ກໍານົດການແບ່ງຂັ້ນຄຸ້ມຄອງອອກໃບອະນຸຍາດດໍາເນີນທຸລະກິດລະຫວ່າງສູນກາງ ແລະ ທ້ອງຖິ່ນ
09/10/2026
ກະຊວງວັດທະນະທໍາ ແລະ ການທ່ອທ່ຽວ (ວທ) ໄດ້ຄົ້ນຄວ້າກໍານົດຄືນກ່ຽວກັບການແບ່ງຂັ້ນຄຸ້ມຄອງອອກໃບອະນຸຍາດດໍາເນີນທຸລະກິດລະຫວ່າງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນເປັນຕົ້ນ ກະຊວງ ວທ ໄດ້ຄົ້ນຄວ້າພິຈາລະນາອະນຸຍາດ,ໂຈະ ແລະ ຍົກ ເລີກການດໍາເນີນທຸລະກິດ ແລະ ຢັ້ງຢືນສືບຕໍ່ດໍາເນີນທຸລະກິດການທ່ອງທ່ຽວທຸກປະເພດຂອງນັກລົງທຶນຕ່າງປະເທດ ບໍລິການນໍາທ່ຽວລະຫວ່າງປະເທດ ການຢັ້ງຢືນສືບຕໍ່ບັດພະນັກງານນໍາທ່ຽວລະດັບຊາດ ໃບຢັ້ງຢືນຮັບແຂກຊົ່ວຄາວ ແລະ ການຂຶ້ນ ທະບຽນຜູ້ນໍາພາຄະນະນັກທ່ອງທ່ຽວ ພິຈາລະນາໂຈະ ແລະ ຍົກ ເລີກໃບອະນຸຍາດດໍາເນີນທຸລະກິດທຸກປະເພດໃນຂອບເຂດທົ່ວປະເທດທີ່ເຫັນວ່າຂັດກັບກົດໝາຍ ແລະ ລະບຽບການທີ່ກ່ຽວ ຂ້ອງ (ໃນຄວາມຮັບຜິດຊອບຂອງຂະແໜງ ວທ).
ທ່ານ ນາງ ສວນສະຫວັນ ວິຍະເກດ ວທ ໄດ້ຊີ້ແຈງຕໍ່ການຊັກ ຖາມຂອງສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໃຫ້ຮູ້ວ່າ ສໍາລັບຂັ້ນພະແນກ ວທ ນະຄອນຫຼວງ ແລະ ແຂວງ ມີສິດຄົ້ນ ຄວ້າພິລະນາອະນຸຍາດ ໂຈະ ແລະ ຍົກເລີກການດໍາເນີນທຸລະກິດ ແລະ ຢັ້ງຢືນສືບຕໍ່ດໍາເນີນທຸລະກິດການທ່ອງທ່ຽວທຸກປະເພດທີ່ມີສໍານັກງານຕັ້ງຢູ່ນະຄອນຫຼວງ ແຂວງຂອງຕົນຍົກເວັ້ນການ ລົງທຶນຂອງນັກລົງທຶນຕ່າງປະເທດ ທຸລະກິດນໍາທ່ຽວລະຫວ່າງປະເທດ ການຢັ້ງຢືນສືບຕໍ່ບັດພະນັກ ງານນໍາທ່ຽວລະດັບແຂວງ ແລະ ພື້ນທີ່ສະເພາະໃດໜຶ່ງຍົກເວັ້ນພະນັກງານນໍາທ່ຽວລະດັບຊາດ ຍົກເລີກໃບອະ ນຸຍາດດໍາເນີນທຸລະກິດທຸກປະເພດ ທີ່ອອກໂດຍຫ້ອງການ ວທ ນະຄອນຫຼວງ ເມືອງທີ່ເຫັນວ່າຂັດກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ (ໃນຄວາມຮັບຜິດ ຊອບຂອງຂະແໜງ ວທ) ຕິດຕາມກວດກາທຸລະກິດການທ່ອງ ທ່ຽວທີ່ຢູ່ພາຍໃນຄວາມຮັບຜິດຊອບຂອງຂັ້ນຕົນເພື່ອສະເໜີຂັ້ນເທິງແກ້ໄຂຕາມລະບຽບການ ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນ ເມືອງ ມີສິດຄົ້ນຄວ້າພິຈາລະນາອະນຸ ຍາດ ໂຈະ ແລະ ຍົກເລີກການດໍາເນີນທຸລະກິດ ແລະ ຢັ້ງຢືນສືບຕໍ່ດໍາເນີນທຸລະກິດສະຖານທີ່ພັກແຮມປະເພດເຮືອນພັກ ແລະ ເຮືອນພັກປະຊາຊົນ ທຸລະກິດທີ່ມີທຶນຈົດທະບຽນຕັ້ງແຕ່ 1 ຕື້ກີບລົງມາຍົກເວັ້ນການລົງທຶນຕ່າງປະເທດ ທຸລະກິດບໍລິການນໍາທ່ຽວລະຫວ່າງປະເທດ ທຸລະກິດບໍລິການນໍາທ່ຽວພາຍໃນປະ ເທດ ບັດພະນັກງານນໍາທ່ຽວລະດັບຊາດ ພະນັກງານນໍາທ່ຽວລະດັບແຂວງ ແລະ ພາກພື້ນສະເພາະ ສະນັ້ນ ການອອກໃບອະນຸຍາດດໍາເນີນທຸລະກິດແຕ່ລະຄັ້ງ ຕ້ອງມີການປະສານສົມທົບ ແລະ ຕ້ອງມີສະໂນດນໍາສົ່ງໃຫ້ກັບພະແນກ ວທ ນະຄອນຫຼວງ ແຂວງ ຂະ ແໜງອຸດສາຫະກຳ ແລະ ການຄ້າລວມເຖິງພາກສ່ວນອື່ນໆທີ່ກ່ຽວຂ້ອງຕາມການແບ່ງຂັ້ນຄຸ້ມຄອງເພື່ອໃຫ້ມີຄວາມ ເປັນເອກະພາບໃນການຄຸ້ມຄອງ ຕິດຕາມ ກວດກາຕາມພາລະບົດບາດຂອງຕົນ ລາຍລະອຽດອື່ນໆໄດ້ກຳນົດໃນຄໍາແນະນໍາດັ່ງກ່າວແລ້ວ ສໍາລັບບັນດານິຕິກຳ ແລະ ການເຄື່ອນໄຫວວຽກງານອື່ນໆຂອງວຽກງານ ວທ ສາມາດເຂົ້າໄປຄົ້ນຄວ້າຢູ່ໃນເວັບໄຊຂອງກະຊວງ (mict.gov.la).
ຜ່ານການຕິດຕາມ ແລະ ກວດກາໃນການຈັດຕັ້ງປະຕິ ບັດວຽກ ງານຕົວຈິງການສະເໜີແບ່ງຂັ້ນຄຸ້ມຄອງສ່ວນຫຼາຍແມ່ນແນໃສ່ການອອກໃບອະນຸຍາດໃຫ້ບັນດາຫົວໜ່ວຍທຸລະກິດເພື່ອສາ ມາດຈັດເກັບລາຍຮັບຈາກການອອກໃບອະນຸຍາດດັ່ງກ່າວເຂົ້າໃນລາຍຮັບວິຊາການຂອງຂະແໜງການຕົນເຫັນວ່າຫຼາຍທ້ອງຖິ່ນແມ່ນປະຕິບັດໄດ້ດີ ສາມາດສ້າງລາຍຮັບເພື່ອມາພັດທະນາວຽກງານຕົວຈິງແຕ່ກໍເຫັນວ່າຍັງພົບຄວາມຫຍຸ້ງຍາກສົມຄວນ ບາງທ້ອງຖິ່ນຢາກໄດ້ສິດເພື່ອອອກໃບອະນຸຍາດແຕ່ການຄຸ້ມ ຄອງຍັງບໍ່ທັນມີເຂັ້ມແຂງ ບໍ່ທັນສາມາດເປັນເຈົ້າການຄຸ້ມຄອງ ແລະ ແກ້ໄຂບັນຫາ ຫຼື ປະກົດການຫຍໍ້ທໍ້ເອງໄດ້ຢ່າງເດັດຂາດຕາມລະບຽບກົດໝາຍ ບາງເຫດການກໍບໍ່ໄດ້ຮັບການລາຍງານຈາກທ້ອງຖິ່ນແຕ່ຮັບຮູ້ຂໍ້ມູນຂ່າວສານຈາກສື່ສັງຄົມອອນລາຍຕ່າງໆຈຶ່ງໄດ້ໃຫ້ກົມກ່ຽວຂ້ອງປະສານ ແລະ ສົມທົບແກ້ໄຂແຕ່ລະບັນຫາ.

