ຍ້ອນມີພັກນໍາພາ ເສດຖະກິດເຕີບໃຫຍ່ ປະເທດຊາດໄດ້ຮັບການພັດທະນາ

18/03/2025

ຍ້ອນມີພັກນໍາພາ ເສດຖະກິດເຕີບໃຫຍ່ ປະເທດຊາດໄດ້ຮັບການພັດທະນາ

ໃນ 70 ປີຜ່ານມາ ພາຍໃຕ້ການນໍາພາປີຊາສາມາດ ສະຫຼາດສ່ອງໃສຂອງພັກ ເຮັດໃຫ້ວຽກງານຂົງເຂດຕ່າງໆໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເປັນເງື່ອນໄຂປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຢ່າງຕໍ່ເນື່ອງ.
ທ່ານ ຄຳສີ ຈັນທະວີທອງ ເລຂາໜ່ວຍພັກ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດໂຮງພິມນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດວັນທີ 14 ມີນາ 2025 ວ່າ: ຂ້າພະ ເຈົ້າຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ເຫັນໄດ້ປະເທດຊາດມີຄວາມຈະເລີນຮຸ່ງເຮືອງ ມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບສຸກ ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ມີຄວາມສະເໝີພາບ ແລະ ມີຊີວິດການເປັນຢູ່ໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.
ໃນ 70 ປີຜ່ານມາ ພາຍໃຕ້ການນໍາພາປີຊາສາມາດ ສະຫຼາດສ່ອງໃສຂອງພັກ ພວກເຮົາສາມາດຍາດໄດ້ຜົນງານ ແລະ ໄຊສະນະອັນໃຫຍ່ຫຼວງຫຼາຍດ້ານເປັນຕົ້ນນັບແຕ່ມື້ກຳເນີດເກີດຂຶ້ນມາພັກໄດ້ນໍາພາປະ ຊາຊົນບັນດາເຜົ່າເຮັດການປະຕິວັດຕໍ່ສູ້ ຈັກ ກະພັດຜູ້ຮຸກຮານ ຕະຫຼອດ 20 ປີ ໃນການຊຸບຫຼໍ່ໃນແປວໄຟສົງ ຄາມ ເຊິ່ງເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ ເສຍສະຫຼະ ລະອິດລະອ້ຽວຂ້ຽວຂາດນັ້ນ ພັກເຮົານັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ເຮັດສຳເລັດພາລະກິດປະຕິວັດປົດປ່ອຍຊາດປີ 1975 ຢ່າງສົມບູນ ປະເທດເຮົາເປັນເອກະລາດ ປະຊາຊົນມີສິດສະເໝີພາບ ຊື່ສຽງຂອງປະ ເທດລາວເຮົາໄດ້ຮັບການເຊີດຊູສູງເດັ່ນຢູ່ໃນເວທີສາກົນ.
ບໍລິສັດ ລັດວິສາຫະກິດໂຮງພິມ ນວ ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກຂັ້ນເທິງກໍໄດ້ຮັບການປັບປຸງພັດທະນາ ແລະ ຂະຫຍາຍຕົວເຊັ່ນດຽວກັນ ນັບແຕ່ມື້ກຳ ເນີດໂຮງພິມກໍໄດ້ເຮັດພາລະບົດບາດ ແລະ ໜ້າທີ່ຕົ້ນຕໍຂອງຕົນ ໂດຍສະເພາະພິມໜັງສືພິມວຽງຈັນໃໝ່ ເຊິ່ງເປັນກະບອກສຽງຂອງອົງຄະນະພັກ ນວ ເປັນເຄື່ອງມືໂຄສະນາເຜີຍແຜ່ແນວ ທາງນະໂຍບາຍຂອງພັກລົງສູ່ມະຫາຊົນ ແລະ ການຈັດຕັ້ງຮາກຖານຂອງພັກຢ່າງກວ້າງຂວາງ ນອກນັ້ນແມ່ນພິມເອກະສານ ແລະ ສິ່ງພິມອື່ນໆຮັບໃຊ້ສຳນັກງານອົງການຂອງລັດ ແລະ ສັງຄົມທົ່ວໄປ ເຊິ່ງເມື່ອກ່ອນໂຮງພິມ ນວ ເປັນໂຮງພິມຫຼ້າສະໄໝ ການພິມແມ່ນໃຊ້ຕົວໜັງສືເກັບລຽງໃຊ້ມືຈັບເຈ້ຍປ່ອນໃສ່ຈັກພິມເທື່ອລະໃບ ບໍ່ສາມາດພິມສອດສີໄດ້ ເພື່ອຕອບສະໜອງຕາມຄວາມຮຽກ ຮ້ອງຕ້ອງການຂອງລູກຄ້າໃນໄລ ຍະໃໝ່ເປັນຕົ້ນບັນຫາຄຸນນະພາບ ຄວາມຈົບງາມ ກຳນົດເວລາໃຫ້ໄວຂຶ້ນ ໂຮງພິມຈຶ່ງໄດ້ມີແຜນປັບປຸງພັດທະນາຢ່າງບໍ່ຢຸດຢັ້ງ ມາເຖິງປັດຈຸບັນນີ້ທຸກຢ່າງມີການປ່ຽນແປງ ນັບທັງລະບົບການຈັດຕັ້ງ ການບໍລິການ ພື້ນ ຖານໂຄງລ່າງ ໄດ້ກາຍມາເປັນໂຮງພິມທັນສະໄໝ ຄົບວົງຈອນ ມີຖັນແຖວພະນັກ ງານເຕັກນິກວິຊາການທີ່ສຳນນານງານ ສາມາດພິມສອດສີຂະຫໜາດໃຫຍ່ ວ່ອງໄວ ຄຸນນະພາບສູງ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງການຂອງຜູ້ມາຊົມໃຊ້ບໍລິ ການທຸລະດັບ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ