ໜ່ວຍພັກ ບໍລິສັດ ເຄຫາການຄ້າແມ່ຂອງ ເປີດກອງປະຊຸມໃຫຍ່ ຄັ້ງທີ IV
26/11/2024

ຈາກ: ໜສພ ວຽງຈັນໃໝ່
ກອງປະຊຸມໃຫຍ່ໜ່ວຍພັກ ບໍລິສັດ ເຄຫາການຄ້າແມ່ຂອງ ຄັ້ງທີ IV ຈັດຂຶ້ນວັນທີ 21 ພະຈິກ 2024 ທີ່ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງ ສະຫາຍ ນາງ ວຽງພອນ ແກ້ວຄູນສີ ຄະນະປະຈຳພັກ ນວ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຖວທ ນວ ແລະ ສະຫາຍ ໄມທຳ ອຸ່ນມະໂນ ເລຂາໜ່ວຍພັກ ບໍລິສັດ ເຄຫາການຄ້າແມ່ຂອງ ມີບັນດາຄະນະພັກພະແນກ ເລຂາຮອງເລຂາໜ່ວຍພັກອ້ອມຂ້າງ ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ປະເທດ ໂດຍສະເພາະປະເທດຈີນ ໃນຜ່ານມາໜ່ວຍພັກໄດ້ເອົາໃຈໃສ່ເຮັດວຽກງານໜ້າທີ່ການເມືອງ ຂະຫຍາຍສະມາຊິກພັກ ສ້າງສະມາຊິກພັກໃຫ້ມີຄຸນນະພາບເປັນແບບຢ່າງນໍາໜ້າໃຫ້ມະຫາຊົນ ແລະ ພະນັກງານ ໄດ້ນໍາພາວຽກງານວິຊາສະເພາະຢ່າງຕັ້ງໜ້າໃນການດຳເນີນທຸລະກິດໃນຂົງເຂດຄວາມຮັບຜິດຊອບຂອງຕົນ ເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2024-2029) ສືບຕໍ່ນໍາພາສະມາຊິກພັກ ແລະ ພະນັກງານຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຂອງພັກຕົນ ໃຫ້ປາກົດຜົນເປັນຈິງ ສືບຕໍ່ນໍາພາວຽກງານ
ທ່ອງທ່ຽວ ເຕົ້າໂຮມຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດໃຫ້ດຳເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ ນອກນັ້ນ ສະຫາຍ ນາງ ບົວສີ ສີສະຫວັດ ຮອງເລຂາໜ່ວຍພັກບໍລິສັດ ເຄຫາການຄ້າແມ່ຂອງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບແຜນພັດທະນາຂະແໜງການ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ໂດຍຍົກໃຫ້ເຫັນຜົນສຳເລັດໃນການເຮັດໜ້າທີ່ຂອງໜ່ວຍພັກໃນການຈັດຕັ້ງປະຕິບັດແຜນພັດທະນາໃນປີຜ່ານມາເຫັນວ່າສາມາດຍາດ ໄດ້ຜົນງານໃນການດຳເນີນທຸລະກິດດ້ານການສ້າງລາຍຮັບເຂົ້າງົບປະມານຂອງລັດ.
