ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການລະບົບຖານຂໍ້ມູນຊອບແວ ແລະ ປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວ ທັນສະໄໝ
16/09/2026
ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດໂຄງການລະບົບຖານຂໍ້ມູນຊອບແວ ແລະ ປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວ ທັນສະໄໝ ຢູ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ວທ ນວ) ຈັດຂຶ້ນວັນທີ 15 ກັນຍາ 2026 ຢູ່ພະແນກດັ່ງກ່າວ ໂດຍເປັນປະທານຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວທ ມີທ່ານ ສອນໄຊ ສີສົມພັນ ຫົວໜ້າພະແນກ ວທ ນວ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ ຄະນະຮັບຜິດຊອບໂຄງການ ຜູ້ຕາງໜ້າຈາກພາກລັດ ພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ດາລານີ ພົມມະວົງສາ ກ່າວວ່າ: ກອງປະຊຸມເຜີຍຄັ້ງນີ້ ມີຈຸດປະສົງເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເວົ້າສະເພາະການຕັ້ງຜັນຂະຫຍາຍມະຕິ ເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໂດຍສະເພາະຂົງເຂດ ວທ ເພື່ອຫັນເຂົ້າສູ່ການເຄື່ອນໄຫວວຽກງານຕົວຈິງ ດ້ວຍຄວາມຮັບຜິດຊອບສູງ ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນຈັດຕັ້ງປະຕິບັດການຫັນເປັນທັນສະໄໝໃນຂົງເຂດ ວທ ເຂົ້າສູ່ລະບົບທັນສະໄໝ ເທື່ອລະກ້າວ ເພື່ອຈັດຕັ້ງຜັນ

ຂະຫຍາຍທິດທາງແຜນການຂະແໜງ ວທ ເລັ່ງໃສ່ເສີມຂະຫຍາຍດ້ານຕັ້ງໜ້າ ເຮັດໃຫ້ວຽກງານດັ່ງກ່າວບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ເພື່ອເຊີດຊູສະຕິຄວາມຮັບຜິດຊອບຂອງຄະນະນໍາແຕ່ລະຂັ້ນ ທັງສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດໂຄງການລະບົບຖານຂໍ້ມູນຊອບແວ ແລະ ປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວ ທັນສະໄໝ ໃນຂອບເຂດທົ່ວປະເທດ ເຮັດໃຫ້ຂົງເຂດ ວທ ກ້າວເຂົ້າສູ່ໂສມໜ້າໃໝ່ ບົນຈິດໃຈບຸກທະລຸ ແນໃສ່ຍົກສູງຄວາມສາມາດນໍາພາ ເພື່ອສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ເດັດດ່ຽວປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ທັນສະໄໝ ສີວິໄລ ກ້າວຂຶ້ນສູງຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ.


ທ່ານ ສອນໄຊ ສີສົມພັນ ກ່າວວ່າ: ພະແນກ ວທ ນວ ໄດ້ຄຸ້ມຄອງຫົວໜ່ວຍທຸລະກິດການທ່ອງທ່ຽວ ຕາມມະຕິວຽກງານ 3 ສ້າງ ລະຫວ່າງກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ທ້ອງຖິ່ນ ສະບັບເລກທີ 653/ຖວທ ລົງວັນທີ 27/9/2012 ເຊິ່ງມີຫົວໜ່ວຍທຸລະກິດທີ່ຢູ່ໃນການຄຸ້ມຄອງໃນປັດຈຸບັນ ຄື: ທຸລະກິດທີ່ພັກແຮມ ໂຮງແຮມ 370 ແຫ່ງ (ບໍ່ລວມກັບສູນກາງ ອອກອະນຸຍາດ) ເຮືອນພັກ 209 ແຫ່ງ (ບໍ່ລວມກັບເມືອງຈັນທະບູລີ ຄຸ້ມຄອງ 30 ຫົວໜ່ວຍ) ຣີສອດ 37 ແຫ່ງ ອາພາດເມັນ 67 ແຫ່ງ ພັດຕະຄານ ແລະ ຮ້ານອາຫານ 254 ແຫ່ງ ທຸລະກິດບັນເທີງ 42 ຮ້ານ ບໍລິສັດທ່ອງທ່ຽວ 335 ບໍລິສັດ (ມີທ່າອ່ຽງຫຼຸດລົງ ເພາະໄປສືບຕໍ່ນຳສູນກາງ) ແຫຼ່ງທ່ອງທ່ຽວວັດທະນະທຳ 26 ແຫ່ງ ແຫຼ່ງທ່ອງທ່ຽວທຳມະຊາດ 43 ແຫ່ງ (ເປີດຕົວຈິງ 34 ແຫ່ງ) ແຫຼ່ງທ່ອງທ່ຽວປະຫວັດສາດ 17 ແຫ່ງ (ເປີດຕົວ
ຈິງ 13 ແຫ່ງ) ຮ້ານນວດ-ສະປາ 30 ແຫ່ງ ສໍາລັບການຄຸ້ມຄອງ 3 ແຫຼ່ງທ່ອງທ່ຽວ ຂອງ ນວ (ພະທາດຫຼວງ ຫໍພະແກ້ວ ວັດສີສະເກດ) ການຈັດເກັບລາຍຮັບໃນໄລຍະຜ່ານມາ ແມ່ນຈັດເກັບດ້ວຍລະບົບຈີກປີ້ ປີ 2024 ພະແນກການເງິນ ນວ ໄດ້ເອົາເຄື່ອງຂາຍປີ້ ດ້ວຍລະບົບໄອພັອດ (ການຈັດເກັບແບບອາກອນຂອງກະຊວງການເງິນ) ຜ່ານການຈັດເກັບລະບົບນີ້ ມີທັງຈຸດດີ ແລະ ຈຸດອ່ອນ ໃນນີ້ຈຸດດີແມ່ນມີຄວາມສະດວກໃນການພິມປີ້ເຂົ້າຊົມ ສາມາດພິມໄດ້ 10 ປີ້ຕໍ່ຄັ້ງ ມີຄວາມສະດວກໃນການສະຫຼຸບການເກັບລາຍຮັບແຕ່ລະວັນ ສ່ວນຈຸດອ່ອນ ນັກທ່ອງທ່ຽວຢາກໄດ້ປີ້ເຂົ້າຊົມໄວ້ເປັນທີ່ລະນຶກ ເນື່ອງຈາກບໍ່ມີຮູບພາບສະຖານທ່ອງທ່ຽວໃນປີ້ ແລະ ບໍ່ມີລະບຽບຂໍ້ຫ້າມຢູ່ໃນປີ້ເຂົ້າຊົມ ຄຸນນະພາບຂອງອຸປະກອນພິມປີ້ບໍ່ສູງ ເຮັດໃຫ້ມຶກຈາງ ລຶບງ່າຍ ກໍລະນີໄຟຟ້າບໍ່ມາ ຫຼື ສັນຍານວາຍຝາຍບໍ່ໄດ້ ແມ່ນບໍ່ສາມາດພິມປີ້ໄດ້.
ມາຮອດປີ 2026 ການເກັບລາຍຮັບຂອງ 3 ແຫຼ່ງຫຼຸດລົງ ແຂກເຂົ້າທ່ຽວຊົມໜ້ອຍ ເນື່ອງຈາກຫຼາຍປັດໄຈ ເປັນຕົ້ນ: ປັດໄຈພາຍນອກ ທີ່ມີສະພາບສົງຄາມ ແລະ ປັດໄຈຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນປັດຈຸບັນ ສຳລັບພິພິທະພັນຫໍພະແກ້ວ ແລະ ວັດສີສະເກດ ມີຄວາມຫຍຸ້ງຍາກໃນການຈອດລົດ (ບໍ່ມີບ່ອນຮອງຮັບລົດນັກທ່ອງທ່ຽວ) ສໍາລັບພະທາດຫຼວງ ມີແຂກມາທ່ຽວຊົມຫຼາຍ ແຕ່ບໍ່ສາມາດເກັບລາຍຮັບໄດ້ ເນື່ອງຈາກນັກທ່ອງທ່ຽວ ບໍ່ຊື້ປີ້ເຂົ້າຊົມພາຍໃນພະທາດຫຼວງ.

