ຖວທ ນວ ປະກາດພະນັກງານຮັບອູດໜູນບຳນານ 4 ທ່ານ

27/01/2025

ຖວທ ນວ ປະກາດພະນັກງານຮັບອູດໜູນບຳນານ 4 ທ່ານ

ທີ່ມາ: ວຽງຈັນໃໝ່
ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດພິທີປະກາດພະນັກງານຮັບອູດໜູນບຳນານ ໃນວັນທີ 24 ມັງກອນ 2025 ທີ່ພະແນກ ຖວທ ນວ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍຫົວໜ້າຂະແໜງ ກອງວິຊາການ ຫ້ອງການ ແລະ ພະນັກງານ.
ໃນພິທີທ່ານ ເສກສັນຕິ ສຸມຸນທາ ຫົວໜ້າຫ້ອງການພະແນກ ຖວທ ນວ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນເຂົ້າຮັບອູດໜູນບຳນານ ໂດຍໄດ້ອະນຸມັດໃຫ້ ທ່ານ ເພັກ ສິງໄຊ ຮັກສາການອຳນວຍການກອງວິຊາການວິທະຍຸ-ໂທລະພາບ ນວ ທ່ານ ນາງ ຄຳດີ ຮ່ວງ ທ່ານ ນາງ ຂັນທະລີ ຫຼວງລິດ ຮອງຫົວໜ້າຂະແໜງຫ້ອງການບໍລິຫານ ແລະ ທ່ານ ໜູໄລ ລັດຕະນະ ຮອງຫົວໜ້າຫ້ອງການ ຖວທ ເມືອງ ໄຊທານີ ນັບແຕ່ວັນທີ 01 ມັງກອນ ເປັນຕົ້ນໄປ.
ໂອກາດນີ້ທ່ານນາງ ວຽງພອນ ແກ້ວຄູນສີ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງພະນັກງານບຳນານທັງ 4 ທ່ານ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານທີ່ຕົນຮັບຜິດຊອບມີຜົນສຳເລັດຢ່າງໃຫຍ່ຫຼວງ ພ້ອມກັນນັ້ນກໍໄດ້ຮຽກຮ້ອງມາຍັງພະນັກງານບຳນານຄັ້ງນີ້ຊ່ວຍສືບຕໍ່ໃຫ້ຄຳແນະນຳ ຄຳຄິດເຫັນຕ່າງໆໃຫ້ແກ່ພະນັກງານຜູ້ສືບທອດໄດ້ຖອດຖອນບົດຮຽນ ຊ່ວຍຕຳນິກໍ່ສ້າງພະນັກງານໜຸ່ມນ້ອຍໃຫ້ມີຄວາມເຂັ້ມແຂງ ປະກອບສ່ວນຊີ້ນຳ ແລະ ເປັນເຈົ້າການຕິດຕາມປະຶກົດການຫຍໍ້ທໍ້ຕ່າງໆໃນຂະແໜງ ຖວທ ຢູ່ຂັ້ນບ້ານໃຫ້ແກ່ພະແນກຂອງພວກເຮົາ ສືບຕໍ່ຮັກສາຄົນງາມຄວາມດີ ບາດບາດ ແລະ ກຽດສັກສີໄປຄຽງຄູ່ກັບການຮັກສາສຸຂະພາບໃຫ້ແຂງແຮງຕະຫຼອດໄປ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ