ນວ ເລັ່ງສ້າງ ປະຕິທິນການທ່ອງທ່ຽວ 2027 ຍຸດທະສາດໃໝ່ດຶງດູດນັກທ່ອງທ່ຽວ
26/10/2026
ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ວທ ນວ) ໄດ້ຈັດກອງປະຊຸມລະດົມແນວຄວາມຄິດໃນການສ້າງປະຕິທິນການທ່ອງທ່ຽວ ປະຈຳປີ 2027 ໂດຍມຸ່ງເນັ້ນການສ້າງຈຸດຂາຍໃໝ່ ຈັດວາງກິດຈະກຳໃຫ້ຕໍ່ເນື່ອງຕະຫຼອດທັງປີ ພ້ອມດຶງພາກທຸລະກິດ ແລະ ນຳໃຊ້ສື່ດິຈິຕອນຊຸກຍູ້ເສດຖະກິດ ແລະ ກະຈາຍລາຍຮັບສູ່ຊຸມຊົນ ຢ່າງທົ່ວເຖິງ.
ກອງປະຊຸມດັ່ງກ່າວໄດ້ຈັດຂື້ນວັນທີ 23 ຕຸລາ 2026 ຢູ່ສວນບັນດາເຜົ່າ ເມືອງນາຊາຍທອງ ນວ ໂດຍເປັນປະທານຂອງ ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ ມີຜູ້ຕາງໜ້າຈາກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ພູວົງ ພະມີສິດ ເຈົ້າຂອງສວນບັນດາເຜົ່າ, ຫົວໜ້າຫ້ອງການ ວທ, ບັນດາເມືອງ, ຄະນະສະມາຄົມທຸລະກິດທ່ອງທ່ຽວ ນວ ພ້ອມດ້ວຍພະນັກງານ-ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພອນຈັນ ແພງພູວັນ ກ່າວວ່າ: ນວ ຖືເປັນສູນກາງທາງດ້ານການເມືອງເສດຖະກິດ-ວັດທະນະທຳ ແລະ ການທ່ອງທ່ຽວ ຂອງປະເທດ ເພື່ອເຮັດໃຫ້ການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ສາມາດດຳເນີນໄປໄດ້ຢ່າງຕໍ່ເນື່ອງຕະຫຼອດໄລຍະ 1 ປີ ການກຳນົດ ແລະ ຈັດວາງກິດຈະກຳເດັ່ນໃຫ້ຄົບທັງ 12 ເດືອນ ຈຶ່ງເປັນຍຸດທະສາດທີ່ສຳຄັນ ແລະ ຈຳເປັນຢ່າງຍິ່ງ. ການສ້າງ "ປະຕິທິນການທ່ອງທ່ຽວ ປີ 2027" ຈະບໍ່ແມ່ນພຽງການຮວບຮວມວັນທີຈັດງານບຸນປະເພນີທຳມະດາເທົ່ານັ້ນ ແຕ່ແມ່ນການສ້າງ ຈຸດຂາຍໃໝ່ ພ້ອມທັງກຳນົດກິດຈະກຳການທ່ອງທ່ຽວທີ່ຫຼາກຫຼາຍ ເຊັ່ນ: ດ້ານວັດທະນະທຳ-ບຸນປະເພນີ, ອາຫານ, ວິຖີຊີວິດ, ງານວາງສະແດງ, ກິລາ ແລະ ການທ່ອງທ່ຽວ.
ສິ່ງເຫຼົ່ານີ້ ຈະເປັນເຄື່ອງມືຫຼັກໃນການກະຕຸ້ນເສດຖະກິດ ເພີ່ມການໃຊ້ຈ່າຍຂອງນັກທ່ອງທ່ຽວ ຂະຫຍາຍໄລຍະເວລາພັກແຮມ ພ້ອມທັງກະຈາຍລາຍຮັບສູ່ພາກທຸລະກິດ ແລະ ຊຸມຊົນຢ່າງທົ່ວເຖິງ.ໃນກອງປະຊຸມດັ່ງກ່າວ ທ່ານ ພອນຈັນ ແພງພູວັນ ຍັງໄດ້ເນັ້ນໜັກໃສ່ 3 ຄຳເຫັນສຳຄັນເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ລະດົມຄວາມຄິດຮ່ວມກັນຄື ໜຶ່ງ: ການຈັດວາງກິດຈະກຳໃຫ້ມີຄວາມຕໍ່ເນື່ອງ 12 ເດືອນ ໂດຍມອບໃຫ້ຄົ້ນຄວ້າສ້າງ Signature Event ເພີ່ມຕື່ມໃນຊ່ວງ Low Season (ໄລຍະຮ້ອນ ຫຼື ຝົນ) ພ້ອມທັງຍົກລະດັບງານປະເພນີ ຫຼື ກິດຈະກຳທ້ອງຖິ່ນທີ່ໂດດເດັ່ນຂອງທັງ 9 ເມືອງ ໃຫ້ເຂົ້າມາບັນຈຸໃນປະຕິທິນລະດັບນະຄອນຫຼວງ ສອງ: ການມີສ່ວນຮ່ວມຂອງພາກທຸລະກິດ ແລະ ເອກະຊົນ ເປີດກວ້າງໃຫ້ພາກທຸລະກິດ ບໍ່ວ່າຈະເປັນໂຮງແຮມ, ຮ້ານອາຫານ ແລະ ບໍລິສັດທ່ອງທ່ຽວ ໄດ້ສະແດງທັດສະນະຢ່າງກົງໄປກົງມາວ່າ ຕ້ອງການເຫັນຂໍ້ມູນໃນປະຕິທິນລ່ວງໜ້າແນວໃດ ເພື່ອໃຫ້ສາມາດຈັດ Package ການທ່ອງທ່ຽວຂາຍໄດ້ງ່າຍ ພ້ອມທັງກຽມຄວາມພ້ອມໃນການເປັນເຈົ້າພາບ ຫຼື ສະໜັບສະໜູນກິດຈະກຳຕ່າງໆ ສາມ: ການໂຄສະນາ ແລະ ສື່ສານດິຈິຕອນ.
ການກຳນົດຊ່ອງທາງ ແລະ ສື່ສັງຄົມອອນລາຍທີ່ຈະນຳໃຊ້ ເພື່ອໃຫ້ປະຕິທິນການທ່ອງທ່ຽວ ປີ 2027 ສาມາດເຂົ້າເຖິງກຸ່ມນັກທ່ອງທ່ຽວທັງພາຍໃນ ກຸ່ມອາຊຽນ ຈີນ ແລະ ສາກົນ ໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນສູງສຸດ.




