ຮອງເຈົ້າຄອງລົງຕິດຕາມການອະນາໄມຕົ້ນກະຖິນທີ່ມີອາຍຸຫຼາຍປີຫັກລົ້ມ
17/06/2024

ຂໍ້ມູນຈາກ ໜສພ ວຽງຈັນໃໝ່
ວັນທີ 14 ມິຖຸນາ 2024 ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງ ວຽງຈັນ (ນວ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ລົງຕິດຕາມເບິ່ງສະພາບຕົ້ນກະຖິນຫູຊ້າງຢູ່ເດີ່ນສຳນັກງານອົງການສະຫະປະຊາຊາດປະຈຳລາວ ຖະໜົນລ້ານຊ້າງ ຕໍ່ໜ້າໂຮງຮຽນ ມສ ວຽງຈັນ ເມືອງຈັນທະບູລີ ນວ ໄດ້ຫັກ ລົ້ມລົງໃນວັນທີ 9 ມິຖຸນາ 2024 ເວລາ 18:30 ໂມງ ຍ້ອນມີຝົນຕົກ ແລະ ພາຍຸ ເຊິ່ງປັດຈຸບັນພະນັກງານຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ກຳລັງອະນາໄມຕັດຮອນງ່າກິ່ງນ້ອຍອອກຈາກຈຸດເກີດເຫດຄາດວ່າຈະໃຊ້ເວລາ 5-7 ຈຶ່ງຈະສຳເລັດ.
ພະແນກກະສິກຳ ແລະ ປ່າໄມ້ ນວ ໄດ້ລາຍງານຢູ່ກອງປະຊຸມປຶກສາຫາລືເພື່ອຊອກຫາວິທີແກ້ໄຂຕົ້ນກະຖິນທີ່ຫັກລົ້ມໃນວັນທີ 11 ມິຖຸນາ 2024 ຢູ່ຫ້ອງວ່າການຮູ້ວ່າ: ເຊິ່ງຜົນຂອງກອງປະຊຸມຄັ້ງນີ້ໄດ້ເອກະພາບເບື້ອງຕົ້ນການອະນາໄມຕັດຮອນກິ່ງງ່ານ້ອຍມອບໃຫ້ຫ້ອງການ ຄບຕ ເປັນຜູ້ຮັບຜິດຊອບດຳເນີນການ ພະແນກກະສິກຳ ແລະ ປ່າໄມ້ ນວ ຮັບຜິດຊອບປະສານສົມທົບກັບພາກສ່ວນກ່ຽວຂ້ອງລົງເກັບກຳຂໍ້ມູນ ອາຍຸ ຄຸນລັກສະນະ ແລະ ເຕັກນິກເກັບຮັກສາຕົ້ນໄມ້ດັ່ງກ່າວ ລວມທັງໃຫ້ຄຳແນະນຳວິທີການຕັດ ສ່ວນສະຖານທີ່ເກັບມ້ຽນໄມ້ດັ່ງກ່າວ ກອງປະຊຸມໄດ້ເອກະພາບຈະເອົາໄປເກັບຮັກສາໄວ້ຢູ່ເດີ່ນອານຸສາວະລີປະຕູໄຊ ແລະ ທ່ອນປາຍ ກິ່ງງ່າ ຕົ້ນໄມ້ຈະເອົາເກັບມ້ຽນໄວ້ຢູ່ເດີ່ນຫ້ອງວ່າການປົກຄອງ ນວ ຊົ່ວຄາວ ແລະ ອີກຈຳນວນໜຶ່ງເກັບໄວ້ທີ່ຫໍພິພິຕະພັນໄມ້ພິສິດບ້ານດົງໝາກຄາຍ ໃນວັນທີ 12 ມິຖຸນາ 2024 ພະແນກກະສິກຳ ແລະ ປ່າໄມ້ ນວ ໄດ້ປະສານສົມທົບກັບກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງລົງເກັບກຳຂໍ້ມູນທາງດ້ານວິທະຍາສາດ ແລະ ປະເມີນການເກັບກູ້ຕົ້ນກະຖິນດັ່ງກ່າວ ສາມາດວິເຄາະສັງລວມເປັນຂໍ້ມູນພື້ນຖານ.

