ພະແນກ ຖວທ ນວ ອອກແຮງງານ ຕ້ອນຮັບວັນແມ່ຍິງສາກົນ ແລະ ກອງປະຊຸມໃຫຍ່ຂອງຕົນ
07/03/2025
ຄະນະພັກຮາກຖານພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວນະຄອນຫຼວງວຽງຈັັນ ຮ່ວມກັບ ຄະນະສະຫະພັນແມ່ຍິງຮາກຖານ ພະແນກ ຖວທ ນວ ໄດ້ສ້າງຂະບວນການອອກ ແຮງງານລວມເພື່ອຕ້ອນຮັບວັນແມ່ຍິງສາກົນຄົບຮອບ 115 ປີ ແລະ ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກຮາກຖານພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັັນ ຂຶ້ນໃນວັນ ທີ 06 ມີນາ 2025 ທີ່ ພະແນກດັ່ງກ່າວ ໂດຍການນຳພາຂອງ ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກ ຖວທ ນວ ມີ ສາມອົງການຈັດຕັ້ງມະຫາຊົນ ພະນັກງານອ້ອມຂ້າງພະແນກ ຖວທ ນວ ເຂົ້າຮ່ວມ.
ສໍາລັບຂະບວນການອອກແຮງງານດັ່ງກ່າວແມ່ນໄດ້ພ້ອມກັນເຮັດອະນາໄມເປັນຕົ້ນໄດ້ນໍາພາ ເກັບເສດຂີ້ເຫຍື້ອ ເສດເຈ້ຍ ຖົງຢາງຕ່າງໆ ທີ່ປິວຕົກເຮ່ຍຢູ່ໃນບໍລິເວນເລາະລຽບບໍລິເວນພະແນກ ແລະ ຕາມແຄມທາງ ພ້ອມທັງຕັດຫຍ້າທີ່ຮົກເຮື້ອຢູ່ຕາມບໍລິເວນ ແລະ ພ້ອມກັນປັດກວດ ຊ້ວນດິນຊາຍທີ່ຕົກຄ້າງເປັນຝຸ່ນ ຢູ່ຕາມຂອບທາງທີ່ຕິດກັບພະແນກໃຫ້ມີຄວາມສະອາດຈົບງາມ ເປັນລະບຽບດີ ທັງນີ້ກໍເພື່ອແນໃສ່ປະຕິບັດໃຫ້ໄດ້ຕາມນະໂຍບາຍ 6 ສ ຂອງນະຄອນຫຼວງວຽງຈັນ ວາງອອກ ໂດຍ ສະເພາະກໍແມ່ນ ສ ສະອາດ ສ ສີຂຽວ ແລະ ສ ສະຫວ່າງນັ້ນໃຫ້ບັນລຸໄປຕາມທິດທີ່ວາງໄວ້
ຫຼັງຈາກສຳເລັດຂະບວນການອອກແຮງງານລວມແລ້ວ ຄະນະພັກຮາກຖານພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະ ຄອນຫຼວງວຽງຈັັນ ໄດ້ສົມທົບກັບ 3 ອົງການຈັດຕັ້ງມະຫາຊົນສ້າງຂະ ບວນການກີລາເປຕັງ ເພື່ອຄຳນັບຮັບຕ້ອນວັນສຳຄັນດັ່ງກ່າວອີກດ້ວຍ ໂດຍຈັດທີ່ໂຮງພິມນະຄອນຫຼວງວຽງຈັນ.


ທີ່ມາ: ວຽງຈັນໃໝ່

