ເມືອງໄຊທານີ ອະນຸຍາດໃຫ້ຮ້ານອາຫານດຳເນີນທຸລະກິດ 100 ກວ່າແຫ່ງ
02/09/2026
ວັນທີ 2 ກັນຍາ 2026 ຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ລະບຽບການຄຸ້ມຄອງສຽງເນືອງນັນ ແລະ ການເສບຄົບງັນບຸນປະເພນີທົ່ວເມືອງໄຊທານີ ຂຶ້ນຢູ່ທີ່ສະໂມສອນເມືອງ ໂດຍເປັນປະທານຂອງ
ທ່ານ ສອນໄຊ ສີສົມພັນ ສະມາຊິກສະພາແຫ່ງຊາດ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ນະຄອນຫຼວງວຽງຈັນ (ນວ) ທ່ານ ຄຳເຫວີຍ ສິງຫາທຳ ຮອງປະທານຄະນະກຳມະການປົກຄອງເມືອງໄຊທານີ ມີຮອງຫົວໜ້າພະແນກການ ພ້ອມດ້ວຍບັນດາຜູ້ປະກອບການ ທຸລະກິດໂຮງແຮມ ເຮືອນພັກ ຮ້ານອາຫານ ຮ້ານບັນເທີງ ຮ້ານຄາລາໂອເກະ ເລຂາພັກບ້ານ ແລະ ນາຍບ້ານ ເຂົ້າຮ່ວມ.
ທ່ານ ຄູນມີ ຣາຊະພົນ ຫົວໜ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວເມືອງ ໄດ້ຂຶ້ນລາຍງານວ່າ: ຢູ່ພາຍໃນເມືອງໄຊທານີ ປັດຈຸບັນມີຫົວໜ່ວຍທຸລະກິດໂຮງແຮມເຮືອນພັກ ຮ້ານອາຫານ ຮ້ານບັນເທີງ ແລະ ຄາລາໂອເກະ ທີ່ໄດ້ຮັບອະນຸຍາດ ແລະ ຕັ້ງຢູ່ເມືອງໄຊທານີ ສະເພາະທຸລະກິດທີ່ຫ້ອງການ ວທ ອະນຸຍາດມີ: ຮ້ານອາຫານ 120 ແຫ່ງ ຮ້ານບັນເທີງ 1 ແຫ່ງ ຄາລາໂອເກະ 2 ແຫ່ງ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ອະນຸຍາດ ມີຮ້ານອາຫານ 4 ແຫ່ງ ຮ້ານບັນເທີງ 5 ແຫ່ງ ຄາລາໂອເກະ 3 ແຫ່ງ ໂຮງແຮມ - ເຮືອນພັກ 73 ແຫ່ງ ຂັ້ນກະຊວງວັດທະນະທຳອະນຸຍາດຮ້ານບັນເທີງ 1 ແຫ່ງ ຄາລາໂອເກະ 1 ແຫ່ງ ໂຮງແຮມ 1 ແຫ່ງ.
ໃນກອງປະຊຸມ ຍັງໄດ້ມີການແລກປ່ຽນ ແລະ ປະກອບຄຳຄິດຄຳເຫັນຮ່ວມກັນກ່ຽວກັບການແກ້ໄຂບັນຫາດັ່ງກ່າວຢ່າງກົງໄປກົງມາ ລະຫວ່າງ ຜູ້ປະກອບການທຸລະກິດ ໄດ້ຮັບຟັງການຊີ້ແຈງບາງບັນຫາ ແລະ ຮັບຟັງຄຳແນະນຳຈາກຄະນະປະທານກອງປະຊຸມຕໍ່ວຽກງານດັ່ງກ່າວຈຳນວນໜຶ່ງຕື່ມອີກ.ທີ່ມາ: ໜສພ ວຽງຈັນໃໝ່

