ຍົກສູງຄວາມສາມາດເຕັກນິກການຂຽນໂຄງການລົງທຶນຂອງລັດ ໃຫ້ຜູ້ຮັບຜິດຊອບວຽກງານ ວທ ນວ

12/08/2026

ຍົກສູງຄວາມສາມາດເຕັກນິກການຂຽນໂຄງການລົງທຶນຂອງລັດ ໃຫ້ຜູ້ຮັບຜິດຊອບວຽກງານ ວທ ນວ

ຊຸດເຝິກອົບຮົມເຕັກນິກການຂຽນໂຄງການລົງທຶນຂອງລັດ ໃຫ້ບຸກຄະລາກອນຮັບຜິດຊອບວຽກງານວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ວທ ນວ) ຈັດຂຶ້ນວັນທີ 12 ສິງຫາ 2026 ຢູ່ພະແນກ ວທ ນວ ໂດຍເປັນປະທານຂອງທ່ານ ສອນໄຊ ສີສົມພັນ ຫົວໜ້າພະແນກ ວທ ນວ ແລະ ທ່ານ ຄຳພູ ເພັຍສັກຂາ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ວທ ມີຜູ້ຕາງໜ້າຫ້ອງການ ພ້ອມດ້ວຍວິທະຍາກອນຈາກກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ວທ ສໍາມະນາກອນຈາກບັນດາຂະແໜງການ, ກອງວິຊາການ, ຫ້ອງການ ວທ 9 ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ສອນໄຊ ສີສົມພັນ ກ່າວວ່າ: ວຽກງານ ວທ ເປັນຂະແໜງການທີ່ມີບົດບາດສຳຄັນໃນການຊຸກຍູ້ການຂະຫຍາຍຕົວດ້ານເສດຖະກິດ-ສົມຄົມ ຂອງ ນວ ເພື່ອເຮັດໃຫ້ການສ້າງແຜນການ ແລະ ໂຄງການລົງທຶນຂອງລັດ ມີຄວາມສອດຄ່ອງກັບລະບຽບ ກົດໝາຍ ມີປະສິດທິຜົນ ສາມາດອະນຸມັດ ແລະ ຈັດຕັ້ງປະຕິບັດໄດ້ຢ່າງມີຜົນສຳເລັດ ການຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ບຸກຄະລາກອນຜູ້ຮັບຜິດຊອບວຽກງານສະເພາະດ້ານ ຈຶ່ງເປັນວຽກງານທີ່ຈຳເປັນຢ່າງຍິ່ງ ຈຸດປະສົງຕົ້ນຕໍຂອງຊຸດເຝິກອົບຮົມຄັ້ງນີ້ ເພື່ອໃຫ້ພະນັກງານ-ບຸກຄະລາກອນ ໄດ້ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບຂັ້ນຕອນ ເຕັກນິກ ແລະ ວິທີການຂຽນບົດສະເໜີໂຄງການລົງທຶນຂອງລັດ ຢ່າງຖືກຕ້ອງ ຕາມແບບຟອມຂອງກະຊວງການເງິນ ວາງອອກ ເພີ່ມພູນທັກສະການວິເຄາະ-ວິໄຈຄວາມເປັນໄປໄດ້ຂອງໂຄງການ ການປະເມີນຜົນປະໂຫຍດ ແລະ ການຈັດອັນດັບຄວາມສຳຄັນຂອງໂຄງການ ເພື່ອໃຫ້ສາມາດນຳໃຊ້ໃນການສ້າງແຜນງົບປະມານລົງທຶນຂອງລັດ ໃນຂະແໜງ ວທ ຢູ່ຂັ້ນເມືອງ ແລະ ທ້ອງຖິ່ນ ຢ່າງມີປະສິດທິຜົນ ໂດຍຊຸດເຝິກອົບຮົມຄັ້ງນີ້ຈະດໍາເນີນແຕ່ວັນທີ 12-14 ສິງຫາ 2026 ໂດຍຈະເນັ້ນໃສ່ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເປັນຕົ້ນ: ການຄົ້ນຄວ້າກົດໝາຍ ແລະ ລະບຽບການກ່ຽວກັບການລົງທຶນຂອງລັດ ຂັ້ນຕອນການສ້າງໂຄງຮ່າງ ການຂຽນເນື້ອໃນໂຄງການ ການຄິດໄລ່ແຜນງົບປະມານ ແລະ ການປະເມີນຄວາມສ່ຽງ ການແລກປ່ຽນບົດຮຽນ ແລະ ການເຝິກປະຕິບັດຂຽນໂຄງການຕົວຈິງເປັນກຸ່ມ.
ທ່ານ ຄຳພູ ເພັຍສັກສາ ກ່າວວ່າ: ການເຝິກອົບຮົມຄັ້ງນີ້ ເປັນໂອກາດອັນດີເພື່ອໃຫ້ຜູ້ຮັບຜິດຊອບວຽກງານ ໄດ້ມາທົບທວນ ຮຽນຮູ້ ແລະ ຍົກສູງຄວາມຮູ້ຄວາມສາມາດໃນການວາງແຜນ ການກຳນົດບັນຫາ ການກຳນົດເປົ້າໝາຍ ການກຳນົດກິດຈະກຳ ແລະ ການຂຽນບົດສະເໜີໂຄງການລົງທຶນຂອງລັດ ໃຫ້ມີຄວາມຊັດເຈນ ຄົບຖ້ວນ ແລະ ມີຄຸນນະພາບ ວຽກງານ ວທ ເປັນຂະແໜງວຽກທີ່ສຳຄັນ ແລະ ມີຄວາມເຊື່ອມໂຍງກັບຫຼາຍຂະແໜງການ ການພັດທະນາວຽກງານດັ່ງກ່າວ ຈຳເປັນຕ້ອງມີການວາງແຜນທີ່ດີ ມີໂຄງການທີ່ສອດຄ່ອງກັບບັນຫາ ແລະ ຄວາມຕ້ອງການຕົວຈິງ ສາມາດວັດແທກຜົນໄດ້ ແລະ ສາມາດນຳ ໄປປະຕິບັດໄດ້ ທັງເປັນເຄື່ອງມືໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ປະກົດຜົນເປັນຈິງ ເວົ້າສະເພາະເປັນການປະກອບສ່ວນໃນການພັດທະນາໂຄງລ່າງພື້ນຖານ ການອະນຸລັກຮັກສາວັດທະນະທຳ ແລະ ການສົ່ງເສີມການທ່ອງທ່ຽວ ໃຫ້ມີປະສິດທິຜົນ ການຂຽນໂຄງການລົງທຶນຂອງລັດ ບໍ່ຄວນເປັນພຽງການຂຽນເອກະສານເພື່ອສະເໜີຂໍງົບປະມານເທົ່ານັ້ນ ແຕ່ເປັນການສະແດງໃຫ້ເຫັນຢ່າງມີເຫດຜົນວ່າຈະແກ້ໄຂບັນຫາຫຍັງ ເພື່ອໃຜ ຈະເຮັດຫຍັງ ເຮັດແນວໃດ ໃຊ້ງົບປະມານເທົ່າໃດ ແລະ ຈະໄດ້ຜົນຮັບຜົນຫຍັງແດ່ ທີ່ສຳຄັນການຂຽນບົດສະເໜີໂຄງການລົງທຶນ ຕ້ອງຖືກຕ້ອງຕາມຫຼັກການ ມີຄວາມຊັດເຈນ ມີຂໍ້ມູນຄົບຖ້ວນ ແລະ ສາມາດຕອບສະໜອງຄວາມຕ້ອງການໃນການພັດທະນາຕົວຈິງ ແລະ ໂຄງການຕ້ອງສາມາດສະແດງເຫດຜົນ ແລະ ຄວາມຄຸ້ມຄ່າຂອງການລົງທຶນໄດ້ຢ່າງຈະແຈ້ງ.
ທີ່ມາ: ໜສພ ວຽງຈັນໃໝ່

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ