6 ເດືອນຕົ້ນປີມີແຂກເຂົ້າຊົມ 3 ແຫຼ່ງທ່ອງທ່ຽວ 98 ພັນເທື່ອຄົນ
05/08/2026
ວັນທີ 30 ກໍລະກົດ 2026 ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ນໍາໂດຍ ທ່ານ ທະນົງໄຊ ຄຸດໄພທູນ ຄະນະປະຈຳພັກ ຮອງປະທານສະພາປະຊາຊົນ ນວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານຢູ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ ນວ) ໃຫ້ການຕ້ອນຮັບໂດຍທ່ານ ສອນໄຊ ສີສົມພັນ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ ມີຄະນະພະແນກ ຫົວໜ້າຂະແໜງ-ຮອງຂະແໜງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ສອນໄຊ ສີສົມພັນ ໄດ້ລາຍງານການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການຈຸດສຸມ 6 ເດືອນທ້າຍປີໃຫ້ຄະນະດັ່ງກ່າວຊາບ ເປັນຕົ້ນ ວຽກງານວັດທະນະທໍາ ໄດ້ເອົາໃຈໃສ່ສ້າງຄອບຄົວວັດທະນະທຳໃໝ່ໄດ້ 436 ຄອບຄົວ (ບ້ານສະພັງຄະນົງ ບ້ານທ່ານາກ ເມືອງໄຊທານີ ນະຄອນຫຼວງວຽງຈັນ) ທຽບໃສ່ແຜນປີ 1.200 ຄອບຄົວ ເທົ່າກັບ 36,33% ສາມາດຕ້ອນຮັບແຂກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ແຕ່ເດືອນ ມັງກອນ-ພຶດສະພາ 2026 ມີແຂກເຂົ້າຊົມ 3 ແຫຼ່ງທ່ອງທ່ຽວ (ພະທາດຫຼວງ ຫໍພະແກ້ວ ວັດສີສະເກດ) ນວ ທັງໜົດ 98.229 ເທື່ອຄົນ ໃນນີ້ເປັນຄົນລາວ 8.689 ເທື່ອຄົນ ຄົນຕ່າງປະເທດ 89.540 ເທື່ອຄົນ ຂະນະທີ່ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນກ່ຽວກັບວຽກງານ ວທ ທີ່ສະພາຮັບຮອງ ປີ 2026 ໄດ້ລົງຊຸກຍູ້ຕິດຕາມກວດກາການສ້າງຄອບຄົວວັດທະນະທໍາ ໃຫ້ໄດ້ 1.200 ຄອບຄົວ ສາມາດສ້າງຄອບຄົວວັດທະນະທໍາໃໝ່ໄດ້ 436 ຄອບຄົວ ເທົ່າກັບ 36,33 % ສາເຫດຊັກຊ້າ ຍ້ອນລໍຖ້າແຜນງົບປະມານຮັບໃຊ້ໃນການຈັດຕັ້ງປະຕິບັດ ແລະ ຈະສູ້ຊົນໃຫ້ໄດ້ລື່ນຄາດໝາຍ.
ການດຶງດູດນັກທ່ອງທ່ຽວເຂົ້າມາ ນວ ໃຫ້ໄດ້ 2.000.000 ເທື່ອຄົນ ສ້າງລາຍຮັບຈາກນັກທ່ອງທ່ຽວໃຫ້ໄດ້ 600.000.000 ໂດລາສະຫະລັດ ໃນ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ 1.116.155 ຄົນ, ຍິງ 456.588 ຄົນ ນັກທ່ອງທ່ຽວຕ່າງປະເທດ 1.086.775 ຄົນ ຍິງ 441.655 ຄົນ ຄາດຄະເນສ້າງລາຍຮັບຈາກນັກທ່ອງທ່ຽວ 328.004.200 ໂດລາສະຫະລັດ.ສຳລັບແຜນການ 6 ເດືອນທ້າຍປີ 2026 ສືບຕໍ່ຂຶ້ນປະເມີນຜົນຄືນຄອບຄົວ ແລະ ບ້ານວັດທະນະທໍາຕິດພັນກັບບ້ານວັດທະນະທຳແບບຢ່າງໃຫ້ສໍາເລັດຕາມແຜນການວາງໄວ້ ສືບຕໍ່ອອກອະນຸຍາດໃຫ້ບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວ ສືບຕໍ່ໃນການປະສານນໍາບັນດາພະແນກການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າຕາມການສະເໜີຂອງຫົວໜ່ວຍທຸລະກິດ ເພື່ອຂໍອະນຸຍາດລົງທຶນໃນຂົງເຂດການທ່ອງທ່ຽວ ຢູ່ ນວ ແລະ ອື່ນໆ.
ນອກນີ້ພາກສ່ວນດັ່ງກ່າວຍັງໄດ້ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາກ່ຽວກັບການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ເປັນຕົ້ນບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນທາງສັງຄົມທີ່ຕິດພັນກັບວຽກງານຂົງເຂດ ວທ ໂດຍສະເພາະ ບັນຫາຮ້ານກິນດື່ມ ບັນເທິງ ບັນຫາສຽງເນືອງນັນ ແລະ ອື່ນໆ ພ້ອມທັງໃຫ້ທິດຊີ້ນຳເພີ່ມເຕີມກ່ຽວກັບສືບຕໍ່ປັບປຸງແກ້ໄຂບັນຫາຕ່າງໆ ໃຫ້ຖືກຕ້ອງສອດຄ່ອງ ແລະ ມີປະສິດທິຜົນຍິ່ງຂຶ້ນກວ່າເກົ່າ ເພື່ອແນໃສ່ເຮັດໃຫ້ປະກົດການຫຍໍ້ທໍ້ນັບມື້ຫຼຸດລົງເທື່ອລະກ້າວ.

