ເຊີນທ່ຽວຊົມງານວາງສະແດງຈຳໜ່າຍສິນຄ້າໂອດ໋ອບ ແລະ ສິນຄ້າຄອບຄົວຕົວແບບ ນວ
08/05/2026
ງານວາງສະແດງ ແລະ ຈຳໜ່າຍສິນຄ້າໜື່ງເມືອງໜື່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບ ຂອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ XII ຈັດຂຶ້ນວັນທີ 4-10 ພຶດສະພາ 2026 ທີ່ສູນການຄ້າລາວ-ໄອເຕັກ ນວ ມີທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງ ນວ ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ຫົວໜ້າຮອງຫົວໜ້າພະແນກ ປະທານຄະນະກຳມະການປົກຄອງເມືອງ ສະພາການຄ້າ ແລະ ອຸດສາຫະກຳ ນວ ເມືອງ ຂະແໜງການກ່ຽວຂ້ອງ ແລະ ຫົວໜ່ວຍທຸລະກິຜູ້ປະກອບການດເຂົ້າຮ່ວມ.

ໃນພິທີທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ໄດ້ຂຶ້ນລາຍງານວ່າ: ການຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ໜື່ງເມືອງໜື່ງຜະລິດຕະພັນ ແຫ່ງຊາດ(ODOP) ຢູ່ ນວ ແມ່ນກິດຈະກຳໜື່ງທີ່ໄດ້ຈັດຕັ້ງປະຕິບັດແຕ່ປີ 2014 ເປັນຕົນມາ ມາຮອດປີ 2026 ຈັດຂື້ນເປັນຄັ້ງທີ XII ຈັດໂດຍອົງການປົກຄອງ ນວ ເຊິ່ງພະແນກອຸດສາຫະກຳ ແລະ ການຄ້າ ນວ ໃນນາມກອງເລຂາຄະນະກຳມະການຈັດງານສົມທົບກັບ ພະແນກກະສິກໍາ ແລະ ສິ່ງແວດລ້ອມ, ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ຈັດຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳ ນວ ແລະ ບໍລິສັດ ລາວເວີນມະຫາຊົນ (ສູນການຄ້າລາວ -ໄອເຕັກ) ຮ່ວມກັນຈັດຂື້ນໃນທຸກປີ ການຈັດງານຄັ້ງນີ້ເລີ່ມແຕ່ວັນທີ 1 ຈົນເຖິງວັນທີ 10 ພຶດສະພາ 2026 ພາຍໃຕ້ຄຳຂວັນ“ ຮ່ວມແຮງຮ່ວມໃຈພ້ອມກັນຊົມໃຊ້ຜະລິດຕະພັນລາວ ຈຸດປະສົງເພື່ອຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການໂຄສະນາສິນຄ້າໃຫ້ແກ່ບັນດາຫົວໜ່ວຍຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຢູ່ພາຍໃນ ນວ ບັນດາແຂວງໃຫ້ມີຕາໜ່າງຕະຫຼາດຮອງຮັບຜະລິດຕະພັນທີ່ຜະລິດໄດ້ພາຍໃນໃຫ້ຫຼາຍຂື້ນ ແລະ ເສີມສ້າງທ່າແຮງໃຫ້ແກ່ສິນຄ້າ ທີ່ໄດ້ຮັບຮອງໃຫ້ເປັນສິນຄ້າ ໜື່ງເມືອງໜື່ງຜະລິດຕະພັນແຫ່ງຊາດຂອງ ນວ ບັນດາແຂວງທົ່ວປະເທດ ແລະ ສິນຄ້າຄອບຄົວຕົວແບບ ຊຸກຍູ້ໃຫ້ມີການແລກປ່ຽນຊື້-ຂາຍສິນຄ້າ ໃຫ້ກ້ວາງຂວາງ ປີ 2025 ການນຳສິນຄ້າເຂົ້າມາວາງສະແດງ ແລະ ຈໍາໜ່າຍໃນງານມີມູນຄ່າ 12,49 ຕື້ກີບ ມີຍອດມູນຄ່າການຈໍາໜ່າຍສິນຄ້າ 2,73 ຕື້ກີບ.

ການຈັດຕັ້ງປະຕິບັດການຊຸກຍູ້ສົ່ງເສີມຕາມທິດ 1 ບ້ານໜື່ງຜະລິດຕະພັນ 1 ເມືອງບໍ່ໃຫ້ຫຼຸດ 5 ຜະລິດຕະພັນ ຢູ່ ນວ ໄດ້ເລີ່ມມາແຕ່ປີ 2013 ມາຮອດເດືອນພຶດສະພາ 2026 ຫົວໜ່ວຍທຸລະກິດທີ່ໄດ້ຮັບກາໝາຍສິນຄ້າໜື່ງເມືອງໜື່ງຜະລິດຕະພັນ ແຫ່ງຊາດ ປະຈຸບັນມີທັງໝົດ 77 ຫົວໜ່ວຍ ລວມມີ 319 ຜະລິດຕະພັນ ກວມເອົາ 65 ບ້ານ.

ນອກຈາກງານວາງສະແດງ ແລະ ຈຳໜ່າຍສິນຄ້າໜື່ງເມືອງໜື່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບ ແລ້ວພາຍໃນງານຄັ້ງນີ້ຍັງໄດ້ມີຫຼາຍກິດຈະກໍາ ເຊັ່ນ: ການສໍາມະນາຫົວຂໍ້: ການນໍາໃຊ້ພະລັງງານແສງຕາເວັນ ກິດຈະກໍາການປະກວດແນວຄິດສ້າງສັນການນໍາໃຊ້ສິ່ງເສດເຫຼືອເປັນສິນຄ້າ ກິດຈະກໍາປະກວດການແຂ່ງຂັນຕໍ່າຫູກໄວ ງາມ ແລະ ຖືກຕ້ອງ ກິດຈະກໍາປະກວດແຂ່ງຂັນປຸງແຕ່ງອາຫານລາວ ກິດຈະກໍາແຂ່ງຂັນເດີນແບບຊຸດອາຊີບໃນຝັນຂອງຫຼານນ້ອຍ ແລະ ກິດຈະກໍາປະກວດຄວາມສາມາດພິເສດຂອງໄວໜຸ່ມທົ່ວເມືອງໄຊເສດຖາ.
ການຈັດງານຄັ້ງນີ້ໄດ້ຮັບການສະນັບສະໜູນຈາກສູນການຄ້າລາວ -ໄອເຕັກ ທາງດ້ານສະຖານທີ່ ສື່ໂຄສະນາຕ່າງໆ ພ້ອມດ້ວຍກິດຈະກຳຕ່າງໆ ແລະ ຫຼາຍບໍລິສັດ ເຮັດໃຫ້ງານຂອງພວກເຮົາອອກມາໄດ້ຕາມລະດັບຄາດໝາຍ ຫົວໜ່ວຍທຸລະກິດເຂົ້າຮ່ວມມີທັງໝົດ 170 ຫົວໜ່ວຍ ໃນນີ້ສີນຄ້າໜື່ງເມືອງໜື່ງຜະລິດຕະພັນຂອງ ນວ ແລະ ຕ່າງແຂວງ 70 ຫົວໜ່ວຍ ສິນຄ້າກະສິກໍາປະເພດເບັ້ຍໄມ້ 20 ຫົວໜ່ວຍ ຕ່າງແຂວງ 9 ແຂວງຄື: ຫຼວງພະບາງ, ວຽງຈັນ, ຫົວພັນ, ອຸດົມໄຊ, ບໍລິຄໍາໄຊ, ສະຫວັນນະເຂດ, ຈໍາປາສັກ, ຊຽງຂວາງ ແລະ ໄຊຍະບູລີ ຄາດຄະເນມູນຄ່າສິນຄ້າ ມູນຄ່າ 13,74 ຕື້ກີບ ພິເສດງານວາງສະແດງ ແລະ ຈໍາໜ່າຍສິນຄ້າຄັ້ງນີ້ຍັງມີບູດພາວິນລຽນເພື່ອວາງສະແດງສິນຄ້າທ່າແຮງ ສິນຄ້າອຸດສາຫະກໍາປຸງແຕ່ງ ສິນຄ້າຕົວແບບຂອງເມືອງຈັນທະບູລີ ໂດຍໄດ້ຮັບການຊີ້ນໍາຈາກສະຫາຍເລຂາພັກເມືອງ ປະທານຄະນະກໍາມະ ການປົກຄອງເມືອງ ອົງການປົກຄອງເມືອງ ຈັນທະບູລີ ຈັດຕັ້ງປະຕິບັດ ແລະ ສະນັບສະໜູນໂດຍສະພາການຄ້າ ແລະ ອຸດສາຫະກໍາເມືອງຈັນທະບູລີ ຊິ່ງເປັນຫ້ອງວາງສະແດງທີ່ພົ້ນເດັ່ນຂອງງານຄັ້ງນີ້.

ນອກນີ້ໃນພິທີຍັງໄດ້ມອບໃບອະນຸຍາດກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດໃຫ້ຫົວໜ່ວຍທຸລະຫິດ 2 ຫົວໜ່ວຍ ຄື: ເມືອງໄຊເສດຖາ 1 ຫົວໜ່ວຍຄື: ວິສາຫະກິດໂຮງຜະລິດອາຫານລາວບົວຈັນ ສ່ວນບຸກຄົນ ຕັ້ງຢູ່ບ້ານໂພນທັນ ເປັນຜະລິດຕະພັນສິນຄ້າທີ່ຈັບຕ້ອງໄດ້ເຊັ່ນ: ປະເພດອາຫານລາວ ແລະ ເມືອງຫາດຊາຍຟອງ 1 ຫົວໜ່ວຍ ວິສາຫະກິດກຸ່ມຫັດຖະກຳຄົນພິການ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ເປັນປະເພດເຄື່ອງຫັດຖະກຳສີມືຕື່ມ.
..........................................
#ທີ່ມາ ໜສພ ວຽງຈັນໃໝ່

