ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານ ພະແນກ ຖວທ ນວ ຄັ້ງທີ IV ໄຂຂຶ້ນຢ່າງເປັນທາງການ
08/04/2025
ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານ ພະແນກ ຖວທ ນວ ຄັ້ງທີ IV ໄຂຂຶ້ນຢ່າງເປັນທາງການ
...........................................

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຄະນະພັກຮາກຖານ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ໄຂຂຶ້ນໃນວັນທີ 3 ເມສາ 2025 ທີ່ໂຮງແຮມຄຣາວພລາຊາ ນວ ໂດຍການເປັນປະທານຂອງສະຫາຍ ນາງ ວຽງພອນ ແກ້ວຄູນສີ ຄະນະພັກ ນວ ເລຂາຄະນະພັກຮາກຖານ ພະແນກ ຖວທ ນວ ກອງປະຊຸມຄັ້ງນີ້ ເປັນກຽດເຂົ້າຮ່ວມຂອງສະຫາຍ ປອ ຊົງເລົ່າ ຢົງນູ ຮອງເລຂາຄະນະພັກ ນວ ພ້ອມດ້ວຍຄະນະພັກພະແນກ ເລຂາໜ່ວຍພັກອ້ອມຂ້າງ ຮອງຫົວໜ້າພະແນກ ແຂກຖືກເຊີນ ແລະ ສະຫາຍສະມາຊິກພັກ ພາຍໃນພະແນກ ຖວທ ນວ ເຂົ້າຮ່ວມ.
ຕາມວາລະກອງປະຊຸມ ພາຍຫຼັງກ່າວໄຂກອງປະຊຸມຢ່າງເປັນທາງການ ຈະໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຈາກສະຫາຍ ນາງ ວຽງພອນ ແກ້ວຄູນສີ ຄະນະພັກ ນວ ເລຂາຄະນະພັກຮາກຖານ ພະແນກ ຖວທ ນວຜ່ານຮ່າງບົດສະຫຼຸບແຜນພັດທະນາ 5 ປີ ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ ຈາກສະຫາຍຮອງເລຂາຄະນະພັກຮາກຖານ ພ້ອມບົດປະກອບເຫັນຈາກສະຫາຍເລຂາໜ່ວຍພັກ ຂອງຂົງເຂດຕ່າງໆທີ່ຂຶ້ນກັບ ແລະ ຮັບຟັງຜ່ານບົດສຳຫຼວດການນຳພາລວມ ຜ່ານຮ່າງມາດຖານ
ຜູ້ສະໝັກຮັບເລືອກຕັ້ງຄະນະພັກຮາກຖານຊຸດໃໝ່ ແລະ ສະຫາຍສະມາຊິກພັກ ຈະໄດ້ພ້ອມກັນປ່ອນບັດເລືອກເອົາຄະນະບໍລິຫານງານຊຸດໃໝ່. ພິເສດ ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການໂອ້ລົມຊີ້ທິດເຍື່ອງທາງ ຈາກສະຫາຍ ປອ ຊົງເລົ່າ ຢົງນູ ຮອງເລຂາຄະນະພັກ ນວ ຕໍ່ກອງປະຊຸມ.









