ນວ ພ້ອມສົ່ງທຸກປະເພດ ຕັ້ງເປົ້້າຄອງເຈົ້າຫຼຽນຄໍາ ງານກີລານັກຮຽນທົ່ວປະເທດ ທີ່ແຂວງສາລະວັນ

01/12/2024

ນວ ພ້ອມສົ່ງທຸກປະເພດ ຕັ້ງເປົ້້າຄອງເຈົ້າຫຼຽນຄໍາ ງານກີລານັກຮຽນທົ່ວປະເທດ ທີ່ແຂວງສາລະວັນ

ຈາກ: ໜສພ ວຽງຈັນໃໝ່
ພິທີຮັບຟັງການໂອ້ລົມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ແກ່ຄະນະນໍາ ຄູເຝິກ ແລະ ນັກກີລາ 12 ປະເພດກີລາ ຂອງນະຄອນຫຼວງວຽງຈັຍ (ນວ) ເພື່ອກະກຽມເຂົ້າຮ່ວມງານມະຫະກໍາກີລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ 7 ຢູ່ແຂວງສາລະວັນ ຈັດຂຶ້ນໃນວັນທີ 30 ພະຈິກ 2024 ຢູ່ໂຮງຮຽນ ມປາຍ ວຽງຈັນ-ໂຮ່ຈີມິນ.ທ່ານນາງ ລີປາເອຍ ລິບົວປາວ ຕາງໜ້າໃຫ້ພະແນກສຶກສາ ທິການ ແລະ ກີລາ ນວ ໄດ້ຂຶ້ນລາຍງານຄວາມພ້ອມ ໃນການກະກຽມກ້ອນກຳລັງນັກກີລາ ນວ ເຂົ້າຮ່ວມງານກີລາດັ່ງກ່າວ ໂດຍກ້ອນກຳລັງນັກກີ ລາ ນວ ປະກອບມີ: ຄູເຝິກ 49 ທ່ານ ເປັນຍິງ 15 ທ່ານ ມີນັກກີລາ 219 ຄົນ ຍິງ 100 ຄົນ ລວມທັງໝົດ 268 ຄົນ ຍິງ 115 ຄົນ ເຊິ່ງອານຸກຳມະ ການເຕັກນິກ ເຫັນໄດ້ວ່າມີຄວາມເອົາໃຈໃສ່ ແລະ ຄວາມຕັດສິນໃຈສູງ ຂອງບັນດາສະຫະພັນກີລາ ທັງ 12 ປະເພດ ໂດຍສະເພາະ ສະຫະພັນກີລາບານເຕະບານສົ່ງ ບານບ້ວງ ກະຕໍ້ ເປຕັງ ແລະ ບານບ້ວງ ໄດ້ເອົານັກກີລາເຂົ້ານອນສູນ ຢູ່ໂຮງຮຽນ ມປາຍ ວຽງຈັນ-ໂຮ່ຈີມິນ ສູນເຝິກກີລາແຫ່ງ ຊາດ (ສີເກີດ) ແລະ ສູນກີລາບຶງຂະຫຍອງ ແລະ ປະເພດອື່ນໆນັ້ນ ແມ່ນບໍ່ໄດ້ເຂົ້ານອນສູນ ແຕ່ມີການເຝິກຊ້ອມເປັນປົກກະຕິ ໃນພາກແລງ ເຊິ່ງສະແດງເຖິງຄວາມເອົາໃຈໃສ່ຂອງບັນດາເມືອງ ພະແນກການ ໂຮງຮຽນທີ່ຮັບຜິດຊອບ ລົງເອົາໃຈໃສ່ຢ່າງສູງ.
ຜ່ານການກະກຽມຕັ້ງແຕ່ວັນທີ 5 ກໍລະກົດ 2024 ຈົນເຖິງປັດຈຸບັນ ພະແນກສຶກສາທິການ ແລະ ກີລາ ນວ ສາມາດຄາດຄະເນ ທີ່ຈະສູ້ຊົນຍາດເອົາຫຼຽນ ຄື:ຫຼຽນຄຳ 25 ຫຼຽນ ຫຼຽນເງິນ 20 ຫຼຽນ ແລະ ຫຼຽນທອງ 10 ຫຼຽນ ກໍສາມາດເປັນເຈົ້າຫຼຽນຄຳໄດ້.
ສໍາລັບແຜນການເດີນທາງ ສູ່ແຂວງສາລະວັນ ຂອງກ້ອນກີລາ ນວ ແບ່ງອອກເປັນ 3 ງວດ ຄື:ງວດທໍາອິດ ເດີນທາງວັນທີ 30 ພະຈິກ 2024 ມີອານຸກຳມະການກອງເຕັກນິກ (ແນວໜ້າ) ຈຳນວນ 6 ທ່ານ ຍິງ 2 ທ່ານເພື່ອກະກຽມຄວາມພ້ອມຮອບດ້ານ ກຽມຮັບນັກກີລາ ນ ງວດທີ 2 ເດີນ ທາງວັນທີ 3 ທັນວາ 2024 ມີ 3 ປະເພດກີລາ ຄື: ບານເຕະ (ຍິງ-ຊາຍ) ບານສົ່ງ (ຍິງ-ຊາຍ) ກະຕໍ້ (ຍິງ-ຊາຍ) ປະກອບມີ 104 ຄົນ ຍິງ 50 ຄົນ ແລະ ງວດທີ 3 ເດີນທາງວັນທີ 10 ທັນວາ 2024 ມີ 9 ປະເພດກີລາ ຄື: ແລ່ນ-ລານ (ຍິງ-ຊາຍ) ເປຕັງ (ຍິງ-ຊາຍ) ບານບ້ວງ (ຊາຍ) ດອກປີກໄກ່ (ຍິງ- ຊາຍ) ເທຄວັນໂດ (ຍິງ-ຊາຍ) ປີ່ງປ່ອງ (ຍິງ-ຊາຍ) ໝາກເສີກ (ຍິງ-ຊາຍ) ໜ້າເກັກ (ຍິງ-ຊາຍ) ແລະ ໝາກແລ້ (ຍິງ- ຊາຍ) ປະກອບມີ 164 ຄົນ ຍິງ 66 ຄົນ ສ່ວນສະຖານທີ່ພັກເຊົາ ຂອງກ້ອນກີລາ ນວ ແມ່ນຢູ່ ວິທະຍາໄລສ້າງຄູ ແຂວງສາລະວັນ.
ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ໄດ້ເນັ້ນໜັກໃຫ້ແກ່ ຄະນະນໍາ ຄູເຝິກ ແລະ ນັກກີລາ ໄດ້ເອົາໃຈໃສ່ໃນການສ້າງຄວາມສາມັກຄີ ຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ສ່ວນເລື່ອງສຸຂະພາບ ກໍໃຫ້ພາກັນຮັກສາສຸຂະພາບປົກກະ ຕິ ໂດຍສະເພາະນັກກີລາຕ້ອງໄດ້ກິນອາຫານ ແລະ ພັກ ຜ່ອນໃຫ້ພຽງພໍ ສິ່ງສໍາຄັນນັກກີລາ ກໍຕ້ອງເອົາໃຈໃສ່ໃນການເຂົ້າຮ່ວມແຂ່ງຂັນ ມີນໍາໃຈນັກກີລາ ຮູ້ແພ້ ຮູ້ຊະນະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ນອກຈາກນີ້ ຂໍໃຫ້ມີການແລກປ່ຽນ ຖອດຖອນບົດຮຽນ ປະສົບການເຊິ່ງກັນ ແລະ ກັນ ສ້າງຄວາມສາມັກຄີຮັກແພງ ກັບບັນດາ 17 ແຂວງທີ່ເຂົ້າຮ່ວມ ພ້ອມທັງໃຫ້ເອົາໃຈໃສ່ໃນການເຂົ້າຮ່ວມແຂ່ງຂັນຍາດເອົາໄຊຊະນະ ແລະ ກຽດສັກສີມາສູ່ ນວ.
ໂອກາດດຽວກັນນີ້ ສະໂມສອນບານເຕະທ່າຊ້າງ ແລະ ຮ້ານຊີ້ນດາດໂຕໝູ ຍັງໄດ້ມອບນໍ້າດື່ນ ຈໍານວນ 120 ແພັກ ມູນ ຄ່າ 5 ລ້ານກີບ ໃຫ້ແກ້ຄະນະນັກກີລາ ນວ ຫຼັງຈາກນັ້ນ ຄະນະນໍາ ຄູເຝິກ ແລະ ກ້ອນນັກກີລາ ນວ ຍັງໄດ້ເຂົ້າໄປຂໍພອນ ຢູ່ອະນຸສາວະລີພະເຈົ້າຟ້າງຸ່ມ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ