ຄະນະສະແດງສິລະປະນະຄອນຫຼວງວຽງຈັນ ຮ່ວມສະແດງທີ່ມົດສກູ

04/03/2025

ຄະນະສະແດງສິລະປະນະຄອນຫຼວງວຽງຈັນ ຮ່ວມສະແດງທີ່ມົດສກູ

ການສພະແດງສິນລະປະລາວ-ຣັດເຊຍໃນງານວັນວຽງຈັນຢູ່ນະຄອນຫຼວງມົດສກູ ສ ຣັດເຊຍ ຈັດຂຶ້ນວັນທີ 27 ກຸມພາ 2025 ທີ່ນະຄອນ ຫຼວງມົດສະກູ ປະເທຣັດເຊຍ ມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ແຊຣເກ ເຈຣີໂອມິນ ລັດຖະມົນຕີປະ ຈຳລັດຖະບານມົດສະກູ ຫົວໜ້າພະແນກພົວພັນຕ່າງປະເທດ ແລະ ເສດຖະກິດພາຍນອກນະຄອນຫຼວງມົດສະກູ ທ່ານ ສີພັນດອນ ອ້ວຍບົວບຸດດີ ເອກອັກຄະລັດຖະທູດລາວປະຈໍາຣັດເຊຍ ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ການນໍາ ແລະ ປະຊາ ຊົນນະຄອນຫຼວງມົດ ສະກູ ແລະ ນັກສຶກສາລາວທີ່ສຶກສາຢູ່ຣັດເຊຍເຂົ້າຮ່ວມ.
ໃນພິທີທ່ານ ນາງ ວຽງພອນ ແກ້ວຄູນສີ ຫົງໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງມົດສກູມີມູນເຊື້ອຄວາມຜູກພັນສາມັກຄີຮັກແພງກັນຖານອ້າຍນ້ອງເພື່ອນມິດສະຫາຍມາແຕ່ດົນນານ ແລະ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງນະຄອນມົດສະກູ ຜ່ານມາຄະນະຜູ້ແທນ ແລະ ຄະນະສິລະປະນະຄອນຫຼວງມົດສະກູໄດ້ເດີນທາງໄປຮ່ວມແລກ ປ່ຽນສິລະປະ-ວັດທະນະທໍາ ແລະ ຮູບເງົາຢູ່ນະ ຄອນຫຼວງວຽງຈັນ ຄັ້ງວັນທີ 28 ຕຸລາຫາວັນທີ 1 ພະຈິກ 2024 ຂ້າພະເຈົ້າຕີລາຄາສູງ ແລະ ເຫັນວ່າມີຄວາມໝາຍສຳຄັນຢ່າງຍິ່ງ ແລະ ມີຄວາມຄຶກຄື້ນເບີກບານມ່ວນຊື່ນ ສ້າງຄວາມສາມັກຄີ ຮັດແໜ້ນທັງສອງນະຄອນ ເຊິ່ງງານວັນວຽງຈັນຢູ່ນະຄອນຫຼວງມົດສກູໄດ້ນໍາເອົາລາຍການສະແດງເພື່ອມາຮ່ວມງານ ແລະ ນໍາສະເໜີລາຍການສິລະປະ-ວັດທະນະທໍາຂອງນະ ຄອນຫຼວງວຽງຈັນ ເພື່ອໃຫ້ປະຊາຊົນຣັດເຊຍໄດ້ຮັບຊົມ ເຊິ່ງມີຫຼາກຫຼາຍລາຍການທີ່ສ່ອງແສງໃຫ້ເຫັນເຖິງວັດທະນະທໍາ ຄວາມເປັນເອ ກະລັກສະເພາະ ແລະ ຄວາມສາມັກຄີຮັກແພງຂອງສອງນະຄອນຫຼວງຄື:ບົດເພງມິດຕະພາບລາວ-ຣັດເຊຍ ບົດເພງວຽງຈັນ-ມົດສະກູ ໝາຍ ເຖິງຄວາມຮັກແພງປຽບດັງສາຍນໍ້າຂອງ ແລະ ສາຍນໍ້າວົງກ້າ ທີ່ບໍ່ມີວັນແຫ້ງຫາຍ ບົດຟ້ອນດອກຈໍາປາເມືອງລາວ ແລະ ຜ້າລາຍນາກ ໝາຍ ເຖິງດອກຈໍາປາ ເປັນດອກໄມ້ປະຈໍາຊາດ ທີ່ງົດງາມ ທົນທານ ຫອມ ຫວນ ຜ້າລາຍນາກ ເປັນຜືນຜ້າທີ່ຕິດພັນກັບວິຖີການດໍາລົງຊີວິດຂອງຄົນລາວມາແຕ່ດົນນານ ແລະ ໄດ້ຮັບຮອງເປັນມໍລະດົກໂລກທາງດ້ານວັດທະນະທໍານາມມະທໍາປີ 2023 ພິເສດບົດເພງບຸນຄຸນພັກໝາຍເຖິງ 70 ປີ ມູນເຊື້ອການນໍາພາຂອງພັກຕະຫຼອດໄລຍະຕໍ່ສູ້ກູ້ຊາດກໍຄືພາລະກົດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍສະເພາະພັກນໍາພາເສີມຂະຫຍາຍການຮ່ວມມືມິດຕະພາບກັບບັນດາປະເທດເພື່ອນມິດ ລາຍການສະແດງເປົ່າແຄນ ແລະ ບັນເລງເຄື່ອງດົນຕີພື້ນເມືອງຂອງລາວທີ່ເປັນເອກະລັກວັດທະນະທໍາລາວ ໂດຍສະເພາະສຽງແຄນຄົນເຊື້ອ ຊາດລາວໄດ້ຮັບຮອງຂຶ້ນເປັນມໍລະດົກໂລກທາງດ້ານວັດທະນະທໍານາມມະທໍາປີ 2017 ນອກນຈາກນີ້ແລ້ວຜູ້ເຂົ້າຮ່ວມຍັງໄດ້ຮັບຊົມລາຍການສະແດງສິລະປະຂອງຣັດເຊຍ 3 ລາຍການຕື່ມອີກ ອັນໄ້ດສ້າງຄວາມ ເບີກບານມ່ວນຊື່ນໃຫ້ແກ່ຜູ້ທີ່ເຂົ້າຮ່ວມຊົມ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ