ນະຄອນຫຼວງວຽງຈັນ ແລະ ແຂວງໄຊສົມບູນ ແລກປ່ຽນບົດຮຽນໃນຂົງເຂດວຽກງານ ຖວທ
12/06/2025
ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ແລະ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ເພື່ອຕີລາຄາຄືນການຮ່ວມມືວຽກງານ ຂົງເຂດ ຖວທ ໃນໄລຍະຜ່ານມາ.
ກອງປະຊຸມພົບປະດັ່ງກ່າວຈັດຂຶ້ນໃນວັນທີ 12 ມິຖຸນາ 2025 ທີ່ພະແນກ ຖວທ ນວ ໂດຍມີ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນວ ພ້ອມຄະນະ ແລະ ທ່ານ ທົງສະຫວັນ ໂພສະລາດ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ພ້ອມຄະນະເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນການຮ່ວມມືໃນຂົງເຂດວຽກງານການທ່ອງທ່ຽວ ແລະ ວຽກງານຖະແຫຼງຂ່າວ ທີ່ການນໍານະຄອນຫຼວງວຽງຈັນ ແລະ ການນໍາແຂວງໄຊສົມບູນ ໄດ້ລົງນາມໃນປີ 2024 ເຊິ່ງໂດຍລວມແລ້ວເຮັດໃຫ້ວຽກງານທ່ອງທ່ຽວ ແລະ ຖະແຫຼງຂ່າວ ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ.
ໃນກອງປະຊຸມທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າ ກໍຄື ສືບຕໍ່ການຮ່ວມມືໃນສອງຂົງເຂດວຽກງານຖະແຫຼງຂ່າວ ພ້ອມນັ້ນກໍຍັງປຶກສາຫາລືກ່ຽວ ກັບການຮ່ວມມືໃນຂົງເຂດວັດທະນະທໍາ.




