ຍົກລະດັບວຽກງານຂຽນບົດສະເໜີໂຄງການ ແລະ ປະເມີນຜົນໂຄງການລົງທຶນຂອງລັດໃຫ້ພະນັກງານ ພະແນກ ຖວທ ນວ

12/05/2025

ຍົກລະດັບວຽກງານຂຽນບົດສະເໜີໂຄງການ ແລະ ປະເມີນຜົນໂຄງການລົງທຶນຂອງລັດໃຫ້ພະນັກງານ ພະແນກ ຖວທ ນວ

ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດເຝິກ ອົບຮົມໃຫ້ ພະນັກງານຂະແໜງການ ກອງວິຊາການ ພາຍໃນ ພະແນກ ຖວທ ນວ ກ່ຽວກັບວຽກງານຂຽນບົດສະເໜີໂຄງການ ແລະ ປະເມີນຜົນໂຄງການລົງທຶນຂອງລັດ ໃນຂົງເຂດວຽກງານ ຖວທ ນວ ໂດຍມີ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍຄູເຝິກຈາກ ພະແນກ ແຜນການ ແລະ ການລົງທຶນ ນວ ບັນດາທ່ານຫົວໜ້າຫ້ອງການ ຫົວໜ້າ ຮອງຫົວໜ້າ ຂະແໜງການ ກອງວິຊາການ ພ້ອມດ້ວຍພະນັກງານຜູ້ຮັບຜິດຊອບວຽກງານການຂຽນບົດສະ ເໜີໂຄງການ ລົງທຶນຂອງລັດ ແລະ ພະນັກ ງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້ ທ່ານຫົວໜ້າພະແນກ ຖວທ ນວ ໄດ້ກ່າວເນັ້ນເຖິງຄວາມສຳຄັນ ຂອງວຽກງານດັ່ງກ່າວ ເຊິ່ງການເຝິກອົບຮົມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຫຼາຍ ເພາະເຮັດໃຫ້ຮູ້ເຂົ້າໃຈຢ່າງເລິກເຊິ່ງ ສອດຄ່ອງ ແຜນນະໂຍບາຍຂອງພັກ-ລັດ ເປັນເອກະພາບກັນ ໃນການຂຽນບົດສະເໜີໂຄງການຢ່າງຖືກຕ້ອງເໝາະສົມ ກັບວຽກງານຕົວຈິງ ໃນການເຄື່ອນໄຫວວຽກງານ ການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນແນ່ໃສ່ຈັດຕັ້ງ ຜັນຂະຫຍາຍບັນດາແຜນງານ ໂຄງການໃນ 4 ວຽກງານຂະແໜງການ ຂອງພະແນກ ຖວທ ນວ ແຕ່ນີ້ ຮອດ 2029 ຕາມມະຕິກອງ
 
ປະຊຸມໃຫຍ່ຂອງພັກ ພະແນກ ຖວທ ນວ ແລະ ທິດຊີ້ນຳຂອງອົງຄະນະພັກ ນວ ເຊິ່ງຈະໄດ້ຄັດເລືອກເອົາບັນດາໜ້າວຽກທີ່ສຳຄັນ ຢູ່ບັນດາຂະແໜງການຂອງຕົນ ມາຂຽນເປັນໂຄງ ການ ໃນການສົ່ງເສີມທາງດ້ານວິຊາການ ໂດຍເນັ້ນໃສ່ການຄົ້ນຄ້ວາ ຕີລາລາຄາ ປະເມີນຄືນເຖິງຄວາມ ຮຽກຮ້ອງຕ້ອງການທີ່ແທ້ຈິງ ແຕ່ນີ້ຮອດປີ 2029 ອັນໃດເປັນບູລິມະສິດ ຕ້ອງຄວາມການຈຳເປັນ ພ້ອມຄັດ ເລືອກລຽນລຳດັບໃຫ້ລະອຽດ ເຊິ່ງນອກຈາກສາມາດຂຽນບົດສະເໜີໂຄງການແລ້ວ ຕ້ອງສາມາດປະເມີນ ດ້ວຍຕົນເອງກ່ອນຈະນຳສະເໜີໂຄງການ ເພື່ອໃຫ້ໄດ້ປະສິດຕິຜົນທີ່ແທ້ຈິງ ພ້ອມຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ອົບຮົມຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ສຶກສາຮ່ຳຮຽນ ແລະ ສາມາດຂຽນໂຄງການຢ່າງໜ້ອຍຜູ້ໜຶ່ງ ໃຫ້ສາມາດຂຽນ 2 ໂຄງການ ເພື່ອເສີມສ້າງຫົວຄິດປະດິດສ້າງ ພູມປັນຍາ ສ້າງຂະແໜງການຂອງຕົ້ນໃຫ້ ໄດ້ຮັບການພັດທະນາ ແລະ ເຂັ້ມແຂງ.
ການເຝິກອົບຄົມຄັ້ງນີ້ ໃຊ້ເວລາ 1 ວັນ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮັບຝັງການນຳສະເໜີບົດໂຄງການລົງ ທຶນຂອງລັດໂດຍລວມ ແລະ ແນະນຳວິທີການຂຽນໂຄງການ ແລະ ປະເມີນໂຄງການ ຈາກຄູເຝິກພະແນກ ແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ