ສີໂຄດຕະບອງ ເລັ່ງເກັບກູ້ປ້າຍໂຄສະນາ, ປ້າຍຮ້ານຄ້າ ແລະ ສິ່ງກີດຂວາງ ທີ່ວາງລ່ວງລ້ຳເຂດທາງເຮັດໃຫ້ການສັນຈອນແອອັດ ຢູ່ຖະໜົນອາຊຽນ T2 ແລະ ຖະໜົນສີທອງ

19/08/2026

ສີໂຄດຕະບອງ ເລັ່ງເກັບກູ້ປ້າຍໂຄສະນາ, ປ້າຍຮ້ານຄ້າ ແລະ ສິ່ງກີດຂວາງ ທີ່ວາງລ່ວງລ້ຳເຂດທາງເຮັດໃຫ້ການສັນຈອນແອອັດ ຢູ່ຖະໜົນອາຊຽນ T2 ແລະ ຖະໜົນສີທອງ

ໃນວັນທີ 19 ສິງຫາ 2026 ຄະນະກໍາມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນເມືອງສີໂຄດຕະບອງ ໄດ້ສຶບຕໍ່ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຢູ່ບັນດາເສັ້ນທາງຫລັກພາຍໃນຕົວເມືອງ ເພື່ອເປັນການຈັດຕັ້ງປະຕິບັດຕາມນິຕິກຳ ແລະ ແຈ້ງການຂອງຂັ້ນເທິງວາງອອກ.
ສຳລັບການລົງຄັ້ງນີ້ ແມ່ນໄດ້ມາຈັດສັນ ຢູ່ຖະໜົນອາຊຽນ T2 ແລະ ຖະໜົນສີທອງ ໂດຍເລັ່ງໃສ່ການກວດກາ ແລະ ເກັບກູ້ປ້າຍໂຄສະນາ, ປ້າຍຮ້ານຄ້າ ທີ່ຕິດຕັ້ງບໍ່ຖືກຕ້ອງຕາມລະບຽບ ແລະ ກີດຂວາງທາງທຽວ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດ
ງາມຕາ ແລະ ຄວາມປອດໄພໃນການສັນຈອນໄປ-ມາ.
ການລົງປະຕິບັດງານໃນຄັ້ງນີ້, ເຈົ້າໜ້າທີ່ໄດ້ເນັ້ນໃສ່ການກວດກາຮ້ານຄ້າ, ຜູ້ປະກອບການ ແລະ ປະຊາຊົນ ທີ່ຕັ້ງປ້າຍໂຄສະນາ, ຕັ້ງວາງຂາຍເຄື່ອງ ຫຼື ສິ່ງກີດຂວາງ ລ່ວງລ້ຳອອກມາໃສ່ເຂດທາງຫານ ແລະ ທາງລົດ, ເຊິ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດຄວາມແອອັດ, ເກີດອຸບັດຕິເຫດ ຕາມທ້ອງຖະໜົນ ແລະ ເຮັດໃຫ້ເມືອງ ຂາດຄວາມເປັນລະບຽບຮຽບຮ້ອຍ.
ນອກຈາກການເກັບກູ້ ແລະ ຮື້ຖອນປ້າຍທີ່ກີດຂວາງແລ້ວ, ເຈົ້າໜ້າທີ່ຍັງໄດ້ສຶກສາອົບຮົມ, ແນະນຳ ແລະ ເຮັດບົດບັນທຶກຮ່ວມກັບຜູ້ປະກອບການ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບກົດໝາຍ, ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນໃນຮ່າງຫາການ, ຮ້ານຄ້າ ແລະ ປະຊາຊົນ
ໃຫ້ຄວາມຮ່ວມມື ໂດຍການບໍ່ຕັ້ງປ້າຍ ຫຼື ສິ່ງຂອງກີດຂວາງທາງສັນຈອນ, ຮັກສາຄວາມສະອາດ ແລະ ຮ່ວມກັນສ້າງນະຄອນຫຼວງວຽງຈັນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ງາມຕາ.
ທີ່ມາ: ໜສພ ວຽງຈັນໃໝ່

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ