ຍົກລະດັບຄວາມຮູ້ດ້ານພິທີການ ແລະ ພິທີກອນ ໃຫ້ພະນັກງານຂົງເຂດ ວທ

17/11/2026

ຍົກລະດັບຄວາມຮູ້ດ້ານພິທີການ ແລະ ພິທີກອນ ໃຫ້ພະນັກງານຂົງເຂດ ວທ

 
ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ວທ ນວ) ຈັດເຝິກອົບຮົມ ຫົວຂໍ້: ພິທີການ ແລະ ພິທີກອນ ໃຫ້ພະນັກງານພາຍໃນພະແນກ ວທ ນວ ແລະ ພະນັກງານຫ້ອງການ ວທ 9 ເມືອງ ເພື່ອສົ່ງເສີມທ່າແຮງ ແລະ ພັດທະນາຊັບພະຍາກອນມະນຸດໃນອົງການພາກລັດ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດນໍາເອົາຄວາມຮູ້ ໄປປັບໃຊ້ເຂົ້າໃນໜ້າທີ່ວຽກງານຢ່າງມີປະສິດທິຜົນສູງສຸດ ຂຶ້ນວັນທີ 16-18 ພະຈິກ 2026 ຢູ່ພະແນກດັ່ງກ່າວ ໂດຍເປັນປະທານຂອງທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກ ວທ ນວ ຜູ້ຊີ້ນໍາວຽກງານການທ່ອງທ່ຽວ ມີວິທະຍາກອນຈາກກະຊວງ ວທ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການ ກອງວິຊາການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ວຽກງານການສື່ສານ ການປະສານງານ ແລະ ພິທີການ ຖືເປັນເຄື່ອງມືອັນແຫຼມຄົມ ເປັນບ່ອນອີງ ແລະ ເປັນໄມ້ຫຼາວັດແທກ ທີ່ສະແດງເຖິງໂສມໜ້າ ພາບພົດ ແລະ ຄວາມເປັນມືອາຊີບຂອງທຸກຂະແໜງ ການ ພິທີກອນ (ເບື້ອງໜ້າເວທີ) ປຽບເໝືອນຕົວແທນ ແລະ ເປັນໃບໜ້າໃບຕາຂອງອົງກອນ ໃນການສື່ ສານໂດຍກົງເທິງເວທີ ມີບົດບາດໃນການແຈ້ງຈຸດປະສົງ ແຈ້ງເວລາ ແລະ ນໍາພາແຂກເຂົ້າຮ່ວມ ໃຫ້ມີອາ ລົມຮ່ວມທີ່ສອດຄ່ອງກັບລັກສະນະຂອງພິທີ ການເປັນພິທີກອນຕ້ອງມີຄວາມກ້າສະແດງອອກ ແລະ ຄວາມໝັ້ນໃຈສູງ ເຊິ່ງການເຝິກອົບຮົມຈະຊ່ວຍສ້າງທັກສະໃໝ່ໆ ແລະ ທໍາລາຍຄວາມຕື່ນເຕັ້ນ ເພື່ອໃຫ້ສາມາດເປັນຕົວແທນຂຶ້ນເຮັດໜ້າທີ່ເທິງເວທີລະດັບທາງການ ໄດ້ຢ່າງຄວາມພາກພູມໃຈ ພິທີກອນຄືດ່ານໜ້າທີ່ຈະຕ້ອງໃຊ້ໄຫວພິບ ແລະ ຄໍາເວົ້າທີ່ນຸ້ມນວນໃນການແກ້ໄຂວິກິດສະເພາະໜ້າ ສ່ວນວຽກງານ
ພິທີການປຽບ ເໝືອນກົນໄກການວາງແຜນ ທີ່ຮັບປະກັນຄວາມຖືກຕ້ອງຕາມລະບຽບ ຫຼັກການ ຮັບປະກັນຄວາມຖືກຕ້ອງຕາມຮີດຄອງ ພິທີການທາງລັດຖະການ ມີລະບຽບ ແບບແຜນ ແລະ ລໍາດັບຂັ້ນຕອນທີ່ເຂັ້ມງວດ ໂດຍສະ ເພາະການສະແດງຄວາມເຄົາລົບ ແລະ ການເຊີນແຂກ VIP ຕາມລໍາດັບ ຕໍາແໜ່ງບໍລິຫານ ວຽກງນພິທີ ການຈະຊ່ວຍຄວບຄຸມໃຫ້ທຸກຂັ້ນຕອນ ດໍາເນີນໄປຢ່າງຖືກຕ້ອງ ວຽກງານພິທີການ ເນັ້ນໃສ່ຄວາມຮັດກຸມ ແລະ ຄວາມເປັນເອກະພາບພາຍໃນຂະແໜງ ການຮຽນຮູ້ພິທີການ ຈະຊ່ວຍໃຫ້ພິທີການ ມີຄຸນນະພາບ ແລະ ສາມາດຈັດຕັ້ງປະຕິບັດໄດ້ຕົວຈິງ ວຽກງານພິທີການ ແມ່ນການຈັດຕັ້ງທຸກອົງປະກອບ ໃຫ້ມີຄວາມພ້ອມ ເປັນຕົ້ນ: ການຈັດຜັງບ່ອນນັ່ງ ການກະກຽມສະຖານທີ່ ການກໍານົດເວລາ ແລະ ການປະສານງານກັບທຸກພາກສ່ວນ ເຮັດໃຫ້ກອງປະຊຸມ ຫຼື ພິທີຕ່າງໆ ດໍາເນີນໄປຢ່າງເປັນ
ລະບຽບຮຽບຮ້ອຍ ສະຫຼຸບແລ້ວ ເມື່ອສອງວຽກນີ້ ນໍາມາລວມກັນ ແລະ ເຮັດວຽກປະສານສົມທົບກັນ ຈະເກີດເປັນໝາກຜົນ ແລະ ຜົນສໍາເລັດທີ່ສົມບູນແບບ ພິທີການກຽມຄວາມຮັດກຸມຢູ່ເບື້ອງຫຼັງ ສ່ວນວຽກພິທີກອນຖ່າຍທອດຄວາມສະຫງ່າງາມຢູ່ເບື້ອງໜ້າ ການລວມກັນທັງສອງສ່ວນນີ້ຈະຮັບປະກັນໃຫ້ພິທີການຕ່າງໆດໍາເນີນໄປຢ່າງຖືກຕ້ອງ ໂປ່ງໃສ ສະຫງ່າງາມ ແລະ ບໍ່ມີຄວາມຜິດພາດ ເມື່ອມີການປ່ຽນແປງກະທັນຫັນ ຫຼື ມີເຫດການບໍ່ຄາດຄິດ ການເຮັດວຽກຮ່ວມກັນຢ່າງເປັນລະບົບລະຫວ່າງພິທີການ ຄະນະຈັດຕັ້ງພິທີ (ເບື້ອງຫຼັງ) ແລະ ພິທີກອນ (ເບື້ອງໜ້າ) ຈະຊ່ວຍໃຫ້ການສົ່ງຕໍ່ຂໍ້ມູນ ມີຄວາມຊັດເຈນ ສາມາດແກ້ໄຂສະຖານະການໄດ້ທັນການ ແລະ ຮັກສາພາບພົດອັນດີງາມຂອງອົງກອນ.
​ໂອກາດນີ້ ທ່ານ ພອນຈັນ ແພງພູວັນ ກໍໄດ້ເນັ້ນໃຫ້ສໍາມະນາກອນ ຍົກສູງຄວາມຮັບຜິດຊອບຂອງຕົນໃນຄົ້ນຄວ້າ ເປັນເຈົ້າການສົນທະນາ ແລກປ່ຽນ ແລະ ຖອດຖອນເອົາບົດຮຽນຈາກວິທະຍາກອນໃຫ້ໄດ້ຫຼາຍທີ່ສຸດ ພ້ອມນີ້ທ່ານຍັງໄດ້ເນັ້ນໃຫ້ຄະນະຈັດຕັ້ງການເຝິກອົບຮົມ ແລະ ພາກສ່ວນກ່ຽວຂ້ອງ ຈັດແຜນ ການເຝີກອົບຮົມຍົກລະດັບຄວາມສາມາດໃຫ້ພະນັກງານຂົງເຂດ ວທ ນວ ຢ່າງເປັນລະບົບ ແລະ ມີລັກສະ ນະຕໍ່ເນື່ອງ ເພື່ອໃຫ້ສໍາມະນາກອນ ນໍາເອົາຄວາມຮູ້ ແລະ ປະສົບການທີ່ໄດ້ຮຽນຮູ້ດັ່ງກ່າວ ໄປໝູນໃຊ້ໃນວຽກງານຂອງຕົນຢ່າງມີປະສິດທິຜົນສູງ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ