ກອງປະຊຸມເຜີຍແຜ່ເຊື່ອມຊືມເອກະສານວຽກງານກວດກາພັກ ກວດກາລັດ ຄໍາຮ້ອງ-ຄຳສະເໜີ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ໜ່ວຍພັກຮາກຖານ ສະມາຊິກພັກ ແລະ ຜູ້ເຮັດວຽກງານກວດກາຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ນະຄອນຫຼວງ ວຽງຈັນ (ນວ) ຈັດຂຶ້ນວັນທີ 31 ມັງກອນ 2025 ທີ່ ພະແນກ ຖວທ ນວ ເປັນກຽດເຂົ້າຮ່ວມຂອງ ທ່່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນວ ທ່ານ ບຸນວັນ ຈະສົ່ວເກົ້າ ຮອງປະທານຄະນະກວດກາພັກ ອົງການກວດກາລັດ ນວ ມີ ຄະນະກວດກາ ຄະນະພັກຮາກຖານ ຄະນະກວດກາຂອງ 3 ອົງການຈັດຕັ້ງມະຫາຊົນ ຜູ້ຮັບຜິດຊອບວຽກງານກວດກາຂອງ 8 ໜ່ວຍພັກ ຄະນະພັກຮາກຖານພ້ອມ ດ້ວຍສະມາຊິກພັກທັງໝົດ.

ໃນການເຜີຍແຜ່ໃນຄັ້ງນີ້ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງ ຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ມະຕິວ່າດ້ວຍການເພີ່ີມທະວີວຽກງານຕິດຕາມ ກວດກາ ສະກັດກັ້ນ ແລະ ການຕ້ານການ ສໍ້ລາດບັງຫຼວງໃນເງື່ອນໄຂໃໝ່ສະບັບເລກທີ 02/ຄບສພ ລົງວັນທີ 31 ພຶດສະພາ 2012 ວຽກງານຄົ້ນຄວ້າແກ້ໄຂຄຳຮ້ອງຟ້ອງ ຮ້ອງທຸກ ແລະ ຄຳສະເໜີ ສະເໜີໂດຍ ທ່ານ ບຸນວັນ ຈະສົ່ວເກົ້າ ຮອງປະທານຄະນະກວດກາພັກ ອົງການກວດກາລັດ ນວ ຄວາມຮູ້ພື້ນຖານກ່ຽວກັບວຽກ ງານກວດກາລັດ ຄຳສັ່ງແນະນຳເລັກທີ 169/ຄລສພ ລົງວັນທີ 15 ສິງຫາ 2022 ວ່າດ້ວຍການເພີ່ມທະວີນຳພາ-ຊີ້ນຳຕໍ່ການເຄື່ອນໄຫວວຽກງານກວດກາ ແກ້ໄຂຜົນຂອງການກວດກາ ດຳລັດເລກທີ01/ລບ ລົງວັນທີ 6 ມັງກອນ 2015 ວ່າດ້ວຍການຕິດຕາມກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ສະເໜີໂດຍ ທ່ານ ບຸນສີ ກອງບຸດ ຮອງປະທານຄະນະກວດກາພັກ ອົງການກວດກາລັດ ນວ ຄວາມຮູ້ພື້ນຖານກ່ຽວກັບການ ກວດກາພັກ ຄຳແນະນຳເລກທີ 194/ຄກສພ ລົງວັນທີ 8 ກໍລະກົດ 2021 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບຂອງພັກ ຄະນະກວດ ກາພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ ສະເໜີໂດຍ ທ່ານ ວັນນະສອນ ກຸມພົນ ຮອງປະທານຄະນະກວດກາພັກ ອົງການກວດກາລັດ ນວ ແລະ ຮັບຟັງ ມະຕິເລກທີ 022/ຄບສພ ລົງວັນທີ 13 ມັງກອນ 2017 ວ່າດ້ວຍການແກ້ໄຂປະກົດການອາດຍາສິດ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ດຳລັດເລກທີ 159/ລບ ລົງວັນທີ 4 ມິຖຸນາ 2013 ວ່າດ້ວຍການແຈ້ງຊັບສິນ.
ການເຜີຍແຜ່ໃນຄັ້ງນີ້ເພື່ອສ້າງຄວາມຮັບຮູ້ຄວາມເຂົ້າໃຈຕໍ່ວຽກງານ ກວດກາພັກ ກວດກາລັດ ຄໍາຮ້ອງ-ຄຳສະເໜີ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ ໜ່ວຍພັກຮາກຖານ ສະມາຊິກພັກ ແລະ ຜູ້ທີ່ເຮັດວຽກງານກວດກາ ຂອງ ພະແນກ ຖວທ ນວ ເຂົ້າໃຈຢ່າງຈະແຈ້ງເລີກເຊິ່ງຕໍ່ວຽກງານດັ່ງກ່າວເພື່ອນຳເອົາໄປຈັດຕັ້ງປະຕິບັດໃນວຽກງານຕົວຈິງໃຫ້ມີປະສິດທິຜົນເພີ່ມຂຶ້ນ.