ພະແນກ ວທ ນວ ສ້າງຂະບວນການຕ້ອນຮັບສອງວັນປະຫວັດສາດ
17/11/2026
ຊາວໜຸ່ມປະຊາຊົນ ປະຕິວັດລາວ ຮາກຖານພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ວທ ນວ) ຈັດຂະບວນການອອກແຮງງານລວມ ເພື່ອສ້າງຂະບວນການຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ ຂອງຊາດ ໂດຍສະເພາະວັນສະຖາປະນາ ສປປ ລາວ ຄົບຮອບ 51 ປີ (2 ທັນວາ 1975 - 2 ທັນວາ 2026) ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 106 ປີ (13 ທັນວາ 1920 - 13 ທັນວາ 2026) ໃຫ້ເປັນຂະບວນຟົດຟື້ນ ມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນເລິກເຊິ່ງ.
ຂະບວນອອກແຮງງານລວມຄັ້ງນີ້ ຈັດຂຶ້ນວັນທີ 12 ພະຈິກ 2026 ຢູ່ພະແນກດັ່ງກ່າວ ໂດຍມີທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກ ວທ ນວ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ທ່ານ ເສກສັນຕິ ສຸມຸນທາ ຫົວໜ້າຫ້ອງການພະແນກ ວທ ນວ ພ້ອມດ້ວຍຄະນະບໍລິຫານງານ ແລະ ສະ ມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ຮາກຖານພະແນກ ວທ ນວ ເຂົ້າຮ່ວມ.
ຂະບວນອອກແຮງງານລວມຄັ້ງນີ້ ໄດ້ພ້ອມກັນອະນາໄມ ເກັບມ້ຽນຂີ້ເຫຍື້ອ ໃບໄມ້ ແລະ ປັດກວາດບໍລິເວນພະແນກ ວທ ນວ ໃຫ້ມີຄວາມສະອາດ ແລະ ເປັນລະບຽບຮຽບຮ້ອຍ ເຊິ່ງນອກຈາກເປັນການສ້າງຂະບວນການຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ ຂອງຊາດແລ້ວ ຍັງເປັນການປະຕິບັດ ຄໍາຂວັນ 6 ສ ໂດຍສະເພາະ ສ ສະອາດ ສ້າງຄວາມສາມັກຄີຮັກແພງລະຫວ່າງສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ຮາກຖານພະແນກ ວທ ນວ ຜ່ານກິດຈະກໍາຕ່າງໆ ໂດຍສະເພາະຂະບວນການອອກແຮງງານ.



