ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ວັນທີ 1 ມິຖຸນາ 2024 ນະຄອນຫຼວງຈັດກິດຈະກຳປູກຕົ້ນໄມ້ໃສ່ສວນປະຕູໄຊພາກຂະຫຍາຍ

03/06/2024

ວັນທີ 1 ມິຖຸນາ 2024 ນະຄອນຫຼວງຈັດກິດຈະກຳປູກຕົ້ນໄມ້ໃສ່ສວນປະຕູໄຊພາກຂະຫຍາຍ

ວັນທີ 1 ມິຖຸນາ 2024 ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີປູກຕົ້ນໄມຢູ່ສວນສາທາລະນະ ນວ (ສວນປະຕູໄຊພາກຂະຫຍາຍ) ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ1 ມິຖຸນາ

ອ່ານ​ເພີ່ມ

 

ວັນ​ທີ 31 ພຶດ​ສະ​ພາ 2024 ນວ ຮ່ວມກັບ ກະຊວງ ຖວທ ຈັດຫຼາຍກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

03/06/2024

ວັນ​ທີ 31 ພຶດ​ສະ​ພາ 2024 ນວ ຮ່ວມກັບ ກະຊວງ ຖວທ ຈັດຫຼາຍກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່-ເດັກ(ຄກມດ) ນະຄອນຫຼວງວຽງຈັນ ຮ່ວມກັບ ຄະນະກໍາມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່-ເດັກກະຊວງ ຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຮ່ວມຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຕິດພັນກັບຂະບວນການວັນປູກຕົ້ນໄມ້ແຫ່ງຊາດ ວັນຢຸດຕິສູບຢາສາກົນ ແລະ ວັນສິ່ງແວດລ້ອມ ໄດ້ຈັດຂຶ້ນວັນທີ 31 ພຶດສະພາ 2024 ທີ່ ເດີ່ນພະທາດຫຼວງ ເປັນກຽດເຂົ້າຮ່ວມ ຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ

ອ່ານ​ເພີ່ມ

 

ສືບຕໍ່ແກ້ໄຂສຽງເນືອງນັນໃນທຸລະກິດຮ້ານອາຫານ-ຮ້ານບັນເທີງ ຢູ່ເມືອງສັງທອງ

29/05/2024

ສືບຕໍ່ແກ້ໄຂສຽງເນືອງນັນໃນທຸລະກິດຮ້ານອາຫານ-ຮ້ານບັນເທີງ ຢູ່ເມືອງສັງທອງ

ຄະນະຮັບຜິດຊອບຕິດຕາມ ກວດກາ ແລະ ແກ້ໄຂສຽງເນືອງນັນໃນທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງຢູ່ນະຄອນຫຼວງວຽງຈັນ (ນວ) ຈຸທີ 4 ເຊິ່ງມີຂອບເຂດຮັບຜິດຊອບ 3 ເມືອງ ຄື: ສີໂຄດຕະບອງ ນາຊາຍທອງ ແລະ ສັງທອງ ນໍາໂດຍທ່ານ ເສກສັນຕິ ສຸມຸນທາ ຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ຮອງຫົວໜ້າຈຸ 4 ສືບຕໍ່ເຄື່ອນໄຫວຕິດຕາມ ກວດກາສະພາບຕົວຈິງຢູ່ບັນດາຮ້ານອາຫານ ແລະ ຮ້ານບັນເທີງ ເມືອງສັງທອງ ວັນທີ 22 ພຶດສະພາ 2024.

ອ່ານ​ເພີ່ມ

 

ວັນທີ 20 ເມສາ 2024 ເຈົ້າຄອງນະຄອນຫຼວງ ລົງກວດກາຄວາມພ້ອມການສະຫຼອງຂົວມິດຕະພາບລາວ-ໄທແຫ່ງທີ 1 ຄົບຮອບ 30 ປີ

22/04/2024

ວັນທີ 20 ເມສາ 2024 ເຈົ້າຄອງນະຄອນຫຼວງ ລົງກວດກາຄວາມພ້ອມການສະຫຼອງຂົວມິດຕະພາບລາວ-ໄທແຫ່ງທີ 1 ຄົບຮອບ 30 ປີ

ວັນທີ 20 ເມສາ 2024 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ລົງກວດກາຄວາມພ້ອມການຈັດພິທີສະເຫຼີມສະຫຼອງການເປີດນໍາໃຊ້ຂົວມິດຕະພາບລາວ-ໄທແຫ່ງທີ 1 ນະຄອນຫຼວງວຽງຈັນ -ໜອງຄາຍຄົບຮອບ 30 ປີ (8/4/1994-8/4/2024)

ອ່ານ​ເພີ່ມ

 

ວັນ​ທີ 9 ເມ​ສາ 2024 ຮຽກຮ້ອງ ຫົວໜ່ວຍທຸລະກິດຮ້ານອາຫານ-ບັນເທິງ ເປັນເຈົ້າການປະຕິບັດຕາມລະບຽບຢ່າງເຂັ້ມງວດ

09/04/2024

ວັນ​ທີ 9 ເມ​ສາ 2024 ຮຽກຮ້ອງ ຫົວໜ່ວຍທຸລະກິດຮ້ານອາຫານ-ບັນເທິງ ເປັນເຈົ້າການປະຕິບັດຕາມລະບຽບຢ່າງເຂັ້ມງວດ

ວັນທີ 6 ເມສາ 2024 ຜ່ານມາ ຄະນະສະເພາະກິດແກ້ໄຂສຽງເນືອງນັນໃນທຸລະກິດຮ້ານອາຫານ ແລະ ບັນເທິງ ຢູ່ນະຄອນຫຼວງວຽງຈັນ (ຈຸທີ2) ນຳໂດຍທ່ານ ວຽງຄຳ ສີສຸວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ຫຼວງວຽງຈັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມແກ້ໄຂບັນຫາສຽງເນືອງນັນຢູ່ເຂດເມືອງໄຊທານີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ອ່ານ​ເພີ່ມ

 

ຄະນະຜູ້ແທນສະຫະພັນອົງການຈັດຕັ້ງທາງສັງຄົມ ສ ເກົາຫຼີ ມອບສະລ່າຍ ໃຫ້ພະແນກ ຖວທ ນວ

29/03/2024

ຄະນະຜູ້ແທນສະຫະພັນອົງການຈັດຕັ້ງທາງສັງຄົມ ສ ເກົາຫຼີ ມອບສະລ່າຍ ໃຫ້ພະແນກ ຖວທ ນວ

ໃນໂອກາດທີ່ສະຫະພັນອົງການຈັດຕັ້ງທາງສັງຄົມ ແລະ 31 ອົງການຈັດຕັ້ງທີ່ເເຂວງ Jeollanam-do ປະເທດເກົາຫຼີໃຕ້ (ສ ເກົາຫຼີ) ທີ່ເດີນທາງມາຢ້ຽມຢາມ ແລະ ທ່ອງທ່ຽວຢູ່ ສປປ ລາວ ໃນວັນທີ 28 ມີນາ 2024 ຄະນະຜູ້ແທນດັ່ງກ່າວໄດ້ມອບສະລ່າຍໃຫ້ແກ່ພະແນກຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ ນວ)

ອ່ານ​ເພີ່ມ

 

ຜູ້ປະກອບການທຸລະກິດຮ້ານອາຫານ-ຮ້ານບັນເທີງ ໃຫ້ການຮ່ວມມືເປັນຢ່າງດີ

25/03/2024

ຜູ້ປະກອບການທຸລະກິດຮ້ານອາຫານ-ຮ້ານບັນເທີງ ໃຫ້ການຮ່ວມມືເປັນຢ່າງດີ

ວັນທີ 22-23 ມີນາ 2024 ຄະນະສະເພາະກິດ ແກ້ໄຂສຽງດັງເນື່ອງນັນ ປະຈຳເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ນຳໂດຍທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ) ຫົວໜ້າຈຸ 3 ພ້ອມເຈົ້າໜ້າທີ່ຕຳຫຼວດ ປກສ ນວ ປກສ ເມືອງ ຫ້ອງການ ຖວທ ເມືອງ ໄດ້ສືບຕໍ່ລົງຕິດຕາມ ກວດກາ ແລະ ແກ້ໄຂສຽງດັ່ງເນື່ອງນັນ ຢູ່ບັນດາຮ້ານອາຫານ-ຮ້ານບັນເທີງ ທີ່ເຄີຍຖືກກ່າວເຕືອນ ແລະ ເຮັດບົດບັນທຶກ ປັບໄໝມາກ່ອນໜ້ານີ້ ລວມທັງໝົດ 20 ຮ້ານ.

ອ່ານ​ເພີ່ມ

 

ຄະນະພະແນກ ຖວທ ນວ ເຂົ້າຮ່ວມງານເປີດປີທ່ອງທ່ຽວລາວ ແຂວງສະຫວັນນະເຂດ

13/03/2024

ຄະນະພະແນກ ຖວທ ນວ ເຂົ້າຮ່ວມງານເປີດປີທ່ອງທ່ຽວລາວ ແຂວງສະຫວັນນະເຂດ

ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ນໍາພາຄະນະວິຊາການ ເຂົ້າຮ່ວມພິທີເປີດປີທ່ອງທ່ຽວລາວ 2024 ແຂວງສະຫວັນນະເຂດ ຕິດພັນກັບງານສະຫວັນສຸກສັນຫັນສາ ພາຍໃຕ້ຄໍາຂວັນ “ທ່ອງທ່ຽວລາວ-ທ່ອງທ່ຽວແຂວງສະ ຫວັນນະເຂດ ປອດໄພ ມ່ວນຊື່ນ-ຊື່ນໃຈໃນວັດທະນະທຳ ທຳມະຊາດ ແລະ ປະຫວັດສາດ ວັນທີ 9-11 ມີນາ 2024

ອ່ານ​ເພີ່ມ

 

ແຂວງຢູນນານຊ່ວຍເຫຼືອໄຟເຍືອງທາງພະລັງງານແສງຕາເວັນເດີ່ນພະທາດຫຼວງ

27/02/2024

ແຂວງຢູນນານຊ່ວຍເຫຼືອໄຟເຍືອງທາງພະລັງງານແສງຕາເວັນເດີ່ນພະທາດຫຼວງ

ພິທີມອບ-ຮັບໂຄງການຊ່ວຍເຫຼືອໄຟເຍືອງທາງພະລັງງານແສງຕາເວັນທີ່ເດີນພະທາດຫຼວງ ສປປ ລາວ ຂອງໂຄງການໃຈປະສານໃຈຢູູນນານ ໄດ້ຈັດຂຶ້ນວັນທີ 25 ກຸມພາ 2024 ທີ່ ເດີ່ນພະທາດຫຼວງ

ອ່ານ​ເພີ່ມ

 

 

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ