ສະພາລົງຢ້ຽມຊົມສະຖານທີ່ທ່ອງທ່ຽວທຳມະຊາດພາຍໃນ ນວ

16/05/2025

ສະພາລົງຢ້ຽມຊົມສະຖານທີ່ທ່ອງທ່ຽວທຳມະຊາດພາຍໃນ ນວ

ວັນທີ 15 ພຶດສະພາ 2025 ທ່ານ ວຽງຄຳ ສີສຸວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍຫົວໜ້າຫ້ອງການບໍລິຫານຮອງຫົວໜ້າຂະ ແໜງທ່ອງທ່ຽວ ແລະ ພະນັກງານວິຊາການກ່ຽວຂ້ອງ ໄດ້ນໍາພາ ທ່ານ ນາງ ເກດມະນີ ບັນດາສັກ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນ ນວ ພ້ອມຄະນະໄປຢ້ຽມຊົມຕິດຕາມຊຸກຍູ້ສະຖານທີ່ທ່ອງທ່ຽວທຳມະຊາດລາຟໍເລທ ຕັ້ງຢູ່ບ້ານເວີນແທນເມືອງໄຊທານີ ນວ ຖືກຕ້ອນຮັບໂດຍຜູ້ຮັບຜິດຊອບ ແລະ ພະນັກງານນໍາທ່ຽວສະຖານທີ່ທ່ອງທ່ຽວແຫ່ງດັ່ງກ່າວ.
ການໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທຳມະຊາດລາຟໍເລທ ຄັ້ງນີ້ ຄະນະໄດ້ຮັບຟັງລາຍງານສະພາບການພັດທະນາສະຖານທີ່ທ່ອງທ່ຽວ ແລະ ການບໍລີການນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຊິ່ງສະຖານທີ່ທ່ອງທ່ຽວແຫ່ງນີ້ເລີ່ມທົດລອງເປີດເດືອນ ສິງຫາ 2024 ແລະ ເປີດບໍລິການຢ່າງເປັນທາງການເດືອນຕຸລາ 2024 ເປັນຕົ້ນມາເຊິ່ງເປັນສະຖານທີ່ທ່ອງທ່ຽວແຫ່ງໜື່ງທີ່ສ້າງຄວາມດືງດູດໃຫ້ແກ່ນັກທ່ອງທ່ອງພາຍໃນ ແລະ ຕ່າງປະເທດສະເລ່ຍແຕ່ລະວັນມີຜູ້ມາທ່ຽວຊົມວັນຈັນຫາວັນສຸກ ປະມານ 20-30 ຄົນແລະ ວັນເສົາ-ວັນອາທິດ 200-300 ຄົນຕໍ່ວັນ ນອກນີ້ຍັງມີຫຼາຍພາກສ່ວນມາຈັດກອງປະຊຸມ ແລະ ງານສຳມະນາຕື່ມອີກ.
ພາຍຫຼັງໄດ້ຮັບຟັງແລ້ວທ່ານນາງເກດມະນີ ບັນດາສັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຜູ້ພັດທະນາທີ່ມີເອົາເອົາໃຈໃສ່ໃນການປົກປັກຮັກສາທຳມະຊາດຕົ້ນໄມ້ໄວ້ໄດ້ດີ ເຮັດໃຫ້ສະຖານທີ່ທ່ອງທ່ຽວແຫ່ງນີ້ ເປັນແບບທຳມະຊາດຈະດືງດູດໃຫ້ນັກທ່ອງທ່ຽວໄດ້ດີ ໃນອະນາຄົດ ແລະ ເປັນຈຸດທ່ອງທ່ຽງໜື່ງທີ່ຕັ້ງຢູ່ບໍ່ໄກຈາກຕົວເມືອງ ນວ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ