ນະຄອນຫຼວງວຽງຈັນ ໄດ້ຮັບ 7 ລາງວັນ ມາດຕະຖານການທ່ອງທ່ຽວອາຊຽນ ປີ 2025
06/02/2025

ຫົວໜ່ວຍທຸລະກິດ ແລະ ສະຖານທີ່ທ່ອງທ່ຽວໃນນະຄອນຫຼວງວຽງຈັນ ໄດ້ຮັບ 7 ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປີ 2025 ໃນມາດຕະຖານບໍລິການອາຊຽນ ແລະ ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ເຊິ່ງລາງວັນດັ່ງກ່າວ ສະແດງເຖິງຄວາມເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມການທ່ອງທ່ຽວໃຫ້ມີຄຸນະພາບ ມີຄວາມຍືນຍົງ.
ສຳລັບຫົວໜ່ວຍທຸລະກິດ ແລະ ສະຖານທີ່ທ່ອງທ່ຽວ ໃນນະຄອນຫຼວງວຽງຈັນ ໄດ້ຮັບລາງວັນຄັ້ງນີ້ ປະກອບມີ ຮ້ານ Senses ສະປາ ຢູ່ໂຮງແຮມຄຣາວພລາຊາ ຮ້ານດາຫຼາສະປາ ແລະ ຮ້ານ Nice ນວດ ແລະ ສະປາ ໃນມາດຕະຖານບໍລິການອາຊຽນ ສ່ວນມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ປະກອບມີ ຫ້ອງນໍ້າສາທາລະນະ ໜອງສະພັງເລນ ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວພະທາດຫຼວງວຽງຈັນ ຫ້ອງນໍ້າສາທາລະນະວັດສີເມືອງ ແລະ ຫ້ອງນໍ້າສາທາລະນະ ພິພິທະພັນສີສະເກດ.
ພິທີມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຄັ້ງທີ 2 ຂຶ້ນໃນວັນທີ 5 ກຸມພາ 2025 ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີຫົວໜ້າກົມ ຮອງເຈົ້າແຂວງ ຫົວໜ້າພະແນກ ຖວທ ແຂວງ ທົ່ວປະເທດ ແລະ ຜູ້ປະກອບການທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຳລັບລາງວັນແຕ່ລະມາດຕະຖານຫົວໜ່ວຍທຸລະກິດ ແລະ ສະຖານທີ່ທ່ອງທ່ຽວບັນດາແຂວງ ປະກອບມີ: ມາດຕະຖານເຮືອນພັກປະຊາຊົນອາຊຽນ 6 ລາງວັນ ມີ ບ້ານນາດ້ວງ ເມືອງວັງວຽງ ແຂວງວຽງຈັນ ບ້ານດອນໂຄ ເມືອງຊະນະສົມບູນ ບ້ານດອນແດງ ເມືອງປະທຸມພອນ ບ້ານໜອງຫຼວງ ເມືອງປາກຊ່ອງ ບ້ານໜອງຫຼວງ ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ບ້ານນາຍາງ ເມືອງນໍ້າບາກ ແຂວງຫຼວງພະບາງ.
ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ 6 ລາງວັນ ມີ ການລ່ອງຊົມສັດປ່າ ຢູ່ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍເມືອງຫົວເມືອງ ແຂວງຫົວພັນ ບ້ານດອນໂຄ ເມືອງຊະນະສົມບູນ ແຂວງຈໍາປາສັກ ບ້ານທ່າແປ້ນ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ບ້ານຊາງໄຫ ເມືອງປາກອູ ແຂວງຫຼວງພະບາງ ບ້ານກອງລໍ ເມືອງຄູນຄໍາ ແຂວງຄໍາມ່ວນ ບ້ານນາລັນເໜືອ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ແລະ ບ້ານໜອງຢາເທິງ ເມືອງປາກຊ່ອງ ແຂວງຈໍາປາສັກ.
ມາດຕະຖານການບໍລິການສະປາອາຊຽນ 6 ລາງວັນ ມີ ຮ້ານບ້ານລາວສະປາ ຢູ່ໂຮງ ແຮມມາຍບ້ານລາວ ແຂວງຫຼວງພະບາງຮ້ານແມ່ຂອງສະປາ ຢູ່ໂຮງແຮມພູວ່າວ ແຂວງຫຼວງພະບາງ ຮ້ານ Frangipani ສະປາ ຢູ່ສະຫວັນຣີສອດ ແຂວງສະຫວັນນະເຂດ.
ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ 11 ລາງວັນ ມີ ຫ້ອງນໍ້າສາທາລະນະ ວັດຊຽງທອງ ແຂວງຫຼວງພະບາງ ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວຮ້ານອາຫານເມົາເທິນວິວ ແຂວງຫຼວງນໍ້າທາ ຫ້ອງນໍ້າສາທາລະນະສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ ຫ້ອງນໍ້າສາທາລະນະສະຖານທີ່ທ່ອງທ່ຽວຖໍ້ານອນ-ຖໍ້ານາງຟ້າ ເມືອງວັງວຽງ ແຂວງວຽງຈັນ ຫ້ອງນໍ້າສາທາລະນະ ຫໍພິພິທະພັນແຫ່ງຊາດ ແຂວງຫຼວງພະບາງ ຫ້ອງນໍ້າສາທາລະນະ ວັດໃໝ່ ແຂວງຫຼວງພະບາງ ແລະ ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວຫໍໄຕປີດົກວັດສີມຸງຄຸນ ວັດບ້ານກາງ ແຂວງສາລະວັນ.
ທີ່ມາ: ວຽງຈັນໃໝ່