ຍົກລະດັບວຽກງານການຂຶ້ນຖະບຽນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂຶ້ນ
28/07/2025

ຍົກລະດັບວຽກງານການຂຶ້ນຖະບຽນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂຶ້ນ
.................................................
ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໄດ້ຈັດຊຸດເຝິກອົບຮົມວຽກງານການຂຶ້ນຖະບຽນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂຶ້ນ ລະຫວ່າງວັນທີ 22-25 ກໍລະກົດ 2025 ທີ່ຫ້ອງປະຊຸມວັດທາດຝຸ່ນ ໂດຍເປັນປະທານຂອງທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວ ໜ້າພະແນກ ຖວທ ນວ ມີທ່ານ ຊົງ ໄຊຮົ່ວ ຮອງຫົວໜ້າພະແນກ ຖວທ ແຂວງໄຊສົມບູນ ພ້ອມບັນດາຫົວໜ້າຫ້ອງການ ຖວທ ເມືອງ 9 ເມືອງອ້ອມຂ້າງນະຄອນຫຼວງວຽງຈັນເຂົ້າຮ່ວມ.
ຊຸດເຝິກອົບຮົມຄັ້ງນີ້ ນັກສຳມະນາກອນຈະໄດ້ຮຽນຮູ້ຄວາມຮູ້ພື້ນຖານກ່ຽວກັບມໍລະດົກທາງດ້ານວັດ ທະນະທຳ ທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ ແລະ ມໍລະດົກທາງທຳມະຊາດ ການປົກປັກຮັກສາສະຖານບູຮານ ແລະ ການຂຶ້ນທະບຽນວັດຖຸພັນ ນິຕິກຳ ລະບຽບການ ແລະ ຫຼັກການໃນການຂຶ້ນທະບຽນ ຂັ້ນຕອນ ແລະ ວິທີການເກັບກຳຂໍ້ມູນການສຳຫຼວດດ້ານວິຊາການ ການແນະນຳຂັ້ນຕອນ ວິທີການຂຶ້ນທະບຽນເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ພ້ອມທັງລົງປະຕິບັດພາກຕົວຈິງ.
ສຳລັບ ຈຸດປະສົງຫຼັກຂອງການຈັດຊຸດເຝິກອົບຮົມຄັ້ງນີ້ ເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການແກ່ວຽກງານວິຊາສະເພາະຂອງຂະແໜງວັດທະນະທຳ ໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ.