ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານນຳທ່ຽວຂັ້ນນະຄອນຫຼວງວຽງຈັນ

08/06/2026

ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານນຳທ່ຽວຂັ້ນນະຄອນຫຼວງວຽງຈັນ

ພິທີເປີດຊຸດເຝິກອົບຮົມພະນັກງານນຳທ່ຽວຂັ້ນນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ຈັດຂຶ້ນລະຫວ່າງ ວັນທີ 8-23 ມິຖຸນາ 2026 ທີ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ວທ ນວ) ເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີສົມພັນ ຫົວໜ້າພະແນກ ວທ ນວ ມີຮອງຫົວໜ້າພະແນກ ວທ ນວ ຫົວໜ້າຂະແໜງ ຮອງຂະແໜງ ວິທະຍາກອນ ແລະ ສຳມະນາກອນ.
ທ່ານ ສອນໄຊ ສີສົມພັນ ກ່າວວ່າ ການທ່ອງທ່ຽວເປັນຂະແໜງເສດຖະກິດໜຶ່ງທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງຢູ່ໃນທົ່ວໂລກກໍຄື ສປປ ລາວ ໂດຍສະເພາະຢູ່ ນວ ການທ່ອງທ່ຽວກໍໄດ້ມີບົດບາດສຳຄັນ ພົ້ນເດັ່ນຂຶ້ນເລື້ອຍໆ ແລະ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ເປັນບູລິມະສິດໜຶ່ງໃນທ່າແຮງຂອງການພັດທະນາປະເທດ ເຊິ່ງພັກ ແລະ ລັດຖະບານໄດ້ມີແນວທາງນະໂຍບາຍສົ່ງເສີມການທ່ອງທ່ຽວ ແລະ ໄດ້ເອົາໃຈໃສ່ເຂົ້າໃນການລົງທຶນສ້າງພື້ນຖານໂຄງລ່າງເພື່ອອຳນວຍຄວາມສະດວກໃຫ້ແກ່ການພັດທະນາການທ່ອງທ່ຽວ ເຊິ່ງໄດ້ຮັບຜົນສຳເລັດເປັນກ້າວໆມາ.
ການລົງທຶນຂອງພາກລັດເຂົ້າໃນການສ້າງບຸກຄະລາກອນເພື່ອຕອບສະໜອງໃຫ້ແກ່ທຸລະກິດດ້ານການທ່ອງທ່ຽວ ການອະນຸລັກຮັກສາມໍລະດົກທາງດ້ານວັດທະນະທຳ ທຳມະຊາດ ແລະ ຮ່ອງຮອຍປະຫວັດສາດ ນອກນັ້ນກໍໄດ້ສ້າງເງື່ອນໄຂທີ່ອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນໃນຂະແໜງທ່ອງທ່ຽວ ເຊິ່ງເຫັນໄດ້ການເພີ່ມຂຶ້ນຂອງສະຖານທີ່ທ່ອງທ່ຽວ ແລະ ບໍລິສັດທ່ອງທ່ຽວໃນທົ່ວປະເທດແມ່ນມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນແຕ່ລະປີ ສະນັ້ນ ວຽກງານກໍ່ສ້າງບຸກຄະລາກອນບໍລິການນຳທ່ຽວນັ້ນແມ່ນສິ່ງທີ່ຈຳເປັນເພື່ອຍົກລະດັບໃຫ້ພະນັກງານນຳທ່ຽວມີບົດບາດສຳຄັນໃນການສ້າງສິ່ງຈູງໃຈ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຊຸດເຝິກອົບຮົມຄັ້ງນີ້ສຳມະນາກອນໄດ້ຮຽນຮູ້ການຕ້ອນຮັບແຂກດ້ວຍໄມຕີຈິດ ໃບໜ້າຍິ້ມແຍ້ມແຈ່ມໃສ ການບໍລິການທີ່ມີຄວາມຊຳນິຊຳນານວ່ອງໄວ ແລະ ປະທັບໃຈ ໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ຊັດເຈນ ການບໍລິການດ້ວຍຄວາມປອດໄພທັງຊີວິດ ແລະ ຊັບສິນຂອງນັກທ່ອງທ່ຽວ.
 
ທີ່ມາ: ໜສພ ວຽງຈັນໃໝ໋

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ