ເຜີຍແຜ່ກົດໝາຍ ແລະ ຄຳແນະນຳວ່າດ້ວຍການປະຕິບັດກົດໝາຍວ່າດ້ວຍປ້າຍ

10/11/2026

ເຜີຍແຜ່ກົດໝາຍ ແລະ ຄຳແນະນຳວ່າດ້ວຍການປະຕິບັດກົດໝາຍວ່າດ້ວຍປ້າຍ

 
ກອງປະຊຸມເຜີຍແຜ່ກົດໝາຍ ແລະ ຄຳແນະນຳວ່າດ້ວຍການປະຕິບັດກົດໝາຍວ່າດ້ວຍປ້າຍ ສະບັບປັບປຸງຈັດຂຶ້ນວັນທີ 5 ພະຈິກ 2026 ທີ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອິນຖາ ສົມພອນ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະ ຊວງ ວທ ແລະ ທ່ານ ສອນໄຊ ສີສົມພັນ ໜ້າພະແນກ ວທ ນວ ມີບັນດາຮອງຫົວໜ້າກົມ ຫົວໜ້າຮອງຫົວໜ້າພະແນກການ ຫົວໜ້າຫ້ອງການ ວທ ເມືອງ ສະມາຄົມ ຂະແໜງການສ່ວນທີ່ກ່ຽວຂ້ອງອ້ອມຂ້າງ ນວ ແລະ ຜູ້ປະກອບການທຸລະກິດປ້າຍເຂົ້າຮ່ວມ.
ທ່ານ ອິນຖາ ສົມພອນ ກ່າວວ່າ: ວຽກງານຄ້ມຄອງປ້າຍຢູ່ໃນລາວ ຖືເປັນບັນຫາສຳຄັນເຊີ່ງພົວພັນກັບພາບພົດ ແລະ ຄວາມເປັນລະບຽບ ຄວາມສວຍງາມຂອງບ້ານເມືອງ ແລະ ເປັນບັນຫາສະທ້ອນເຖີງວັດທະນະທຳ-ສັງຄົມຢ່າງກ້ວາງຂວາງ ໃນຜ່ານມາບັນຫາດັ່ງກ່າວໄດ້ຖືກສ່ອງແສງຈາກສັງຄົມ ໂດຍຜ່ານສາຍດ່ວນສະພາ ຜ່ານສື່ອອນລາຍ ແລະ ອື່ນໆ ເຊີ່ງບັນຫາດັ່ງກ່າວໄດ້ຮັບການເອົາໃຈໃສ່ຊີ້ນຳຈາກການນຳກະຊວງກໍ່ຄືລັດຖະບານ ແລະ ໄດ້ສະເໜີສະພາຮັບຮອງເອົາກົດໝາຍວ່າດ້ວຍປ້າຍປີ 2025 ເພື່ອເປັນເຄື່ອງມືໃນການຄຸ້ມຄອງ ແລະ ເປັນຄູ່ມືໃຫ້ຜູ້ຮັບຜິດຊອບໃນການປະຕິບັດວຽກງານດັ່ງກ່າວເພື່ອໃຫ້ວຽກງານຄຸ້ມຄອງປ້າຍມີການຫັນປຽ່ນໃໜ່ທີ່ຕັ້ງໜ້າ ແລະ ສ້າງຄວາມເປັນເອກະພາບສຸງໃນທົ່ວສັງຄົມ ທັງຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງທຸກພາກສວ່ນໃນສັງຄົມ ສະນັ້ນເພື່ອໃຫ້ວຽກງານຄຸ້ມຄອງປ້າຍໃຫ້ໄດ້ຮັບການຈັດຕັ້ງປະຕິບັດໄປໃນທິດທາງດຽວກັນທາງຄະນະນຳກະຊວງ ແລະ ຄະນະຮັບ ຜິດຊອບຈຶ່ງໄດ້ຕັດສິນໃຈເຮັດສຳເລັດໃນການປັບປຸງກົດໝາຍ ແລະ ຄຳແນະນຳດັ່ງກ່າວເພື່ອມາເປັນຄູ່ມື ແລະ ເປັນບ່ອນອີງໃນການປະຕິບັດວຽກງານດັ່ງກ່າວຈົນສຳເລັດບໍ່ວ່າຈະເປັນກົດໝາຍວ່າດ້ວຍ ສະບັບເລກທີ 89/ສພຊ ລົງວັນທີ 25 ມີຖຸນາ 2025 ແລະ ຄຳແນະນຳວ່າດ້ວຍການປະຕິບັດກົດໝາຍວ່າດ້ວຍປ້າຍ ສະບັບເລກທີ 33/ວທ ລົງວັນທີ 24 ກັນຍາ 2026.
ການຈັດກອງປະຊຸມເຜີຍແຜ່ກົດໝາຍຄັ້ງນີ້ ມີຄວາມໝາຍ ແລະ ຄວາມສຳຄັນຢ່າງເລິກເຊິ່ງ ເພາະມັນຈະເປັນເຄື່ອງ ແລະ ແນວທາງໃຫ້ສັງຄົມ ແລະ ຜູ້ປະກອບການທຸລະກິດກ່ຽວກັບວຽກງານຄຸ້ມຄອງປ້າຍ ປະຕິບັດໄປໃນທິດທາງອັນດຽວກັນ ແລະ ໃຫ້ບັນດາຄະນຳພະແນກ ວທ ຫ້ອງການ ວທ ພາກສ່ວນທີ່ກ່ຽວຂ້ອງ ຜູ້ປະກອບການທຸລະກິດກ່ຽວກັບປ້າຍ ເຈົ້າຂອງປ້າຍ ແລະ ສະມາຄົມພາຍໃນ ນວ ເວົ້າສະເພາະ ເວົ້າລວມໃນຂອບເຂດທົ່ວປະເທດຊ່ວຍນຳເອົານິຕິກຳ 2 ສະບັບດັ່ງກ່າວນີ້ເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ໃຫ້ທົ່ວເຖີງດ້ວຍ ແລະ ພ້ອມກັນຈັດຕັ້ງປະຕິບັດເປັນເອກະພາບໃນທົ່ວປະເທດ.
 

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ