ງານບຸນນະມັດສະການພຣະທາດຫຼວງວຽງຈັນ ຈັດຂຶ້ນລະຫວ່າງວັນທີ 20-24 ພະຈິກ 2026 ທີ່ຈະມາເຖິງນີ້, ໂດຍມີຫຼາຍກິດຈະກຳ ທີ່ສອດຄອງກັບຮີບຄອງປະເພນີລາວ ແລະ ວັດທະນະທຳອັນດີງານຂອງຊາດລາວເຮົາ.

13/11/2026

ງານບຸນນະມັດສະການພຣະທາດຫຼວງວຽງຈັນ ຈັດຂຶ້ນລະຫວ່າງວັນທີ 20-24 ພະຈິກ 2026 ທີ່ຈະມາເຖິງນີ້, ໂດຍມີຫຼາຍກິດຈະກຳ ທີ່ສອດຄອງກັບຮີບຄອງປະເພນີລາວ ແລະ ວັດທະນະທຳອັນດີງານຂອງຊາດລາວເຮົາ.

 
ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ໄດ້ຖະແຫຼງຕໍ່ສື່ມວນຊົນໃນວັນທີ 11 ພະຈິກ 2026 ວ່າ: ການຈັດງານບຸນນະມັດສະການພຣະທາດຫຼວງວຽງຈັນແຕ່ລະປີ, ລ້ວນແຕ່ເປັນການສືບສານອະນຸລັກ, ຮັກສາມໍລະດົກທາງດ້ານວັດທະນາທໍາອັນລ້ຳຄ່າ, ຮີດຄອງປະເພນີທີ່ສືບທອດກັນມາແຕ່ບູຮານນະກາານ ແລະ ທັງເປັນການເສີມຂະຫຍາຍຄຸນຄ່າທາງດ້ານຈິດໃຈໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວຂອງພວກເຮົາຕະຫຼອດໄປ.
ສໍາລັບງານບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈຳປີ 2026 ຈະໄດ້ເລີ່ມແຕ່ວັນທີ 20-24 ພະຈິກ 2026 (ລວມເປັນເວລາ 5 ວັນທາງການ) ແລະ ມີກິດຈະກໍາທາງສາສະໜາ ແຕ່ລະມື້ແມ່ນເປີດປະຕູໃຫ້ມວນຊົນເຂົ້າທ່ຽວຊົມງານ ແມ່ນເລີ່ມ ແຕ່ເວລາ 09:00 ໂມງ
ຫາ 23:00 ໂມງ ໂດຍຈະມີການສະແດງສິລະປະວັນນະຄະດີ (ເວທີກາງ) ການສະແດງການຟ້ອນ, ຂັບລຳຈາກກອງສີລະປະກອນສູນກາງ, ສິນລະປະກອນກອງທັບ, ສິລະປະຈາກ ບັນດາເມືອງ 9 ຕົວເມືອງພາຍໃນນະຄອນຫຼວງວຽງຈັນ, ສູນວັດທະນະທຳເດັກ ແລະ ສະໂມສອນດ່ານຊ້າງ ເພື່ອເຂົ້າຮ່ວມການສະແດງໃນແຕ່ລະວັນ, ພາຍໃນງານນອກຈາກພິທີທາງສາສະໜາແລ້ວ ຍັງມີການວາງສະແດງ ແລະ ຈໍາໜ່າຍສິນຄ້າຫຼາກຫຼາຍປະເພດ ເປັນຕົ້ນ: ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ, ສິນຄ້າຄອບຄົວຕົວແບບ, ສິນຄ້າວິສາຫະກິດຂະໜາດນ້ອຍ ແລະ ກາງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ປະຊາຊົນບັນດາເຜົ່າຊາວນະຄອນຫຼວງວຽງ ຈັນ, ຕ່າງແຂວງ ແລະ ແຂກຕ່າງປະເທດ ໄດ້ເຫັນ ແລະ ຊ່ວຍຊົມໃຊ້ຜະລິດຕະພັນສິນຄ້າລາວ, ພ້ອມທັງເປັນການແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆ ຂອງບັນດາຫົວໜ່ວຍທຸລະກິດດ້ວຍກັນ.
ດ້ານວຽກປ້ອງກັນຄວາມສະຫງົບ ໄດ້ນຳໃຊ້ກຳລັງເຈົ້າໜ້າທີ່ ປສຊ-ປສກ ແລະ ຊາວໜຸ່ມ ເພື່ອເຂົ້າຮັບໃຊ້ໃນງານບຸນ ເພື່ອຮັກສາຄວາມສະຫງົບ, ປອດໄພ ແລະ ອຳນວຍຄວາມສະດວກໃນການສັນຈອນ ໃຫ້ຮັບປະກັນຮອບດ້ານ, ພ້ອມທັງກະກຽມພະນັກງານແພດໝໍ, ພາຫະນະ,
ອຸປະກອນການແພດ, ຢາປິ່ນປົວສຸກເສີນ ເພື່ອມາບໍລິການຢູ່ສະຖານທີ່ຈັດງານ ແລະ ສ້າງລະບຽບ ໂຄສະນາປະຊາສຳພັນທຸກຄົນ ທີ່ຈະເຂົ້າມາທ່ຽວໃນງານບູນ.
ນອກນີ້, ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ຄະນະຮັບຜິດຊອບແຕ່ລະໜ່ວຍງານ, ຄົ້ນຄ້ວາ ແລະ ກໍານົດລະບຽບຊົ່ວຄາວ ເພື່ອເປັນບ່ອນອີງອໍານວຍ, ຄຸ້ມຄອງໃນການຈັດຕັ້ງເຄື່ອນໄຫວກິດຈະກໍາຕ່າງໆ, ມີການຈັດກິດຈະກຳປິ່ນອ້ອມໃນແຕ່ລະວັນ ຊຶ່ງຄະນະກໍາມະການຮັບຜິດຊອບຈັດງານບຸນນະມັດສະການພຣະທາດຫຼວງວຽງຈັນ ຈະໄດ້ແຈ້ງເປັນແຕ່ລະໄລຍະ ພ້ອມທັງມີການຮັກສາຄວາມສະອາດ ແລະ ເກັບມ້ຽນຂີ້ເຫຍື້ອອອກຈາກຂອບເຂດບໍລິເວນງານບຸນ ຂໍເຊີນຊວນປະຊາຊົນລາວບັນດາເຜົ່າ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາຮ່ວມງານບຸນນະມັດສະການສັກກາລະບູຊາພຣະທາດຫຼວງວຽງຈັນ ແລະ ສຳພັດບັນຍາກາດວັດທະນະທຳຮີດຄອງປະເພນີຂອງຊາວນະຄອນຫຼວງວຽງຈັນຮ່ວມກັນ ເພື່ອເປັນການອະນຸລັກ, ປົກປັກຮັກສາ, ສຶບສານ ແລະ ສົ່ງເສີມມູນເຊື້ອຮີດຄອງປະເພນີອັນດີງາມໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າ, ພີ່ນ້ອງຊາວລາວທັງພາຍໃນ ແລະ ຕ່າງປະເທດ ໄດ້ມາຮ່ວມກັນນ້ອມມັດສະການພຣະທາດຫຼວງ ເພື່ອເສີມສ້າງຄວາມສາມັກຄີຮັກແພງ ໃຫ້ມີບັນຍາກາດມ່ວນຊື່ນ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ