ສ້າງຂະບວນການອອກແຮງງານຕ້ອນຮັບວັນສໍາຄັນຕ່າງໆ
17/07/2025
ສ້າງຂະບວນການອອກແຮງງານຕ້ອນຮັບວັນສໍາຄັນຕ່າງໆ
...................................................
ເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຕິດພັນກັບການສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ການກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ທີ່ຈະຈັດຂຶ້ນໃນມໍ່ໆນີ້.
ໃນວັນທີ 17 ກໍລະກົດ 2025 ສະຫະພັນແມ່ຍິງ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານອະນາໄມຮັກສາຄວາມສະອາດ ພາຍໃນສໍານັກງານຂອງຕົນ ຂຶ້ນ ໂດຍມີຄະນະພະແນກຖະແຫຼງຂ່າວ ວັນທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຫົວໜ້າຫ້ອງການ ຂະແໜງການ ກອງວິຂາການ ອ້ອມຂ້າງພະແນກ ເຂົ້າຮ່ວມ.
ສໍາລັບການເຮັດອະນາໄມຄັ້ງນີ້ ແມ່ນປັດກວາດສິ່ງເສດເຫຼືອຕ່າງໆ ຕັດແຕ່ງກິ່ງໄມ້ ຈັດສັນເຄື່ອງຕ່າງໃຫ້ເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມ.



