ເຜີຍແຜ່ມາດຕະຖານການທ່ອງທ່ຽວຢູ່ລາວໃຫ້ຂະແໜງການກ່ຽວຂ້ອງຂອງລັດ ແລະ ຜູ້ປະກອບການທຸລະກິດທ່ອງທ່ຽວ

21/10/2026

ເຜີຍແຜ່ມາດຕະຖານການທ່ອງທ່ຽວຢູ່ລາວໃຫ້ຂະແໜງການກ່ຽວຂ້ອງຂອງລັດ ແລະ ຜູ້ປະກອບການທຸລະກິດທ່ອງທ່ຽວ

 
ກົມຄຸ້ມຄອງການທ່ອງທ່ຽວກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກ ວທ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມເຜີຍແຜ່ມາດຕະຖານການທ່ອງທ່ຽວຢູ່ລາວຂຶ້ນວັນທີ 19 ຕຸລາ 2026 ທີ່ສຳນັກງານພະແນກ ວທ ນວ ເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ແະ ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກ ວທ ນວ ມີຜູ້ຕາງໜ້າຈາກພາກລັດຕາງໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ສະມາຄົມໂຮງແຮມ ແລະ ຮ້ານອາຫານ ຜູ້ປະກອບການທຸລະກິດທ່ອງທ່ຽວ ໂຮງແຮມ ເຮືອນພັກ ອາພາດເມັນ ສະປາ ແລະ ສະ ຖານທີ່ທ່ອງທ່ຽວທົ່ວ ນວ ເຂົ້າຮ່ວມ.
ການຈັດເຜີຍແຜ່ເອກະສານຄັ້ງນີ້ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານການ ທ່ອງທ່ຽວໄປໃນທາງທີ່ຖືກຕ້ອງສອດຄ່ອງຕາມລະຍ-ຍການ ຕາມທິດທາງ ແຜນພັດທະນາການທ່ອງທ່ຽວຂອງລາວ ເວົ້າລວມ ເວົ້າສະເພາະຢູ່ ນວ ທັງນີ້ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານມາດຕະຖານການບໍລິການທ່ອງທ່ຽວໃຫ້ມີຄວາມແທດເໝາະກັບສະພາບຕົວຈິງໃນປັດຈຸບັນ ເຊິ່ງພວກເຮົາຮູ້ນໍາກັນແລ້ວຂະແໜງການທ່ອງທ່ຽວເປັນຂະແໜງການໜຶ່ງສ້າງລາຍຮັບໃຫ້ປະເທດຊາດໃນແຕ່ລະປີຢູ່ໃນອັນດັບຕົ້ນ ສະເພາະປີ 2025 ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ລາວ 4,5 ລ້ານເທື່ອຄົນ ທຽບໃສ່ປີ 2024 ເພີ່ມຂຶ້ນ 11% ສ້າງລາຍຮັບໄດ້ 1,7 ຕື້ໂດລາສະຫະລັດ ທໜຍໃສ່ປີຜ່ານມາເພີ່ມຂຶ້ນ 20% ນັກທ່ອງທ່ຽວທີ່ເຂົ້າມາຫຼາຍ 5 ອັນດັບປະກອບມີ ໄທ ຈີນ ຫວຽດນາມ ສ ເກົາຫຼີ ແລະ ຣັດເຊຍ ໂດຍລວມແລ້ວການທ່ອງທ່ຽວສາມາດສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບທາງກົງ ແລະ ທາງອ້ອມໃຫ້ປະຊາຊົນລາວບັນດາເຜົ່າ ແລະ ປະເທດຊາດເປັນຈຳນວນຫຼວງຫຼາຍ ນອກນີ້ຍັງເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງລາວເຮົາໃຫ້ຕ່າງປະເທດໄດ້ຮັບຮູ້ຢ່າງກວ້າງຂວາງຕື່ມອີກ.
ນັກທອງທ່ຽວຕ່າງປະເທດທີ່ຈະມາທ່ອງທ່ຽວຕ່າງປະເທດແຕ່ລະຄັ້ງນັ້ນພວກເຂົາຈະຕ້ອງມີການຄັດເລືອກວ່າສະຖານທີ່ທ່ອງທ່ຽວຢູ່ປະເທດໃດທີ່ມີຄວາມປອດໄພ ມີຄວາມປະທັບໃຈ ແລະ ອື່ນໆ ດັ່ງນັ້ນພວກເຮົາຈຶ່ງມີຄວາມສຳຄັນຕໍ່ກັບມາດຕະຖານການທ່ອງທ່ຽວຢູ່ລາວ.
ສຳລັບການເຜີຍແຜ່ເອກະສານຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະພາບການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດມາດຕະຖານການທ່ອງທ່ຽວຢູ່ພາຍໃນແຂວງ ແລະ ຢູ່ພາຍໃນປະເທດລາວໃນໄລຍະຜ່ານມາ ມາດຕະຖານສະຖານທີ່ພັກແຮມສ ປປລາວ ສະບັບປັບປຸງໃໝ່ ມາດຕະຖານການບໍລິການສະປາ ສປປ ລາວ ມາດຕະຖານໂຮງແຮມຂຽວອາຊຽນ ແລະ ອື່ນໆ ນອກນີຜູ້ເຂົ້າຮ່ວມຍັງໄດ້ສົນທະນາ ແລະ ແລກປ່ຽນຄຳຄິດຄຳເຫັນຕື່ມອີກທັງນີ້ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດເປັນກ້າວໆ ສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດເຂົາມາທ່ອງທ່ຽວລາວເຮົາກໍຄື ນວ ໃຫ້ນັບມື້ຫຼາຍຂຶ້ນເລື້ອຍໆ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ