ພະແນກ ຖວທ ນວ ຮ່ວມຂະບວນອອກແຮງງານ ຕ້ອນຮັບວັນສໍາຄັນຂອງຊາດ
28/07/2025
ພະແນກ ຖວທ ນວ ຮ່ວມຂະບວນອອກແຮງງານ ຕ້ອນຮັບວັນສໍາຄັນຂອງຊາດ

ວັນທີ 26 ກໍລະກົດ 2025 ຄະນະພະແນກ ຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ນໍາໂດຍ ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງ ວຽງຈັນ ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງ ຈັນ ພ້ອມອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ ຂະບວນການອອກ ແຮງງານເຮັດອານາໄມ ອອກແຮງງານ ປະດັບປະດາ ແລະ ຮັກສາ ຄວາມສະອາດ ເພື່ອຂໍ່ານັບຊົມເຊີຍວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຂໍ່ານັບຮັບຕ້ອນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຕິດພັນກັບ 3 ວັນປະຫວັດສາດ.

ສໍາລັບຈຸດອອກແຮ່ງງານແມ່ນຢູ່ຖະໜົນສຸພານຸວົງ ເລີ່ມແຕ່ກະຊວງແຜນການ ໄປຫາເດີ່ນບິນວັດໄຕ ໂດຍໄດ້ບປັດກວາດອະນາໄມສອງຝາກທາງໃຫ້ມີຄວາມສະອາດຈົບງາມ.