ສະມາຊິກສະພາ ສະເໜີທົບທວນມາດຕະການຄວບຄຸມເຫຼົ້າ ເນັ້ນຄວາມເໝາະສົມ ແຫຼ່ງທຶນ ແລະ ການມີສ່ວນຮ່ວມ
16/10/2026
ທ່ານ ສອນໄຊ ສີສົມພັນ ສະມາຊິກສະພາແຫ່ງຊາດ ປະຈຳເຂດ ເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ປະກອບຄຳເຫັນຕໍ່ຮ່າງ ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ໂດຍ ເນັ້ນ 3 ປະເດັນສຳຄັນ.
ທ່ານ ສອນໄຊ ສີສົມພັນ ໄດ້ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າ ດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ໃນກອງປະຊຸມສະ ໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລາ 2026 ວ່າ: ໃນ ມາດຕາ 6 ວັກສາມ ກ່ຽວກັບການກໍາ ນົດ ຄວາມເຂັ້ມຂຸ້ນຂອງເຄື່ອງ ດື່ມທີ່ມີທາດເຫຼົ້າ ໂດຍສະເພາະຜູ້ຂັບ ຂີ່ຍານພາຫະນະ ແລະ ນໍາ ໃຊ້ກົນຈັກໜັກ ຕ້ອງມີໃຫ້ມີທາດເຫຼົ້າ ໃນລົມຫາຍໃຈ, ໃນເລືອດ ແລະ ໃນປັດສະວະ ເປັນສູນ ໂດຍລວມ ແມ່ນເຫັນດີເປັນເອກະ ພາບນໍາ ແຕ່ໃຫ້ກໍານົດຄືນຖ້າຂຽນລົງໄປ ແລ້ວຈະສາມາດປະຕິ ບັດໄດ້ບໍ ຫຼື ວ່າເຮົາຈະເບິ່ງປະເທດອ້ອມ ຂ້າງຄືນ ໂດຍສະເພາະ ແມ່ນປະເທດອາຊຽນຂອງເຮົາ.
ຈຸດທີ 2 ໃນມາດຕາ 54 ໂດຍສະເພາະແມ່ນແຫຼ່ງທຶນ ທີ່ ໄດ້ຈາກ ອາກອນກຳໄລ ສອງສ່ວນຮ້ອຍ ຊຶ່ງຕາມມາດຕາ 16 ຂໍ້ 1.2 ຂອງ ກົດໝາຍວ່າດ້ວຍອາກອນລາຍໄດ້ ທີ່ກຳນົດໃຫ້ວິສາຫະ ກິດ ທີ່ ຜະລິດ, ນຳເຂົ້າ ແລະ ຂາຍເຄື່ອງດື່ມທີ່ມີທາດເຫຼົ້າຕ້ອງມອບ 2% ເຂົ້າກອງທຶນສຸຂະພາບແຫ່ງຊາດ ແລະ ເກັບເພີ່ມອີກ 2% ເຂົ້າ ກອງທຶນເຄື່ອງດື່ມທີ່ມີທາດເຫຼົ້າເພີ່ມອີກ 2% ລວມ ເປັນ 4% ແມ່ນເຫັນດີນໍາ ເພາະພວກເຮົາບໍ່ສົ່ງເສີມຢູ່ແລ້ວ ຖ້າຈະຊອກ ແຫຼ່ງທຶນອື່ນກໍ່ເຫັນວ່າຫຍຸ້ງຍາກ.
ຈຸດທີ 3 ມາດຕາ 72 ຫາ ມາດຕາ 79 ກ່ຽວກັບສິດ ແລະ ໜ້າ ທີ່ ເຫັນຄວນເພີ່ມອົງການຈັດຕັ້ງມະຫາຊົນເຂົ້າຕື່ມ ເພາະຈໍານວນ ນີ້ ແມ່ນດື່ມຫຼາຍກວ່າໝູ່ ເພາະໃນມາດຕາດັ່ງກ່າວນີ້ ແມ່ນໄດ້ ກໍານົດແຕ່ຂະແໜງສາທາ, ຂະແໜງການຄ້າ, ຂະແໜງການ ເງິນ, ຂະແໜງວັດທະນະທໍາ ແລະ ການທ່ອງທ່ຽວ.

