ອົງການປົກຄອງນະຄອນຫຼວງ ຕີລາຄາການຈັດຕັ້ງປະຕິບັດ ວຽກງານ 1 ເດືອນຜ່ານມາ

31/01/2025

ອົງການປົກຄອງນະຄອນຫຼວງ ຕີລາຄາການຈັດຕັ້ງປະຕິບັດ ວຽກງານ 1 ເດືອນຜ່ານມາ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 44 ຈັດຂຶ້ນວັນທີ 30 ມັງກອນ 2025 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີຮອງເຈົ້າຄອງ ຫົວໜ້າ ຮອງຫົວໜ້າພະແນກ ອົງການທຽບເທົ່າ ແລະ ພະນັກງານຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຈັດຕັ້ງປະຕິບັດວຽກງານສຳຄັນຂອງ ນວ ໃນ 1 ເດືອນຜ່ານມາ ແລະ ປຶກສາຫາລືຫຼາຍບັນຫາຄຳຄັນໃນເດືອນຕໍ່ໄປເປັນຕົ້ນໄດ້ຮັບຟັງການຜ່ານຮ່າງຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2025 ຂອງ ນວ ແຜນລົງທຶນຂອງລັດປະຈຳປີ 2025 ຂອງ ນວ ແລະ ການກະກຽມຈັດກອງປະຊຸມພົບປະພາກການລົງທຶນປະຈຳປີ 2025 ເພື່ອຮຽກການລົງທຶນ ນວ ລາຍງານກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບລົງວັນທີ 20 ທັນວາ 2017 ໃນການແກ້ໄຂປາກົດການຫຍໍ້ທໍ້ໃນ ນວ (ການອອກຄຳສັ່ງຂອງເຈົ້າຄອງ ນວ ແຕ່ລະໜ້າວຽກ ແລະ ການປ່ຽນແປງຄວາມຮັບຜິດຊອບຂອງພະແນກການ) ຮັບຟັງການລາຍງານກ່ຽວກັບການຄຸ້ມຄອງ ແລະ ພັດທະ ນາສວນສາທາລະນະທົ່ວ ນວ ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດການປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ ປະຈຳປີ 2024 ຮັບຟັງລາຍງານກ່ຽວກັບການປັບປຸງອາຄານສຳນັກງານຄື: ການອອກແບບປັບປຸງອາຄານຂອງພະນກໂຍທາທິການ ແລະ ຂົນສົ່ງ ນວ ຫຼັງໃໝ່ ບໍລິສັດ ວຽງຈັນອໍໂຕເມຊັນ&ໂຊລູຊັນເອັນຈີເນຍຣິງ ຈຳກັດຜູ້ດຽວ ຂໍຮ່ວມມືກັບພາກລັດໃນການພັດທະນາທີ່ດິນຂອງພະ ແນກ ຍທຂ ນວ ການປັບປຸງສຳນັກງານອາຄານປົກຄອງ ນວ ຮັບຟັງລາຍງານກ່ຽວ ກັບຄວາມຄືບໜ້າໃນການກະກຽມເດີນທາງໄປຢ້ຽມຢາມ ເຮັດວຽກ ແລະ ຈັດງານວັນວຽງຈັນຢູ່ນະຄອນຊານປີເຕີສະເບີກ ແລະ ນະຄອນມົດສະກູ ສ ລັດເຊຍ ໃນທ້າຍເດືອນ ກຸມພາ 2025 ແລະ ຮັບຟັງການລາຍງານກ່ຽວກັບບົດສະຫຼຸບສະພາບພົ້ນເດັ່ນປະຈຳເດືອນມັງກອນ ແລະ ແຜນວຽກຈຸດສຸມປະຈຳເດືອນກຸມພາ 2025 ຂອງອົງການປົກຄອງ ນວ ສະເໜີໂດຍທ່ານຫົວໜ້າຫ້ອງວ່າການ ນວ.
ທີ່ມາ: ວຽງຈັນໃໝ່

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ