ສະຫຼອງລຳວົງລາວຮັບຮອງເປັນມໍລະດົກໂລກ ແລະ ສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ 2025
03/01/2025

ຈາກ: ໜສພ ວຽງຈັນໃໝ່
ໃນຕອນຄໍ່າຂອງວັນທີ 31 ທັນວາ 2024 ທີ່ ສວນປະຕູໄຊ ນະຄອນຫຼວງວຽງຈັນ(ນວ) ກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ອົງການປົກຄອງນະ ຄອນຫຼວງວຽງຈັນໄດ້ຈັດພິທີສະເຫຼີມສະຫຼອງລຳວົງລາວຮັບຮອງເປັນມໍລະດົກໂລກ ແລະ ສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2024 ຕ້ອນຮັບປີໃໝ່ 2025 ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະ ຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງ ຈັນ ພ້ອມດ້ວຍການນຳພັກ-ລັດ ຂັ້ນສູນກາງ ແລະ ນວ ແຂກທີ່ຖືກເຊີນ ມວນຊົນຊາວນະຄອນຫຼວງວຽງຈັນ ນັກທ່ອງທ່ຽວຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.


ນອກຈາກນີ້ ເພື່ອເປັນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2024 ຕ້ອນຮັບປີໃໝ່ 2025 ພ້ອມກັບຊົມເຊີຍສະເຫຼີມສະຫຼອງຜົນສຳເລັດທີ່ ສປປ ລາວໄດ້ເປັນປະທານອາຊຽນ ລວມທັງປີ ທ່ອງທ່ຽວລາວ 2024 ແລະ ວຽກງານອື່ນໆທີ່ສາມາດຈັດຕັ້ງປະຕິບັດໄດ້ທີ່ຄວາມກ້າວໜ້າ ແລະ ມີຜົນ ສຳເລັດຕະຫຼອດປີ 2024 ລວມໄປເຖິງຜົນງານຂອງນະ ຄອນຫຼວງວຽງຈັນທີ່ຍາດມາໄດ້ຕະຫຼອດປີ 2024 ທັງເພື່ອຮັບເອົາຄວາມຈະເລີນຮຸ່ງເຮືອງ ຄວາມສີວິໄລໃນປີ 2025 ຈຶ່ງໄດ້ຈັດງານສະເຫຼີມສະຫຼອງນີ້ຂຶ້ນປະກອບມີຫຼາຍກິດ ຈະກຳຄື: ການສະແດງສິລະປະ ຈັບສະຫຼາກມອບໂຊກໃຫ້ມວນຊົນທີ່ເຂົ້າຮ່ວມ ຊົມວິດີໂອອວຍພອນຂອງປະທານປະເທດເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີ ໃໝ່ 2025 ຫຼັງຈາກນັ້ນ ການນຳພັກ-ລັດ ແລະ ແຂກທີ່ເຂົ້າ ຮ່ວມລວມທັງມວນຊົນທັງພາຍໃນ ແລະ ຕ່າງປະເທດໄດ້ພ້ອມກັນຮ່ວມກັນນັບຖ້ອຍຫຼັງກ້າວສູ່ປີໃໝ່ 2025 ຊົມການສະແດງຮູບພາບຕ່າງໆໂດຍການບິນໂດຣນ ຊົມການຈຸດດອກໄມ້ໄຟ ລຳວົງສາມັກຄີເພື່ອຕ້ອນຮັບປີໃໝ່ 2025.


