ເມືອງສີໂຄດຕະບອງ ສືບຕໍ່ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຢູ່ 2 ຖະໜົນ

25/08/2026

ເມືອງສີໂຄດຕະບອງ ສືບຕໍ່ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຢູ່ 2 ຖະໜົນ

ໃນວັນທີ 25 ສິງຫາ 2026, ຄະນະສະເພາະກິດຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຂອງເມືອງສີໂຄດຕະບອງ ສົມທົບກັບພາກສ່ວນກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຖະໜົນສີທອງ ແຕ່ໄຟແດງດົງນາໂຊກ ຫາ ບ້ານປາກທ້າງ ແລະ ຖະໜົນໜອງບຶກໃຕ້ ຫາ ຖະໜົນໜອງບົວທອງ ພາຍໃນຂອບເຂດເມືອງສີໂຄດຕະບອງ ເຊິ່ງການລົງນໍາພາໂດຍ ທ່ານ ວັນນະເລດ ພິພັກ ຫົວໜ້າຫ້ອງວ່າການປົກຄອງເມືອງສີໂຄດຕະບອງ ພ້ອມດ້ວຍເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເຊິ່ງການລົງເຄື່ອນໄຫວຄັ້ງນີ້ ໂດຍເນັ້ນໜັກໃສ່ການມ້າງປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ເຮັດບົດບັນທຶກກັບຜູ້ວາງຂາຍສິນຄ້າ ແລະ ຕັ້ງຮ້ານຄ້າ ທີ່ກວມເອົາທາງຍ່າງ ຫຼື ພື້ນທີ່ສາທາລະນະ.
ການປະຕິບັດງານໃນຄັ້ງນີ້ ເກີດຂຶ້ນຫຼັງຈາກທີ່ຄະນະສະເພາະກິດ ໄດ້ດໍາເນີນການສຶກສາອົບຮົມ ແລະ ແຈ້ງເຕືອນຕໍ່ຜູ້ປະກອບການ ແລະ ຮ້ານຄ້າຕ່າງໆມາກ່ອນໜ້ານີ້ແລ້ວ ແຕ່ຍັງພົບເຫັນມີການຝ່າຝືນ ແລະ ບໍ່ປະຕິບັດຕາມລະບຽບການທີ່ວາງໄວ້.
ໃນໂອກາດດັ່ງກ່າວ ທ່ານ ວັນນະເລດ ພິພັກ ກ່າວໃຫ້້ຮູ້ເຖິງຈຸດປະສົງການລົງເຄື່ອນໄຫວຈັດສັນຄັ້ງນີ້ວ່າ: ຂ້າພະເຈົ້າ ໃນນາມຕາງໜ້າ ຄະນະກໍາມະການສະເພາະກິດຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຂອງເມືອງສີໂຄດຕະບອງ ຂໍລາຍງານຜົນການເຄື່ອນໄຫວປະຕິບັດງານ ຄື: ໃນໄລຍະຜ່ານມາ, ພວກເຮົາໄດ້ລົງເຄື່ອນໄຫວຈັດສັນຢູ່ເສັ້ນທາງສີທອງ ແລະ ເສັ້ນທາງໜອງບຶກ - ໜອງບົວທອງ, ເຊິ່ງມີຈຸດປະສົງຫຼັກໃນການລົງມາແກ້ໄຂບັນດາປ້າຍທີ່ເນື້ອໃນບໍ່ຖືກຕ້ອງ ແລະ ການຕິດຕັ້ງປ້າຍທີ່ບໍ່ໄດ້ຮັບອະນຸຍາດ, ໂດຍສະເພາະແມ່ນ:
• ປ້າຍທີ່ຕັ້ງຢູ່ແຄມເສັ້ນທາງຟຸດບາດ ແລະ ທາງຄົນຍ່າງ.
• ບັນດາຕັ່ງ ແລະ ເຕັ້ນ ທີ່ວາງໄວ້ ຢູ່ໃນເຂດການສັນຈອນ ແລະ ທາງຟຸດບາດຂອງປະຊາຊົນ.
• ໄດ້ລົງໄປແກ້ໄຂຢູ່ເສັ້ນທາງໜອງບຶກ - ໜອງບົວທອງ ໂດຍພົບເຫັນການລະເມີດລະບຽບ ຈຶ່ງໄດ້ເກັບກຳປ້າຍມາຮັກສາໄວ້ ຈຳນວນ 74 ປ້າຍ.
• ໄດ້ສຶກສາອົບຮົມກັບທີ່ ຈຳນວນ 30 ກວ່າກໍລະນີ.
• ໄດ້ມີການປັບໄໝ ຈຳນວນ 3 ກໍລະນີ.
ສໍາລັບແຜນການຕໍ່ໜ້າ, ພວກເຮົາຈະສືບຕໍ່ລົງຈັດສັນ ຢູ່ເສັ້ນທາງ 13 ເໜືອ (ເລີ່ມແຕ່ສາມແຍກສີໄຄ ໄປຈົນຮອດຕະຫຼາດລາວອົດຊີ) ແລະ ເສັ້ນທາງ ເຕ 2 (ແຖວບໍລິເວນຕະຫຼາດເຊັງຈຽງ), ພ້ອມທັງຈຸດຊຸມຊົນແອອັດຕ່າງໆທີ່ມີຄວາມຈຳເປັນ.
ຂໍຮຽກຮ້ອງມາຍັງຜູ້ປະກອບການທຸລະກິດທຸກທ່ານ ຫ້າມເດັດຂາດ ບໍ່ໃຫ້ມີການວາງປ້າຍໂຄສະນາ ຫຼື ສິ່ງກີດຂວາງຢູ່ເສັ້ນທາງຟຸດບາດ ແລະ ຫ້າມຕິດຕັ້ງປ້າຍໂດຍພະລາການ. ຖ້າຫາກບັນດາຫ້າງຮ້ານທຸລະກິດຢາກເຮັດປ້າຍໂຄສະນາເພື່ອສົ່ງເສີມຜະລິດຕະພັນຂອງຕົນເອງ, ໃຫ້ໄປປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ຄື: ຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວ ເມືອງສີໂຄດຕະບອງ: ເພື່ອອະນຸຍາດ ແລະ ກວດກາເນື້ອໃນປ້າຍ ໃຫ້ຖືກຕ້ອງຕາມລະບຽບຫຼັກການ. ພະແນກການໂຍທາທິການການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ເພື່ອລົງມາເບິ່ງຄືນ ແລະ ກວດກາສະຖານທີ່ຕິດຕັ້ງ ວ່າມີຄວາມເໝາະສົມ, ບໍ່ກີດຂວາງການສັນຈອນ ແລະ ຖືກຕ້ອງຕາມລະບຽບການ.
ການປະຕິບັດງານໃນຄັ້ງນີ້ ພາກເຊົ້າແມ່ນໄດ້ລົງປະຕິບັດ ຢູ່ຖະໜົນສີທອງ ແຕ່ໄຟແດງດົງນາໂຊກ ຫາ ບ້ານປາກທ້າງ ແລະ ພາກບ່າຍລົງປະຕິບັດຢູ່ ຖະໜົນໜອງບຶກໃຕ້ ຫາ ຖະໜົນໜອງບົວທອງ ທັງນີ້ ກໍເພື່ອເຮັດໃຫ້ຖະໜົນຫົນທາງຢູ່ເມືອງສີໂຄດຕະບອງມີຄວາມເປັນລະບຽບຫຼາຍຂຶ້ນ ແລະ ມີຄວາມສະອາດສວຍງາມ.
ທີ່ມາ: ໜສພ ວຽງຈັນໃໝ່

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ