ເລຂາຄະນະພັກ ນວ ຢ້ຽມຊົມສິນຄ້າໂອດ໊ອບ ຢູ່ງານບຸນພະທາດຫຼວງ
13/11/2024
ຈາກ: ໜສພ ວຽງຈັນໃໝ່
ວັນທີ 12 ພະຈິກ 2024 ທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ໄດ້ໄປຢ້ຽມຊົມສ້ນຄ້າຮ້ານວາງສະແດງສິນຄ້າໂອດ໊ອບທີ່ເດີ່ນສະໜາມຫຼວງພະທາດຫຼວງໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2024 ຈັດຂຶ້ນວັນທີ 11-15 ພະຈິກ 2024 ຖືກຕ້ອຮັບໂດຍຄະນະຮັບຜິດຊອບຈັດງານບຸນທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາ ຫະກຳ ແລະ ການຄ້າ ນວ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະ ແຫຼງຂ່າວ ວັດ ທະນະທຳ ແລະ ທ່ອງທ່ຽວ ນວ ທ່ານ ວົງໄຊ ພົມມີໄຊ ຫົວໜ້າພະ ແນກການຕ່າງປະເທດ ນວ ບັນດາຮອງຫົວໜ້າພະແນກ ແລະ ຂະແໜງການກ່ຽວຂ້ອງ.
ການລົງຢ້ຽມຊົມສິນຄ້າຮ້ານວາງສະແດງໃນງານບຸນພະທາດຫຼວງຄັ້ງນີ້ປະທານສະພາປະຊາຊົນ ນວ ໄດ້ຮັບຟັງການລາຍງານການຈັດງານບຸນ ການວາງສະແດງສິນຄ້າ ແລະ ກິດຈະກຳຕ່າງໆທີ່ປິ່ນອ້ອມຢູ່ໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2024 ໃນນັ້ນກໍມີດ້ານດີ ຂໍ້ສະດວກ ແລະ ຂໍ້ຫຍຸ້ງ ຍາກນັບແຕ່ການກະກຽມຈົນເຖິງປັດຈຸບັນຂອງການຈັດງານ ໂດຍລວມແລ້ວງານບຸນປະເພນີແມ່ນຮັກສາໄດ້ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ແລະ ຮັກສາໄດ້ມູນເຊື້ອວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດທີ່ເຄີຍປະຕິບັດກັນມາຍາວນານ ນັບແຕ່ມື້ເປີດງານເປັນຕົ້ນມາໄດ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງມວນຊົນທົ່ວປະເທດເຂົ້າມາທ່ຽວຊົມ ແລະ ຈັບຈ່າຍຊື້ສິນຄ້າຢູ່ພາຍໃນງານບຸນເປັນຈຳນວນຫຼວງຫຼາຍເຮັດໃຫ້ບັນຍາກາດພາຍໃນງານບຸນມີຄວາມເບີກບານມ່ວນຊື່ນ ແລະ ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວໃນໂອກາດປີທ່ອງທ່ຽວລາວ 2024.
ພາຍຫຼັງຮັບຟັງການລາຍງານຂອງແຕ່ລະອະນຸກຳມະການຮັບຜິດຊອບງານບຸນແລ້ວປະທານສະພາປະຊາຊົນ ນວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະຮັບຜິດ ຊອບທີ່ໄດ້ເອົາໃຈໃສ່ໃນການເຮັດວຽກມີຜົນສຳເລັດເປັນກ້າວໆ ເຮັດໃຫ້ງານບຸນດຳ ເນີນໄປຕາມວາລະທີ່ກຳນົດໄວ້ ພ້ອມທັງຊີ້ນໍາໃຫ້ຄະນະຮັບຜິດຊອບສືບຕໍ່ເອົາໃຈໃສ່ປະຕິບັດວຽກງານທີ່ໄດ້ມອບໝາຍໃຫ້ມີຜົນສຳເລັດເປັນຕົ້ນບັນດາກິດຈະກຳໃນງານບຸນ ຊຸກຍູ້ສົ່ງເສີມບັນດາຫົວໜ່ວຍທຸລະກິດ ແລະ ຊາວຄ້າຂາຍທີ່ນໍາເອົາສິນຄ້າມາວາງສະແດງຂາຍ ແລະ ອື່ນໆ.ໂອກາດນີ້ຄະນະຮັບຜິດຊອບຈັດງານບຸນຍັງໄດ້ນໍາພາປະທານສະພາປະຊາຊົນ ນວ ໄປຢ້ຽມຊົມສິນຄ້າບັນດາຮ້ານສິນຄ້າໂອດ໊ອບ ແລະ ຮູບພາບພະທາດຫຼວງ ການເຄື່ອນກິດຈະກຳໃນງານບຸນທີ່ນໍາວາງສະແດງຢູ່ພາຍໃນງານບຸນນະມັດສະການພະທາດຫຼວງຕື່ມອີກ.


