ຮອງເຈົ້າຄອງ ນວ ຢ້ຽມຢາມການຜະລິດຢູ່ແຂວງບໍລິຄຳໄຊ
17/06/2024

ຂໍ້ມູນຈາກ ໜສພ ວຽງຈັນໃໝ່
ວັນທີ 15 ມິຖຸນາ 2024 ທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນຳນະຄອນຫຼວງວຽງຈັນ ໄດ້ເດີນທາງລົງຢ້ຽມຢາມການຜະລິດຢູ່ ບ້ານປາກບຶງ ເມືອງປາກຊັນ ແຂວງ ບໍລິຄຳໄຊ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມພົບປະເພື່ອສົ່ງເສີມການຮ່ວມມື ລະຫວ່າງ ແຂວງບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ບຸນລ້ຽງ ດວງສະເພົາ ຫົວໜ້າພະແນກການເງິນແຂວງບໍລິຄຳໄຊ ພ້ອມຄະນະ.

ພາຍຫຼັງທີ່ຕົນເອງໄດ້ຫັນມາປະກອບອາຊີບລ້ຽງປາດຸກເປັນສິນຄ້າ ກໍສາມາດ ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດຄອບຄົວຕາມແນວທາງນະໂຍບາຍຂອງພັກ ສາມາດເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້.