ພະແນກ ວທ ນວ ຈັດແຂ່ງຂັນກີລາເປຕັງ ສະຫຼອງວັນສຳຄັນຂອງຊາດ ຂອງພັກ
21/08/2026
ພະແນກວັດທະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ວທ ນວ) ຈັດກິດຈະກໍາແຂ່ງຂັນກີລາເປຕັງມິດຕະພາບ ຊີງຂັນທ່ານຫົວໜ້າພະແນກ ວທ ນວ ຈັດຂຶ້ນໃນວັນທີ 21 ສິງຫາ 2026 ຢູ່ພະແນກດັ່ງກ່າວ ໂດຍມີ ທ່ານ ສອນໄຊ ສີສົມພັນ ຫົວໜ້າພະແນກວັດທະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານອ້ອມຂ້າງພະແນກ ແລະ ຄະນະນັກກີລາເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ໃນພິທີ ທ່ານ ສອນໄຊ ສີສົມພັນ ກ່າວວ່າ: ຂະບວນກິດຈະກໍາຄັ້ງນີ້ ກໍເພື່ອສະເຫຼີມສະຫຼອງວັນສຳຄັນຕ່າງໆ ຂອງຊາດ ຂອງພັກ ໂດຍສະເພາະວັນຢຶດອໍານາດຂອງຊາວ ນວ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026) ນອກຈາກນີ້ ຍັງເປັນການເຕົ້າໂຮມ ແລະ ການຮັດແໜ້ນຄວາມສາມັກຄີ ລະຫວ່າງ ອົງການຈັດຕັ້ງມະຫາຊົນ ຂໍຮຽກຮ້ອງມາຍັງບັນດາທີມນັກກີລາ ໃຫ້ເອົາໃຈໃສ່ແຂ່ງຂັນກີລາ ຕາມກົດລະບຽບການແຂ່ງຂັນ ຂອງຄະນະຮັບຜິດຊອບວາງອອກ ແລະ ເຕັມໄປດ້ວຍນໍ້າໃຈນັກກີລາ ຄວາມເບີກບານມ່ວນຊື່ນ ຮັກສາໄດ້ຄວາມສາມັກຄີຮັກແພງ ແລະ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.

ການແຂ່ງຂັນກີລາເປຕັງຄັ້ງນີ້ ມີທີມເຂົ້າຮ່ວມທັງໝົດ 13 ທີມ ທີມຍິງ 5 ທີມ ແຂ່ງຂັນປະເພດທີມຊາຍ 3 ຄົນ ແລະ ທີມຍິງ 3 ຄົນ ຜ່ານການແຂ່ງຂັນຜົນປາກົດວ່າ: ປະເພດທີມຍິງ ຊະນະເລີດ ໄດ້ແກ່ຂະແໜງທ່ອງທ່ຽວ ຮອງຊະນະເລີດ ໄດ້ແກ່ໜັງສືພິມວຽງຈັນໃໝ່ ແລະ ອັນດັບທີ 3 ຂະແໜງວັດທະນະທໍາ ສ່ວນປະເພດທີມຊາຍ ຊະນະເລີດ ໜັງສືພິມວຽງຈັນໃໝ່ ຮອງຊະນະເລີດ ໂຮງພິມນະຄອນຫຼວງວຽງຈັນ ແລະ ອັນດັບທີ 3 ຫໍສະໝຸດ + ສູນວັດທະນະທໍາເດັກ ສໍາລັບລາງວັນແຕ່ລະປະເພດ ແມ່ນໄດ້ຮັບເທົ່າກັນຄື: ຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 300.000 ກີບ ຮອງຊະນະເລີດ ໄດ້ຮັບເງິນລາງວັນ 200.000 ກີບ ແລະ ອັນດັບທີ 3 ໄດ້ຮັບເງິນລາງວັນ 100.000 ກີບ ຕາມລໍາດັບ.






ທີ່ມາ: ໜສພ ວຽງຈັນໃໝ່

