ນະຄອນຫຼວງ ພິລາລະນາຫຼາຍວຽກງານສຳຄັນ
04/06/2026
ກອງປະຊຸມອົງການປົກຄອງ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 2 ຈັດຂຶ້ນວັນທີ 3 ມິຖຸນາ 2026 ຢູ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງ ທ່ານ ສີລິລາດທົງສິນ ທອງເພັງ ຮອງເລຂາພັກ ປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ປະທານຄະນະກໍາມະການປົກຄອງ 9 ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ສີລິລາດທົງສິນ ທອງເພັງ ໄດ້ມີຄໍາກ່າວເປີດເຫັນກອງປະຊຸມວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອສັງລວມ ແລະ ຕີລາຄາຄືນ ຜົນການຈັດຕັ້ງປະຕິບັດວຽກງານໃນເດືອນຜ່ານມາ ຈະມີການປຶກສາຫາລືພິຈາລະນາວຽກງານສຳຄັນ ເພື່ອມີຄວາມເປັນເອກະພາບຮ່ວມກັນໃນແຕ່ລະບັນຫາ ຈາກນັ້ນ ພວກເຮົາກໍຈະໄດ້ມີການກຳນົດ ໜ້າວຽກສຳຄັນໃນ 1 ເດືອນຕໍ່ໜ້າ ເພື່ອຮັບປະກັນ ການຄຸ້ມຄອງບໍລິຫານ ບໍລິການສັງຄົມ ຂອງ ນວ ໃຫ້ມີຄວາມຄ່ອງຕົວ ສຳຄັນກໍແມ່ນ ເດືອນຕໍ່ໜ້ານີ້ ແລະ ຢາກໃຫ້ສະມາຊິກອົງການປົກຄອງໄດ້ປະກອບຄໍາເຫັນ ເພື່ອໃຫ້ວຽກງານໃນຕໍ່ໜ້າມີຄວາມໂລ່ງລ່ຽນ ແລະ ປະຕິບັດໄດ້ຕາມແຜນການທີ່ວາງໄວ້ ໃນນາມປະທານກອງປະຊຸມ ຮຽກຮ້ອງມາຍັງບັນດາທ່ານສະມາຊິກອົງການປົກຄອງ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ ເອົາໃຈໃສ່ ປະກອບຄຳຄິດເຫັນ ໃສ່ແຕ່ລະຫົວຂໍ້ ແຕ່ລະເນື້ອໃນເອກະສານທີ່ຈະໄດ້ນຳຜ່ານກອງປະຊຸມຄັ້ງນີ້ຢ່າງກົງໄປກົງມາ ເພື່ອໃຫ້ມີເນື້ອທີ່ ທີ່ອຸດົມສົມບູນ ຮັບປະກັນຄວາມເປັນເອກະພາບໃນລະດັບສູງ ຮັບປະກັນຄວາມສອດຄ່ອງດ້ານລະບຽບການ ແລະ ແທດເຖິງຕົວຈິງ ຕໍ່ແຕ່ລະເນື້ອໃນທີ່ຕັ້ງຂຶ້ນ.

ໃນກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານຫຼາຍບັນຫາສຳຄັນຂອງນວ ເປັນຕົ້ນກ່ຽວກັບການກະກຽມຄວາມພ້ອມຮັບມືກັບສະພາບນໍ້າຖ້ວມຂັງ ແລະ ນໍ້າຖ້ວມໃນລະດູຝົນທີ່ຈະມາເຖິງນີ້ ຢູ່ນວ ຮັບຟັງການລາຍງານ ກ່ຽວກັບການເຝົ້າລະວັງການແຜ່ລະບາດຂອງພະຍາດໄຂ້ຍຸງໃນຊ່ວງລະດູຝົນ ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ MOU ວ່າດ້ວຍການສຶກສາຄວາມເປັນໄປໄດ້ ເພື່ອຮ່ວມມືໃນການພັດທະນາລະບົບໂປຣແກຣມ ເພື່ອຫັນວຽກງານຂອງອົງການປົກຄອງ ນະຄອນຫຼວງ ເປັນທັນສະໄໝ ຄັ້ງວັນທີ 25 ທັນວາ 2024 ຮັບຟັງການລາຍງານ ກ່ຽວກັບຫົວໜ່ວຍລາຄາຊົດເຊີຍເນື້ອທີ່ດິນ ຜົນລະປູກ ແລະ ສິ່ງປຸກສ້າງທີ່ຖືກຜົນກະທົບກັບເຫດການດິນຫຍຸບ ດິນແຕກແຫງ ຢູ່ເຂດບ້ານທົ່ງມັ່ງ ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຂອງບໍລິສັດບໍ່ແຮ່ປຸຍກາລີ ລາວ-ຈີນ ຈໍາກັດ ຮ່ວມກັບບໍລິສັດ ຫຍຸຍ ຢວນ ໂປຣຕາສອຸດົມສົມບູນ ຈໍາກັດຜູ້ດຽວ ຮັບຟັງການລາຍງານ ກ່ຽວກັບການກໍານົດລາຄາຊົດເຊີຍໂຄງການພັດທະນາແຫຼ່ງທ່ອງທ່ຽວ ໃນເຂດສະຫງວນຄອງນໍ້າວຽງຈັນ ຢູ່ເຂດບຶງທາດຫຼວງ ຂອງບໍລິສັດພູຫຼວງ ການລົງທຶນ ຈໍາກັດ ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດສັນຍາ ວ່າດ້ວຍການສໍາປະທານທີ່ດິນ ບ້ານຜາສຸກ ຫຼັກ 32 ເມືອງໄຊທານີ ຂອງບໍລິສັດ ວຽງຈັນ ບໍລິຫານຂີ້ເຫຍື້ອ ຈໍາກັດ ຮັບຟັງການລາຍງານ ກ່ຽວກັບການສະເໜີສ້າງຕັ້ງບໍລິສັດ ຮ່ວມທຶນ ເພື່ອບໍລິການລົດເມ ລະຫວ່າງ ລັດວິສາຫະກິດລົດເມ ນະຄອນຫຼວງ ກັບ ບໍລິສັດ ເພັດອາລຸນ ຂົນສົ່ງສິນຄ້າ ແລະ ໂດຍສານ ທັງພາຍໃນ ແລະ ຕ່າງປະເທດ ຈໍາກັດຜູ້ດຽວ ພ້ອມຮັບຟັງການລາຍງານ ກ່ຽວກັບສະພາບພົ້ນເດັ່ນປະຈໍາເດືອນພຶດສະພາ ແລະ ແຜນວຽກຈຸດສຸມປະຈຳເດືອນມິຖຸນາ 2026 ຂອງອົງການປົກຄອງນວ ຈຳນວນໜຶ່ງຕື່ມອີກ.


