ບຸນນະມັດສະການພະທາດຫຼວງ ກຳນົດຈະຈັດຂຶ້ນ 20 - 24 ພະຈິກ​ 2026

10/11/2026

ບຸນນະມັດສະການພະທາດຫຼວງ ກຳນົດຈະຈັດຂຶ້ນ 20 - 24 ພະຈິກ​ 2026

 
ວັນທີ 9 ພະຈິກ 2026 – ນະຄອນ​ຫຼວງວຽງຈັນ ກຽມຄວາມພ້ອມຈັດງານບຸນນະ​ມັດສະການພະທາດຫຼວງ ພ້ອມງານວາງສະແດງ ແລະ ຈຳໜ່າຍສິນຄ້າ ປະຈຳປີ 2026 ລະຫວ່າງວັນທີ 20 – 24 ພະຈິກ 2026 ຢູ່ບໍລິເວນອົງພະທາດຫຼວງ ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂວັນ “ຮ່ວມກັນອະນຸລັກຮັກສາວັດທະນະທຳລາວ”.
ງານບຸນນະມັດສະການພະທາດຫຼວງ ເປັນປະເພນີສຳຄັນອັນເປັນເອກະລັກຂອງຊາດລາວ ທີ່ຈັດຂຶ້ນເປັນປະຈຳທຸກປີໃນໄລຍະວັນເພັງເດືອນ 12 ຕາມປະຕິທິນຈັນທະຄະຕິ. ສຳລັບປີ 2026 ວັນເພັງກົງກັບວັນທີ 24 ພະຈິກ ເຊິ່ງເປັນມື້ສຳຄັນຂອງງານບຸນ ໂດຍມີພິທີກຳທາງສາສະໜາ ແລະ ກິດຈະກຳຕາມຮີດຄອງປະເພນີຫຼາຍລາຍການ.
ກຳນົດການກິດຈະກຳສຳຄັນ
- ວັນທີ 20 ພະຈິກ ເວລາ 16:30 ໂມງ: ພິທີເປີດງານບຸນນະມັດສະການພະທາດຫຼວງ ປະຈຳປີ 2026.
- ວັນທີ 21 ພະຈິກ ເວລາ 16:30 ໂມງ: ກິດຈະກຳຄົບງັນຕາມປະເພນີ.
- ວັນທີ 22 ພະຈິກ ເວລາ 16:00 ໂມງ: ພິທີສູດປະລິດຕະມຸງຄຸນ ຢູ່ອົງພະທາດຫຼວງ.
- ວັນທີ 23 ພະຈິກ ເວລາ 14:00 ໂມງ: ພິທີແຫ່ຜາສາດເຜິ້ງ ຈາກວັດສີເມືອງ ໄປຍັງອົງພະທາດຫຼວງ.
- ວັນທີ 24 ພະຈິກ (ວັນເພັງ):
- ເວລາ 07:00 ໂມງ: ພິທີໃສ່ບາດ ແລະ ຖວາຍສັງຄະທານ ໂດຍມີພະສົງຈາກທົ່ວປະເທດເຂົ້າຮ່ວມ.
- ເວລາ 13:00 ໂມງ: ພິທີແຫ່ລູກຄີ ແລະ ການແຂ່ງຂັນກິລາພື້ນເມືອງຕີຄີ.
- ເວລາ 19:00 ໂມງ: ພິທີວຽນທຽນຮອບອົງພະທາດຫຼວງ ພ້ອມຈູດທູບທຽນ ແລະ ບັ້ງໄຟດອກເພື່ອບູຊາອົງພະທາດຫຼວງ.
ໃນງານມີຫຼາຍກິດຈະກຳ
ນອກຈາກພິທີກຳທາງສາສະໜາ ແລະ ກິດຈະກຳຕາມຮີດຄອງປະເພນີແລ້ວ ພາຍໃນງານຍັງຈະມີການວາງສະແດງ ແລະ ຈຳໜ່າຍສິນຄ້າ, ການສະແດງຄອນເສີດ ພ້ອມກິດ​ຈະກຳບັນເທີງອື່ນໆ ເພື່ອສ້າງບັນຍາກາດຄຶກຄື້ນ ແລະ ເປີດໂອກາດໃຫ້ປະຊາຊົນ ລວມທັງນັກທ່ອງທ່ຽວ ໄດ້ເຂົ້າຮ່ວມສຳຜັດກັບບັນຍາກາດງານບຸນປະເພນີອັນສຳຄັນຂອງຊາດລາວ.
ງານບຸນນະມັດສະການພະທາດຫຼວງ ປະຈຳປີ 2026 ຈຶ່ງເປັນອີກໜຶ່ງໂອກາດສຳຄັນໃນການສືບສານ ແລະ ອະນຸລັກຮັກສາມູນເຊື້ອວັດທະນະທຳລາວ ໃຫ້ຄົງຢູ່ຄູ່ກັບສັງຄົມລາວສືບໄປ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ