂໍການຮ່ວມມື ແລະ ແຈ້ງມາຍັງບັນດາທ່ານ ເຈົ້າຂອງທຸລະກິດ ຜູ້ອຳນວຍການ ຮ້ານບັນ ເທີງ ຄາຣາໂອເກະ ທີ່ເຄື່ອນໄຫວທຸລະກິດ ຢູ່ ໃນນະຄອນຫຼວງວຽງຈັນ “ໃຫ້ໂຈະບໍລິ ການລູກຄ້າເປັນການຊົ່ວຄາວ ໃນໄລຍະແຕ່ ວັນທີ 3-7 ເມສາ 2025”.
ສໍາລັບຮ້ານອາຫານ ໃຫ້ຂາຍແຕ່ສະເພາະອາຫານ ໃຫ້ງົດທຸກກິດຈະກຳສຽງດັງເນື່ອງນັນ ເພື່ອເປັນການໃຫ້ຄວາມຮ່ວມມືຕໍ່ພິທີການໄຫວ້ອາໄລລະດັບຊາດ ຂອງການຈາກໄປຢ່າງບໍ່ຫວນກັບ ຂອງ “ທ່ານ ພົນເອກ ຄຳໄຕ ສີພັນດອນ ຜູ້ນຳທີ່ແສນເຄົາ ລົບຮັກຂອງປວງຊົນລາວທັງຊາດ”.
ໃນກໍລະນີ ພົບເຫັນທຸລະກິດໃດທີ່ຍັງຝ່າຝືນ ຈະໄດ້ສົມທົບກັບເຈົ້າໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ປະຕິບັດມາດຕະການທີ່ເໝາະສົມ ຕາມກໍລະນີໜັກ ຫຼື ເບົາ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ