ສະຫະພັນແມ່ຍິງພະແນກ ຖວທ ນວ ທັດສະນະສຶກສາ

21/07/2025

ສະຫະພັນແມ່ຍິງພະແນກ ຖວທ ນວ ທັດສະນະສຶກສາ

ສະຫະພັນແມ່ຍິງພະແນກ ຖວທ ນວ ທັດສະນະສຶກສາ
..........................................
ເພື່ອເປັນການສະເຫຼີມສະຫຼອງໃນວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ (20/7/1955-20/7/2025) ທີ່ຈະມາເຖິງໃຫ້ເປັນຂະບວນຟົດຟື້ນພ້ອມທັງເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງເອື້ອຍນ້ອງແມ່ຍິງທົ່ວພະແນກຖະແຫຼງ ຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ ນວ) ສະນັ້ນ ໃນວັນທີ 18 ກໍລະກົດ 2025 ສະຫະພັນແມ່ຍິງພະແນກ ຖວທ ນວ ໄດ້ນຳພາສະມາຊິກສະຫະພັນແມ່ນຍິງໄປທັດສະນະສຶກສາຢູ່ແຫຼ່ງທ່ອງທ່ຽວ ລາພຟໍເລສ (LAFORET) ແລະ ຫໍພິພິທະ ພັນ ສິລະປະລາວ ນຳໂດຍທ່ານນາງ ເກດເກສອນ ທິລະວົງ ປະ ທານສະຫະພັນແມ່ຍິງພະແນກ ຖວທ ນວ ມີທ່ານນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນວ ທ່ານນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິການໜັງສືພິມວຽງຈັນໃໝ່ ພ້ອມດ້ວຍຄະນປະທານສະຫະຫັນແມ່ຍິງ ພະແນກ ຖວທ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
ທ່ານນາງ ເກດເກສອນ ທິລະວົງ ກ່າວວ່າ ການໄປທັດສະນະຄັ້ງນີ້ໄດ້ໄປທ່ຽວຊົມແຫຼ່ງທ່ອງທ່ຽວ ລາພຟໍເລສ ຕັ້ງຢູ່ບ້ານ ເວີນແທ່ນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງເປັນສະຖານທີ່ທ່ອງທ່ຽວທຳມະຊາດທີ່ສວຍງາມຂອງ ນວ ຈາກນັ້ນກໍໄດ້ໄປທ່ຽວຊົມຫໍພິພິທະພັນສິລະປະລາວ ທັງນີ້ເພື່ອເຮັດໃຫ້ສະມາ ຊິກສະຫະພັນແມ່ຍິງໄດ້ຮັບຮູ້ໄດ້ລວດລາຍຂອງສີລະປະລາວ ແລະ ຄຸນຄ່າຂອງຜົນງານຜ່ານການແກະສະຫຼັກໄມ້ຫຼາຍຊະນິດທີ່ເຕັມໄປດ້ວຍຄວາມສວຍງາມ ໜ້າສົນໃຈຂອງມວນຊົນ ແລະ ເປັນສິ່ງທີ່ເປັນເອກະລັກອີກຢ່າງໜຶ່ງຂອງວັດທະນະທໍາລາວແຕ່ເໜືອເຖິງໃຕ້ຈາກທີ່ເປັນຕົ້ນໄມ້ທຳມະດາແລ້ວມາແກະສະຫຼັກເປັນລວດລາຍຕ່າງໆທີ່ມີຄວາມສວຍງາມ ແລະ ມີເອກະລັກທີ່ມີຄຸນ ຄ່າເພື່ອໃຫ້ເປັນບ່ອນທ່ຽວຊົມໃຫ້ລູກໃຫ້ຫຼານໃນອະນາຄົດ ການ ໄປທັດສະນະສຶກສາຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກລັດວິ ສາຫະກິດລົດເມ ນວ ແຫຼ່ງທ່ອງທ່ຽວ ລາຟໍເລສ ແລະ ຫໍພິພິ ທະພັນ ສິລະປະລາວ.
 
 
 
 

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ