ນະຄອນຫຼວງວຽງຈັນ ຈັດສຳມະນາລະດົມຄຳຄິດເຫັນ ໃສ່ວຽກງານ “ສິລະປະວັນນະຄະດີ ແລະ ສິລະປະພື້ນເມືອງລາວ” ສູ່ກິດຈະກຳທ່ອງທ່ຽວຍາມຄໍ່າຄືນ
21/10/2026
ນະຄອນຫຼວງວຽງຈັນ ຈັດສຳມະນາລະດົມຄຳຄິດເຫັນ ໃສ່ວຽກງານ
“ສິລະປະວັນນະຄະດີ ແລະ ສິລະປະພື້ນເມືອງລາວ” ສູ່ກິດຈະກຳທ່ອງທ່ຽວຍາມຄໍ່າຄືນ
ວັນທີ 21 ຕຸລາ 2026 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສຳມະນາພາຍໃຕ້ຫົວຂໍ້: "ໂຄງການສະແດງສິລະປະວັນນະຄະດີ ແລະ ສິລະປະພື້ນເມືອງລາວ ພັດທະນາເປັນກິດຈະກຳທ່ອງທ່ຽວຍາມຄໍ່າຄືນ" ເປັນປະທານໂດຍ ທ່ານ ແກ້ວວິໄຈ ວົງແກ້ວພິລາ ຮັກສາການຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ, ໂດຍມີ ຜູ້ຕາງໜ້າຈາກສະມາຄົມ, ບໍລິສັດນຳທ່ຽວ, ຜູ້ປະກອບການໂຮງແຮມ-ຮ້ານອາຫານ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດດັງກ່າວ ທ່ານ ແກ້ວວິໄຈ ວົງແກ້ວພິລາ ໄດ້ກ່າວວ່າ: ກອງປະຊຸມສຳມະນາໃນຄັ້ງນີ້ ຈັດຂຶ້ນເພື່ອລະດົມແນວຄວາມຄິດ ແລະ ຂໍ້ສະເໜີແນະຈາກທຸກພາກສ່ວນ ໃນການສ້າງກິດຈະກຳການສະແດງສິລະປະວັດທະນະທຳ ເພື່ອຮັບໃຊ້ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເດີນທາງເຂົ້າມານະຄອນຫຼວງວຽງຈັນ ຫຼຶ ສປປ ລາວ.
ເນື່ອງຈາກໄລຍະຜ່ານມານະຄອນຫຼວງວຽງຈັນ ຍັງຂາດສະຖານທີ່ຈັດກິດຈະກຳດ້ານສິລະປະວັດທະນະທຳແບບຖາວອນ ເພື່ອເອົາມາເຊື່ອມໂຍງ ແລະ ຕໍ່ຍອດເຂົ້າໃນລາຍການນຳທ່ຽວ (Tour Package) ຂອງບໍລິສັດທ່ອງທ່ຽວ. ດັ່ງນັ້ນ, ທາງໂຄງການ ໄດ້ ວາງແຜນ ທີ່ຈະໃຊ້ "ຫໍວັດທະນະທຳແຫ່ງຊາດ" ເປັນບ່ອນຈັດການສະແດງສິລະປະວັນນະຄະດີເປັນປະຈຳ ເພື່ອສ້າງເປັນຜະລິດຕະພັນການທ່ອງທ່ຽວຍາມຄໍ່າຄືນທີ່ໂດດເດັ່ນ.
ການຈັດກອງປະຊຸມໃນມື້ນີ້ ຖືເປັນເວທີສ້າງສັນໂຄງການທີ່ເປີດກວ້າງໃຫ້ ພາກລັດ ແລະ ຜູ້ປະກອບການພາກເອກະຊົນ ໄດ້ຮ່ວມກັນ ວາງແຜນການດຳເນີນງານຢ່າງເປັນລະບົບ, ແລກປ່ຽນບົດຮຽນ ແລະ ສ້າງກົນໄກຄວາມຮ່ວມມື ເພື່ອຮັບປະກັນໃຫ້ໂຄງການດັ່ງກ່າວ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ, ຕອບໂຈດຄວາມຕ້ອງການຂອງຕະຫຼາດທ່ອງທ່ຽວ ແລະ ໃຫ້ມີຄວາມຍືນຍົງໃນອະນາຄົດ.

