06/05/2025
ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ແລະ ສິນຄ້າຄອບຄົວຕົວແບບ ຂອງນະຄອນ ຫຼວງວຽງຈັນ ຄັ້ງທີ XI ເປີດຂຶ້ນເປັນທາງການ ສູນວາງສະ ແດງສິນຄ້າລາວ-ໄອເຕັກ (ຕຶເກົ່າ) ມີຫົວໜ່ວຍທຸລິກິດເຂົ້າຮ່ວມ 116 ຫົວໜ່ວຍ ຄາດຄະເນມູນຄ່າສິນຄ້າມາວາງຂາຍພາຍໃນງານ ຈຳນວນ 11 ວັນ ມູນຄ່າ 12,49 ຕື້ກີບ.
ພິທິເປີດງານດັ່ງກ່າວຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ໂດຍມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການ ຄ້າ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນະຄອນຫຼວງວຽງ ຈັນ (ນວ) ມີບັນດາພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການຫົວໜ່ວຍທຸລະກິດ ເຂົ້າຮ່ວມ.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ກ່າວວ່າ: ການຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ແຫ່ງຊາດ(ODOP) ຢູ່ ນວ ແມ່ນກິດຈະກຳໜຶ່ງທີ່ໄດ້ຈັດຕັ້ງປະຕິບັດມາແຕ່ປີ 2014 ມາຮອດປີ 2025 ເປັນຄັ້ງທີ XI ການຈັດງານຄັ້ງນີ້ ແມ່ນເລີ່ມແຕ່ວັນທີ 1 ພຶດສະພາ ຈົນເຖິງວັນທີ 11 ພຶດສະພາ 2025 ລວມ 11 ວັນ ພາຍໃຕ້ຄຳຂວັນ ສົ່ງເສີມ ແລະ ຊົມໃຊ້ຜະລິດຕະພັນພາຍໃນ ຈຸດປະສົງຂອງການຈັດງານແມ່ນເພື່ອຊຸກຍູ້ສົ່ງ ເສີມ ການຜະລິດເປັນສິນຄ້າ ແລະ ການໂຄສະນາສິນຄ້າ ໃຫ້ແກ່ບັນດາຫົວໜ່ວຍຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຢູ່ພາຍໃນ ນວ ບັນດາແຂວງໃຫ້ມີຕາໜ່າງຕະຫຼາດຮອງຮັບຫຼາຍຂຶ້ນ ແລະ ເສີມສ້າງທ່າແຮງໃຫ້ແກ່ສິນຄ້າ ທີ່ໄດ້ຮັບຮອງໃຫ້ເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ແຫ່ງຊາດ ຂອງ ນວ ບັນດາແຂວງ ແລະ ສິນຄ້າຄອບຄົວຕົວແບບ ຊຸກຍູ້ໃຫ້ມີການແລກປ່ຽນຊື້-ຂາຍສິນຄ້າ ໃຫ້ກ້ວາງຂວາງ.
ການຈັດງານໃນຄັ້ງນີ້ ໄດ້ຮັບການສະນັບສະໜູນຈາກສູນການຄ້າ ລາວ - ໄອເຕັກ ທາງດ້ານສະຖານທີ່ ສື່ໂຄສະນາຕ່າງໆ ພ້ອມດ້ວຍກິດຈະກຳຕ່າງໆ ແລະ ຫຼາຍບໍລິສັດ ເຮັດໃຫ້ງານຂອງພວກເຮົາອອກມາໄດ້ຕາມລະດັບຄາດໝາຍ ຫົວໜ່ວຍທຸລະກິດເຂົ້າຮ່ວມມີຈໍານວນທັງໝົດ 116 ຫົວໜ່ວຍ ຈໍານວນ 165 ຫ້ອງ ຄື:ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຂອງ ນວ ແລະຕ່າງແຂວງ ຈຳນວນ 60 ຫົວໜ່ວຍ ສໍາລັບສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ແຫ່ງຊາດ ຈາກຕ່າງແຂວງ ເຂົ້າຮ່ວມມີຈໍານວນ 7 ແຂວງ ຄື: ຫຼວງພະບາງ ຫຼວງນໍ້າທາ ຫົວພັນ ອຸດົມໄຊ ບໍລິຄໍາໄຊ ສະ ຫວັນນະເຂດ ແລະ ຈໍາປາສັກ ຄາດຄະເນມູນຄ່າສິນຄ້າມາວາງຂາຍພາຍ ໃນງານ ຈຳນວນ 11 ວັນ ມູນຄ່າ 12,49 ຕື້ກີບ.

