ຈັດກິດຈະກຳກີລາແລ່ນ-ຍ່າງມິດຕະພາບ ສະເຫຼີມສະຫຼອງການເປີດນຳໃຊ້ຂົວມິດຕະພາບລາວ-ໄທ ຄົບຮອບ 30 ປີ
11/06/2024

ຂໍ້ມູນຈາກ ໜສພ ວຽງຈັນໃໝ່
ກິດຈະກຳກີລາແລ່ນ-ຍ່າງມິດຕະພາບ ສະເຫຼີມສະຫຼອງການເປີດນຳໃຊ້ຂົວມິດຕະ ພາບລາວ-ໄທແຫ່ງທີ 1 ນະຄອນຫຼວງວຽງຈັນ (ນວ) ຄົບຮອບ 30 ປີ (1994-2024) ຈັດຂຶ້ນວັນທີ 9 ມິຖຸນາ 2024 ທີ່ສວນວັດທະນະທຳອິນແປງ ເມືອງຫາດຊາຍຟອງ ມີ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ທ່ານ ແດນ ເຮວເດິນ ອຸປະທູດອົດສະຕຣາລີປະຈຳລາວ ທ່ານ ນາງ ຈິຣັດສະຍາ ພີຣານົນ ເອກອັກຄະຣາຊະທູດໄທປະຈຳລາວ ທ່ານ ລັດຖະສາດ ຊິດຊູ ຮອງຜູ້ວ່າຣາຊະການຈັງຫວັດໜອງຄາຍ ແຫ່ງ ຣາຊະອານາ ຈັກໄທ ບັນດາການນຳ ນວ ການນຳເມືອງຫາດຊາຍຟອງ ຫົວໜ້າຮອງຫົວໜ້າພະ ແນກການ ອົງການທຽບເທົ່າອ້ອມຂ້າງ ນວ ພະນັກງານ ນັກຮຽນ-ນັກສຶກສາ ແລະ ປະຊາຊົນເຂົ້າຮ່ວມ.

ໃນພິທີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ໄດ້ຂຶ້ນລາຍງານວ່າ: ການຈັດກິດຈະກຳຄັ້ງນີ້ເປັນໜຶ່ງໃນກິດຈະກຳທີ່ນອນຢູ່ໃນການສະເຫຼີມສະຫຼອງການເປີດນຳໃຊ້ຂົວມິດ ຕະພາບລາວ-ໄທແຫ່ງທີ 1 ຄົບຮອບ 30 ປີ ເພື່ອເຮັດໃຫ້ມີຄວາມໝາຍຄວາມສຳຄັນ ແລະ ບັນຍາກາດຟົດຟື້ນມ່ວນຊື່ນ ເຊິ່ງພາຍໃນງານມີຜູ້ເຂົ້າຮ່ວມ 350 ຄົນ ແລະ ກິດຈະກຳຄັ້ງນີ້ໂດ້ໄດ້ຮັບການສະໜັບສະ ໜູນຈາກຫຼາຍພາກສ່ວນເປັນຕົ້ນຈາກ ທ່ານ ພອນປະເສີດ ອິນທະສອນ ປະທານບໍລິສັດ ສາມເອັສພັດທະນາ ຈຳກັດ ທັງເປັນປະທານສະຫະພັນແລ່ນ-ລານ ນວ ດ້ານບໍລິຫານລວມເປັນມູນຄ່າທັງໝົດ 51.988.000 ກີບ ພະແນກການເງິນ ນວ ນ້ຳດື່ມຮັບໃຊ້ງານ 12 ລ້ານກີບ ສະຖານທູດອົດສະຕຣາລີປະຈຳລາວອຸປະຖຳເສື້ອ 350 ຜືນ ແລະ ຫຼຽນທີ່ລະນຶກ 300 ຫຽນ ລວມເປັນມູນຄ່າ 72.500.000 ກີບ.

ສຳລັບເສັ້ນທາງໃນການແລ່ນ-ຍ່າງແມ່ນເລີ່ມຈາກສວນວັດທະນະທຳອິນແປງຫາຈຸດກາງຂົວມິດຕະພາບລາວ-ໄທ 1 ແລະ ລ້ຽວກັບມາເຂົ້າເສັ້ນໄຊຢູ່ສວນວັດທະນະທຳອິນແປງ ລວມໄລຍະທາງປະມານ 4,5 ກິໂລແມັດ ນອກຈາກນີ້ພາຍໃນງານຍັງໄດ້ເຕັ້ນແອໂລບິດອົບອຸ່ນຮ່າງກາຍ ມອບຫຼຽນໃຫ້ຜູ້ເຂົ້າຮ່ວມກິດຈະກຳພາຍຫຼັງແລ່ນ-ຍ່າງເຖິງເສັ້ນໄຊ ມອບໃບຍ້ອງຍໍໃຫ້ພາກສ່ວນອຸປະຖຳງານກິດຈະກຳ ແລະ ຟ້ອມລຳວົງລາວ ອັນໄດ້ເຮັດໃຫ້ພາຍໃນງານມີບັນຍາກາດຄຶກຄື້ນມ່ວນຊື່ນ.

