ຄະນະບໍລິຫານງານຊາວໜຸ່ມ ຮາກຖານພະແນກ ວທ ນວ ບັນລຸການປະຕິບັດຂໍ້ແຂ່ງຂັນ 4 ບຸກ
23/09/2026
ພິທີປະກາດການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2025 ຂອງຄະນະບໍລິຫານງານຊາວໜຸ່ມ ໜ່ວຍຮາກຖານພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ວທ ນວ) ຈັດຂື້ນວັນທີ 18 ກັນຍາ 2026 ຢູ່ທີ່ພະແນກດັ່ງກ່າວ ໂດຍມີສະຫາຍ ສອນໄຊ
ສີສົມພັນ ກຳມະການພັກ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວ ນວ ສະຫາຍ ສີລິວັນ ຫຼຽນວິໄລສັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ນວ ສະຫາຍ ບຸນຖອງ ສີບຸນເຮືອງ ເລຂາຄະນະບໍລິຫານງານຊາວໜຸ່ມ ໜ່ວຍຮາກຖານພະແນກ
ວັດທະນະທໍາ ແລະ ການທ່ອງທ່ຽວ ນວ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ.
ໃນພິທີ ສະຫາຍ ສິດທິເດດ ເພຍວົງ ຮອງເລຂາຄະນະຄະນະບໍລິຫານງານຊາວໜຸ່ມ ຮາກຖານພະແນກ ວທ ນວ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ໂດຍໄດ້ຍົກໃຫ້ເຫັນບັນຫາພົ້ນເດັ່ນໄລຍະຜ່ານມາຄື: ໄດ້ນໍາພາສະມາຊິກຊາວໜຸ່ມເຊື່ອມຊຶມ ແນວທາງຂອງພັກ ນະໂຍບາຍຂອງລັດ ນິຕິກໍາຕ່າງໆຂອງຊາດ-ຂອງພັກ ໃນແຕ່ລະໄລຍະ ເປັນປົກກະຕິ ແລະ ຕໍ່ເນື່ອງ ນໍາສົ່ງສະມາຊິກຊາວໜຸ່ມຍົກລະດັບດ້ານທິດສະດີ ດ້ານວິຊາສະເພາະ ແລະ ຝຶກອົບຮົມວຽກງານອື່ນໆ ຢູ່
ພາຍໃນ ແລະ ຕ່າງປະເທດ ໄດ້ປັບປຸງ ແລະ ກໍ່ສ້າງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ຮັບປະກັນໄດ້ທາງດ້ານປະລິມານ ແລະ ຄຸນນະພາບ ແບບແຜນການເຄື່ອນໄຫວວຽກງານມີວິທະຍາສາດສອດຄ່ອງກັບຈິດຕະສາດຂອງກຸ່ມເປົ້າໝາຍຂອງຊາວໜຸ່ມ-ໄວໜຸ່ມ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່; ສະມາຊິກຊາວໜຸ່ມໃຫ້ມີຄວາມຫ້າວຫັນ ສ້າງເສດຖະກິດແບບຄອບຄົວໃນເວລາວ່າງ ເພື່ອຍົກລະດັບຊີວິດການເປັນຢູ່ດີຂື້ນ ເຊິ່ງສາມາດຕີລາຄາການປະຕິບັດຂໍ້ແຂ່ງຂັນ 4 ບຸກ ແຕ່ລະດ້ານປະຕິບັດໄດ້ປະເພດແຂງຄື: ດ້ານແນວ
ຄິດປະຕິບັດໄດ້ 92,10% ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ 91,97% ດ້ານການຈັດຕັ້ງ 92,05% ດ້ານວິຊາຊີບ ແລະ ສ້າງວຽກເຮັດງານທໍາສາມາດປະຕິບັດໄດ້ 93,87% ພ້ອມນີ້ໃນພິທີຍັງໄດ້ມອບໃບຢັ້ງຢືນ 4 ບຸກ ຂັ້ນ ນວ ໃຫ້ແກ່ ຄະນະຊາວໜຸ່ມ ໜ່ວຍຮາກຖານພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ຈໍານວນ 7 ໜ່ວຍ ແລະ ມອບໃບຍ້ອງຍໍ ໃຫ້ສະມາຊິກຊາວໜຸ່ມທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຈໍານວນ 66 ສະຫາຍ ຍິງ 35 ສະຫາຍ ແລະ ໄດ້ພ້ອມກັນຈັບມືແຂ່ງຂັນສືບຕໍ່ປະຕິບັດຂໍ້ແຂ່ງຂັນດັ່ງກ່າວໃນປີ2026.
ຈາກນັ້ນ ກໍໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ສອນໄຊ ສີສົມພັນ ຕື່ມອີກ.


