ພະແນກ ຖວທ ນວ ຮ່ວມວາງກະຕ່າດອກໄມ້ ແລະ ທັດສະນະສຶກສາທີ່ຫໍພິພິທະພັນປະທານ ໄກສອນ ພົມວິຫານ

21/03/2025

ພະແນກ ຖວທ ນວ ຮ່ວມວາງກະຕ່າດອກໄມ້ ແລະ ທັດສະນະສຶກສາທີ່ຫໍພິພິທະພັນປະທານ ໄກສອນ ພົມວິຫານ

ພະແນກ ຖວທ ນວ ຮ່ວມວາງກະຕ່າດອກໄມ້ ແລະ ທັດສະນະສຶກສາທີ່ຫໍພິພິທະພັນປະທານ ໄກສອນ ພົມວິຫານ
........................................................
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 - 22 ມີນາ 2025) ໃນວັນທີ 21 ມີນາ 2025 ສະຫາຍ ນາງ ວຽງພອນ ແກ້ວຄູນສີ ກຳມະການພັກນະຄອນຫຼວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ພ້ອມຄະນະພັກຮາກຖານ ເລຂາຄະນະໜ່ວຍພັກ ແລະ ພະນັກງານຫຼັກແຫຼ່ງ ຮ່ວມວາງກະຕ່າດອກໄມ້ ແລະ ທັດສະນະສຶກສາທີ່ຫໍພິພິທະພັນປະທານ ໄກສອນ ພົມວິຫານ.
ຈຸດປະສົງເພື່ອລະນຶກເຖິງຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ລູກຮັກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ ວິລະບູລຸດແຫ່ງຊາດ ຍາມໃດກໍເປັນແວ່ນແຍງອັນໃສແຈ້ງ ເປັນແບບຢ່າງທີ່ດີເລີດໃຫ້ແກ່ການຈັດຕັ້ງພັກ-ລັດ ສະນັ້ນ ພວກເຮົາຄົນຮຸ່ນສືບທອດທີ່ຈະຕ້ອງສຶກສາຄົ້ນຄວ້າ ຮໍ່າຮຽນເອົາຄຸນສົມບັດ ສິນທຳປະຕິວັດ ແນວຄິດ ປະທານ ໄກສອນ ພົມວິຫານ ມາໝູນໃຊ້ເຂົ້າໃນໜ້າທີ່ວຽກງານ ແລະ ການດຳລົງຊີວິດຕົວຈິງ.
ພ້ອມດຽວກັນນີ້ ທາງຄະນະກໍໄດ້ຢ້ຽມຊົມງານວາງສະແດງຮູບພາບ ເອກະສານ ແລະ ວັດຖຸພັນ ທີ່ວາງສະແດງໃນຫໍພິພິທະພັນປະທານ ໄກສອນ ພົມວິຫານ ຕື່ມອີກ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ